Scripture Stories
ອະ​ບີ​ນາ​ໄດ ແລະ ກະ​ສັດ​ໂນ​ອາ


“ອະ​ບີ​ນາ​ໄດ ແລະ ກະ​ສັດ​ໂນ​ອາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ໂມ​ໄຊ​ຢາ 11–17

ອະ​ບີ​ນາ​ໄດ ແລະ ກະ​ສັດ​ໂນ​ອາ

ຂ່າວ​ສານ​ຈາກ​ສາດ​ສະ​ດາ

ຮູບ​ພາບ
ກະ​ສັດ​ໂນ​ອາ​ຊີ້​ມື​ຂະ​ນະ​ທີ່​ປະ​ໂລ​ຫິດ​ສອງ​ຄົນ​ຢືນ​ຢູ່​ຂ້າງ​ຫລັງ

ກະ​ສັດ​ໂນ​ອາ​ປົກ​ຄອງ​ຊາວ​ນີ​ໄຟ​ທີ່​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນີ​ໄຟ. ໂນ​ອາ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ເພິ່ນ​ມອບ​ເງິນ​ຢ່າງ​ຫລວງ​ຫລາຍ​ໃຫ້​ເພິ່ນ ແລະ ແລ້ວ​ໄດ້​ໃຊ້​ມັນ​ກັບ​ສິ່ງ​ດີໆ​ເພື່ອ​ຕົວ​ເອງ. ເພິ່ນ​ໄດ້​ເອີ້ນ​ປະ​ໂລ​ຫິດ​ທີ່​ທະ​ນົງ​ຕົວ​ຫລາຍ​ຄົນ​ໃຫ້​ຊ່ວຍ​ເພິ່ນ​ປົກ​ຄອງ. ໂນ​ອາ​ບໍ່​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ກົງ​ກັນ​ຂ້າມ, ເພິ່ນ​ໄດ້​ເຮັດ​ສິ່ງ​ຊົ່ວ​ຮ້າຍ​ຫລາຍ​ຢ່າງ.

ໂມ​ໄຊ​ຢາ 11:1–13

ຮູບ​ພາບ
ກະ​ສັດ​ໂນ​ອາ

ໂນ​ອາ​ໄດ້​ນຳ​ພາ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ເປັນ​ຄົນ​ຊົ່ວ​ເຊັ່ນ​ກັນ. ພວກ​ເຂົາ​ບໍ່​ໄດ້​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ.

ໂມ​ໄຊ​ຢາ 11:7, 11, 14–15, 19

ຮູບ​ພາບ
ອະ​ບີ​ນາ​ໄດ​ເບິ່ງ​ຜູ້​ຄົນ​ທີ່​ກຳ​ລັງ​ເຮັດ​ສິ່ງ​ບໍ່​ດີ

ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ຊື່ ອະ​ບີ​ນາ​ໄດ ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ອະ​ບີ​ນາ​ໄດ​ໃຫ້​ໄປ​ບອກ​ໂນ​ອາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ກັບ​ໃຈ.

ໂມ​ໄຊ​ຢາ 11:20

ຮູບ​ພາບ
ອະ​ບີ​ນາ​ໄດ​ກ່າວ​ກັບ​ຜູ້​ຄົນ

ອະ​ບີ​ນາ​ໄດ​ໄດ້​ບອກ​ຜູ້​ຄົນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ພວກ​ເຂົາ​ກັບ​ໃຈ. ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປ່ອຍ​ໃຫ້​ສັດ​ຕູ​ມາ​ສູ່​ແຜ່ນ​ດິນ​ຂອງ​ພວກ​ເຂົາ ແລະ ປົກ​ຄອງ​ພວກ​ເຂົາ. ສັດ​ຕູ​ຂອງ​ພວກ​ເຂົາ​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ໂນ​ອາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ລຳ​ບາກ​ຫລາຍ.

ໂມ​ໄຊ​ຢາ 11:20–25

ຮູບ​ພາບ
ຜູ້​ຄົນ​ທີ່​ໃຈ​ຮ້າຍ

ຜູ້​ຄົນ​ໃຈ​ຮ້າຍ​ໃຫ້​ອະ​ບີ​ນາ​ໄດ​ເພາະ​ສິ່ງ​ທີ່​ເພິ່ນ​ເວົ້າ. ພວກ​ເຂົາ​ຢາກ​ຂ້າ​ເພິ່ນ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ອະ​ບີ​ນາ​ໄດ​ໃຫ້​ປອດ​ໄພ ແລະ ໄດ້​ຊ່ວຍ​ເພິ່ນ​ຫລົບ​ໜີ​ໄປ​ໄດ້.

ໂມ​ໄຊ​ຢາ 11:26

ຮູບ​ພາບ
ກະ​ສັດ​ໂນ​ອາ​ປະ​ສານ​ມື ແລະ ເວົ້າ​ກັບ​ພວກ​ປະ​ໂລ​ຫິດ

ໂນ​ອາ​ຢາກ​ຂ້າ​ອະ​ບີ​ນາ​ໄດ​ຄື​ກັນ. ໂນ​ອາ​ບໍ່​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ໄດ້​ກັບ​ໃຈ.

ໂມ​ໄຊ​ຢາ 11:27–29

ຮູບ​ພາບ
ອະ​ບີ​ນາ​ໄດ​ຈັບ​ແຜ່ນ​ຈາ​ລຶກ ແລະ ກ່າວ​ກັບ​ຄອບ​ຄົວ​ໜຶ່ງ

ສອງ​ປີ​ຈາກ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ອະ​ບີ​ນາ​ໄດ​ກັບ​ຄືນ​ໄປ​ເຕືອນ​ຜູ້​ຄົນ. ອະ​ບີ​ນາ​ໄດ​ໄດ້​ບອກ​ຜູ້​ຄົນ​ວ່າ ສັດ​ຕູ​ຂອງ​ພວກ​ເຂົາ​ຈະ​ມາ​ຍຶດ​ເອົາ​ແຜ່ນ​ດິນ​ຍ້ອນ​ພວກ​ເຂົາ​ບໍ່​ໄດ້​ກັບ​ໃຈ. ຜູ້​ຄົນ​ໄດ້​ໃຈ​ຮ້າຍ​ໃຫ້​ອະ​ບີ​ນາ​ໄດ. ພວກ​ເຂົາ​ເວົ້າ​ວ່າ ພວກ​ເຂົາ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ ຈະ​ບໍ່​ກັບ​ໃຈ. ພວກ​ເຂົາ​ໄດ້​ມັດ​ອະ​ບີ​ນາ​ໄດ ແລະ ໄດ້​ພາ​ເພິ່ນ​ໄປ​ຫາ​ໂນ​ອາ.

ໂມ​ໄຊ​ຢາ 12:1–16

ຮູບ​ພາບ
ອະ​ບີ​ນາ​ໄດ​ຄຸ​ເຂົ່າ​ຫັນ​ຫລັງ​ໃຫ້​ກະ​ສັດ​ໂນ​ອາ

ໂນ​ອາ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ໄດ້​ຄິດ​ຫາ​ແຜນ​ການ. ພວກ​ປະ​ໂລ​ຫິດ​ໄດ້​ພະ​ຍາ​ຍາມ​ຫລອກ​ອະ​ບີ​ນາ​ໄດ ໂດຍ​ການ​ຖາມ​ເພິ່ນ​ຫລາຍໆ​ຄຳ​ຖາມ. ແຕ່​ອະ​ບີ​ນາ​ໄດ​ໄດ້​ຕອບ​ຢ່າງ​ກ້າ​ຫານ. ພວກ​ປະ​ໂລ​ຫິດ​ມີ​ຄວາມ​ປະ​ຫລາດ​ໃຈ​ກັບ​ຄຳ​ຕອບ​ຂອງ​ອະ​ບີ​ນາ​ໄດ. ພວກ​ເຂົາ​ບໍ່​ສາ​ມາດ​ຫລອກ​ເພິ່ນ. ອະ​ບີ​ນາ​ໄດ​ໄດ້​ບອກ​ພວກ​ປະ​ໂລ​ຫິດ​ວ່າ ພວກ​ເຂົາ​ສົນ​ໃຈ​ກັບ​ເງິນ​ຫລາຍ​ກວ່າ​ການ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ.

ໂມ​ໄຊ​ຢາ 12:17–37

ຮູບ​ພາບ
ອະ​ບີ​ນາ​ໄດ​ຢືນ​ຢູ່ ແລະ ມີ​ແສງ​ຮຸ່ງ​ເຫລື້ອມ

ໂນ​ອາ​ໄດ້​ບອກ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ໃຫ້​ຂ້າ​ອະ​ບີ​ນາ​ໄດ. ແຕ່​ອະ​ບີ​ນາ​ໄດ​ໄດ້​ເຕືອນ​ພວກ​ເຂົາ​ບໍ່​ໃຫ້​ແຕະ​ຕ້ອງ​ເພິ່ນ. ໃບ​ໜ້າ​ຂອງ​ເພິ່ນ​ຮຸ່ງ​ເຫລື້ອມ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ອະ​ບີ​ນາ​ໄດ​ໄດ້​ກ່າວ​ວ່າ​ພວກ​ປະ​ໂລ​ຫິດ​ບໍ່​ໄດ້​ສິດ​ສອນ​ກ່ຽວ​ກັບ​ກົດ​ຂອງ​ພຣະ​ເຈົ້າ. ອະ​ບີ​ນາ​ໄດ​ໄດ້​ສິດ​ສອນ​ພວກ​ເຂົາ​ວ່າ ພຣະ​ເຢ​ຊູ​ຄຣິດ​ຈະ​ມາ​ກຳ​ເນີດ, ສິ້ນ​ພຣະ​ຊົນ​ເພື່ອ​ເຮົາ, ແລະ ຈະ​ຟື້ນ​ຄືນ​ພຣະ​ຊົນ. ເພິ່ນ​ກ່າວ​ວ່າ​ພຣະ​ເຢ​ຊູ​ຈະ​ອະ​ໄພ​ໃຫ້​ພວກ​ເຂົາ​ຖ້າ​ຫາກ​ພວກ​ເຂົາ​ກັບ​ໃຈ.

ໂມ​ໄຊ​ຢາ 13; 16:6–15

ຮູບ​ພາບ
ອະ​ບີ​ນາ​ໄດ​ກຳ​ລັງ​ຫລຽວ​ເບິ່ງ​ກະ​ສັດ​ໂນ​ອາ

ອະ​ບີ​ນາ​ໄດ​ໄດ້​ຈົບ​ຂ່າວ​ສານ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ເພິ່ນ​ໃຫ້​ມາ​ບອກ​ກ່າວ. ໂນ​ອາ​ຍັງ​ໃຈ​ຮ້າຍ​ຢູ່. ເພິ່ນ​ໄດ້​ບອກ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ໃຫ້​ເອົາ​ອະ​ບີ​ນາ​ໄດ​ອອກ​ໄປ ແລະ ຂ້າ​ເພິ່ນ​ເສຍ.

ໂມ​ໄຊ​ຢາ 17:1

ຮູບ​ພາບ
ກະ​ສັດ​ໂນ​ອາ​ຫລຽວ​ເບິ່ງ​ອະ​ບີ​ນາ​ໄດ ຂະ​ນະ​ທີ່​ແອວ​ມາ​ຄິດ ແລະ ພວກ​ປະ​ໂລ​ຫິດ​ຄົນ​ອື່ນໆ​ໃຈ​ຮ້າຍ

ປະ​ໂລ​ຫິດ​ຄົນ​ໜຶ່ງ​ຊື່ ແອວ​ມາ ໄດ້​ເຊື່ອ​ອະ​ບີ​ນາ​ໄດ. ແອວ​ມາ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ຊີ​ວິດ​ອະ​ບີ​ນາ​ໄດ. ບັດ​ນີ້ ໂນ​ອາ​ໄດ້​ໃຈ​ຮ້າຍ​ໃຫ້​ແອວ​ມາ​ນຳ​ອີກ ແລະ ບັງ​ຄັບ​ໃຫ້​ເພິ່ນ​ໜີ​ໄປ.

ໂມ​ໄຊ​ຢາ 17:2–3

ຮູບ​ພາບ
ແອວ​ມາ​ລີ້​ຈາກ​ພວກ​ປະ​ໂລ​ຫິດ​ທີ່​ຊົ່ວ​ຮ້າຍ

ພວກ​ປະ​ໂລ​ຫິດ​ໄດ້​ບອກ​ອະ​ບີ​ນາ​ໄດ​ວ່າ ເພິ່ນ​ສາ​ມາດ​ມີ​ຊີ​ວິດ​ຢູ່​ໄດ້​ຖ້າ​ຫາກ​ເພິ່ນ​ເວົ້າ​ວ່າ ສິ່ງ​ທີ່​ເພິ່ນ​ສິດ​ສອນ​ບໍ່​ເປັນ​ຄວາມ​ຈິງ. ແຕ່​ອະ​ບີ​ນາ​ໄດ​ເວົ້າ​ວ່າ ເພິ່ນ​ໄດ້​ສິດ​ສອນ​ຄວາມ​ຈິງ. ໂນ​ອາ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ໃຈ​ຮ້າຍ​ຂຶ້ນ​ອີກ. ພວກ​ເຂົາ​ໄດ້​ຂ້າ​ອະ​ບີ​ນາ​ໄດ​ດ້ວຍ​ໄຟ. ທະ​ຫານ​ຂອງ​ໂນ​ອາ​ໄດ້​ພະ​ຍາ​ຍາມ​ຂ້າ​ແອວ​ມາ​ເຊັ່ນ​ກັນ. ແຕ່​ແອວ​ມາ​ໄດ້​ລີ້​ຢູ່ ແລະ ຂຽນ​ຖ້ອຍ​ຄຳ​ຂອງ​ອະ​ບີ​ນາ​ໄດ​ທັງ​ໝົດ​ໄວ້.

ໂມ​ໄຊ​ຢາ 17:3–13, 20

ພິມ