Scripture Stories
ແອວ​ມາ​ຜູ້​ເປັນ​ລູກ


“ແອວ​ມາ​ຜູ້​ເປັນ​ລູກ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ແອວ​ມາ​ຜູ້​ເປັນ​ລູກ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

ໂມ​ໄຊ​ຢາ 25–28; ແອວ​ມາ 36

ແອວ​ມາ​ຜູ້​ເປັນ​ລູກ

ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ

ຮູບ​ພາບ
ໂມ​ໄຊ​ຢາ ແລະ ແອວ​ມາ​ຜູ້​ເປັນ​ບິ​ດາ

ກະ​ສັດ​ໂມ​ໄຊ​ຢາ​ໄດ້​ມອບ​ອຳ​ນາດ​ໃຫ້​ແອວ​ມາ​ເພື່ອ​ນຳ​ພາ​ສາດ​ສະ​ໜາ​ຈັກ​ໃນ​ເຊ​ຣາ​ເຮັມ​ລາ. ແອວ​ມາ​ໄດ້​ສິດ​ສອນ​ຜູ້​ຄົນ​ໃຫ້​ກັບ​ໃຈ ແລະ ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

ໂມ​ໄຊ​ຢາ 25:19–24; 26

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ

ແອວ​ມາ​ມີ​ລູກ​ຊາຍ​ຄົນ​ໜຶ່ງ​ທີ່​ຊື່ ແອວ​ມາ ເຊັ່ນ​ກັນ. ແອວ​ມາ​ຜູ້​ເປັນ​ລູກ​ບໍ່​ເຊື່ອ​ສິ່ງ​ທີ່​ບິ​ດາ​ຂອງ​ລາວ​ສິດ​ສອນ.

ໂມ​ໄຊ​ຢາ 27:8

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ກຳ​ລັງ​ເວົ້າ​ກັບ​ຜູ້​ຄົນ

ໂມ​ໄຊ​ຢາ​ມີ​ລູກ​ຊາຍ​ຫລາຍ​ຄົນ​ທີ່​ບໍ່​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເຊັ່ນ​ກັນ. ເຂົາ​ເຈົ້າ​ເປັນ​ໝູ່​ກັບ​ແອວ​ມາ​ຜູ້​ເປັນ​ລູກ. ເຂົາ​ເຈົ້າ​ທຸກ​ຄົນ​ຕ້ອງ​ການ​ໃຫ້​ຜູ້​ຄົນ​ໜີ​ຈາກ​ສາດ​ສະ​ໜາ​ຈັກ. ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ພາ​ຫລາຍ​ຄົນ​ໄປ​ເຮັດ​ສິ່ງ​ທີ່​ຕໍ່​ຕ້ານ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ໂມ​ໄຊ​ຢາ 27:9–10; ແອວ​ມາ 36:6

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ຢ້ານ​ກົວ​ທູດ​ສະ​ຫວັນ

ມີ​ມື້​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ທູດ​ອົງ​ໜຶ່ງ​ມາ​ເພື່ອ​ຢຸດ​ຢັ້ງ​ເຂົາ​ເຈົ້າ. ທູດ​ໄດ້​ບອກ​ເຂົາ​ເຈົ້າ​ໃຫ້​ຢຸດ​ພະ​ຍາ​ຍາມ​ທຳ​ລາຍ​ສາດ​ສະ​ໜາ​ຈັກ. ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ຢ້ານ​ກົວ​ຫລາຍ​ຈົນ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

ໂມ​ໄຊ​ຢາ 27:11–18; ແອວ​ມາ 36:6–9

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ມີ​ຄວາມ​ເຈັບ​ປວດ

ແອວ​ມາ​ບໍ່​ສາ​ມາດ​ຍ່າງ ຫລື ເຄື່ອນ​ຍ້າຍ​ເປັນ​ເວ​ລາ​ສາມ​ມື້ ແລະ ສາມ​ຄືນ. ລາວ​ຮູ້​ສຶກ​ເສຍ​ໃຈ​ເພາະ​ສິ່ງ​ບໍ່​ດີ​ທັງ​ໝົດ​ທີ່​ລາວ​ໄດ້​ເຮັດ​ໄປ​ນັ້ນ. ລາວ​ເປັນ​ຫ່ວງ​ຫລາຍ​ເພາະ​ລາວ​ໄດ້​ພາ​ຫລາຍ​ຄົນ​ໜີ​ໄປ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

ໂມ​ໄຊ​ຢາ 27:19; ແອວ​ມາ 36:10–16

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ກຳ​ລັງ​ຄຸ​ເຂົ່າ

ແອວ​ມາ​ຮູ້​ສຶກ​ເຈັບ​ປວດ​ຫລາຍ​ຍ້ອນ​ບາບ​ຂອງ​ລາວ. ແລ້ວ​ລາວ​ຈື່​ໄດ້​ວ່າ ບິ​ດາ​ຂອງ​ລາວ​ໄດ້​ເວົ້າ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

ແອວ​ມາ 36:17

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ດີ​ໃຈ

ແອວ​ມາ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ເຢ​ຊູ​ອະ​ໄພ​ໃຫ້​ລາວ. ຫລັງ​ຈາກ​ລາວ​ໄດ້​ອະ​ທິ​ຖານ​ແລ້ວ, ລາວ​ບໍ່​ຈື່​ຄວາມ​ເຈັບ​ປວດ​ຂອງ​ລາວ​ອີກ​ຕໍ່​ໄປ. ລາວ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອະ​ໄພ​ໃຫ້​ລາວ. ລາວ​ບໍ່​ຮູ້​ສຶກ​ເສຍ​ໃຈ​ກ່ຽວ​ກັບ​ບາບ​ຂອງ​ລາວ​ອີກ​ຕໍ່​ໄປ. ກົງ​ກັນ​ຂ້າມ, ແອວ​ມາ​ຮູ້​ສຶກ​ດີ​ໃຈ​ຫລາຍ.

ໂມ​ໄຊ​ຢາ 27:24, 28–29; ແອວ​ມາ 36:18–22

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ກຳ​ລັງ​ຊ່ວຍ​ເຫລືອ​ບາງ​ຄົນ

ແອວ​ມາ​ມີ​ກຳ​ລັງ​ຂຶ້ນ. ລາວ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ຕັດ​ສິນ​ໃຈ​ກັບ​ໃຈ ແລະ ພະ​ຍາ​ຍາມ​ດັດ​ແປງ​ຄວາມ​ເຈັບ​ປວດ​ທັງ​ໝົດ​ທີ່​ເຂົາ​ເຈົ້າ​ໄດ້​ກໍ່. ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ເວ​ລາ​ນັ້ນ​ເປັນ​ຕົ້ນ​ໄປ ໂດຍ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ກັບ​ໃຈ. ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ ທີ່​ໂມ​ໄຊ​ຢາ​ໄດ້​ປົກ​ຄອງ ແລະ ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ເຢ​ຊູ.

ໂມ​ໄຊ​ຢາ 27:20–24, 32–37; ແອວ​ມາ 36:23–26

ຮູບ​ພາບ
ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຍາ​ກຳ​ລັງ​ໄປ

ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ຕ້ອງ​ການ​ແບ່ງ​ປັນ​ຄວາມ​ສຸກ​ທີ່​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ໄດ້​ນຳ​ມາ​ສູ່​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ງານ​ໜັກ​ໃນ​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ຜູ້​ຄົນ. ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ​ໄດ້​ເລືອກ​ທີ່​ຈະ​ໄປ ແລະ ສິດ​ສອນ​ຊາວ​ເລ​ມັນ​ກ່ຽວ​ກັບ​ພຣະ​ເຢ​ຊູ. ແອວ​ມາ​ໄດ້​ເລືອກ​ທີ່​ຈະ​ຢູ່ ແລະ ສິດ​ສອນ​ຊາວ​ນີ​ໄຟ​ຕໍ່​ໄປ.

ໂມ​ໄຊ​ຢາ 27:32–37; 28:1–10; 29:42–43

ພິມ