Scripture Stories
ຊາ​ໄຣ​ຢາ


“ຊາ​ໄຣ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

“ຊາ​ໄຣ​ຢາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

1 ນີ​ໄຟ 2–3; 5

ຊາ​ໄຣ​ຢາ

ການ​ເດີນ​ທາງ​ຂອງ​ຍິງ​ແຫ່ງ​ສັດ​ທາ

ຮູບ​ພາບ
ຊາ​ໄຣ​ຢາ ແລະ ລີ​ໄຮ

ຊາ​ໄຣ​ຢາ​ໄດ້​ອາ​ໄສ​ຢູ່​ທີ່​ເຢ​ຣູ​ຊາ​ເລັມ​ກັບ​ຄອບ​ຄົວ​ຂອງ​ເພິ່ນ. ສາ​ມີ​ຂອງ​ເພິ່ນ, ລີ​ໄຮ, ໄດ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ມີ​ມື້​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ໃຫ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ​ກັບ​ຄອບ​ຄົວ​ຂອງ​ເພິ່ນ.

1 ນີ​ໄຟ 2:1–3

ຮູບ​ພາບ
ຊາ​ໄຣ​ຢາ​ກຳ​ລັງ​ອະ​ທິ​ຖານ

ຊາ​ໄຣ​ຢາ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ກັບ​ຄອບ​ຄົວ​ຂອງ​ເພິ່ນ​ໄດ້​ໜີ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ປະ​ຖິ້ມ​ຄຳ ແລະ ເງິນ​ຂອງ​ເຂົາ​ເຈົ້າ ເພື່ອ​ໄປ​ກັບ​ລີ​ໄຮ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

1 ນີ​ໄຟ 2:4–5

ຮູບ​ພາບ
ຊາ​ໄຣ​ຢາ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ຊາ​ໄຣ​ຢາ ແລະ ລີ​ໄຮ​ໄດ້​ເອົາ​ອາ​ຫານ ແລະ ສິ່ງ​ອື່ນໆ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ​ໄປ​ນຳ. ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ເປັນ​ເວ​ລາ​ຫລາຍ​ມື້, ເຂົາ​ເຈົ້າ​ໄດ້​ຕັ້ງ​ຜ້າ​ເຕັນ​ຂຶ້ນ​ເພື່ອ​ອາ​ໄສ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແລ້ວ​ເຂົາ​ເຈົ້າ​ໄດ້​ສ້າງ​ແທ່ນ​ບູ​ຊາ​ຂຶ້ນ ແລະ ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ.

1 ນີ​ໄຟ 2:4, 6–7, 15

ຮູບ​ພາບ
ຊາ​ໄຣ​ຢາ​ກັບ​ລີ​ໄຮ​ເປັນ​ຫ່ວງ​ຢູ່​ຫ່າງ​ໄກ

ມີ​ມື້​ໜຶ່ງ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ໃຫ້​ພວກ​ລູກ​ຊາຍ​ຂອງ​ຊາ​ໄຣ​ຢາ ແລະ ລີ​ໄຮ​ໄປ​ເຢ​ຣູ​ຊາ​ເລັມ ແລະ ໄປ​ເອົາ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ຊາ​ໄຣ​ຢາ​ຢ້ານ​ກົວ​ເມື່ອ​ພວກ​ລູກ​ຂອງ​ເພິ່ນ​ບໍ່​ໄດ້​ກັບ​ຄືນ​ມາ. ເພິ່ນ​ຄິດ​ວ່າ​ເຂົາ​ເຈົ້າ​ໄດ້​ຕາຍ​ແລ້ວ. ລີ​ໄຮ​ໄດ້​ປອບ​ໂຍນ​ຊາ​ໄຣ​ຢາ. ພວກ​ເພິ່ນ​ເລືອກ​ໄວ້​ວາງ​ໃຈ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົກ​ປ້ອງ​ພວກ​ລູກ​ຊາຍ​ຂອງ​ພວກ​ເພິ່ນ.

1 ນີ​ໄຟ 3:1–2, 4–6; 5:1–6

ຮູບ​ພາບ
ຊາ​ໄຣ​ຢາ ແລະ ລີ​ໄຮ​ກຳ​ລັງ​ຕ້ອນ​ຮັບ​ພວກ​ລູກ​ຊາຍ​ຂອງ​ພວກ​ເພິ່ນ

ຊາ​ໄຣ​ຢາ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ ເມື່ອ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ກັບ​ມາ​ຈາກ​ເຢ​ຣູ​ຊາ​ເລັມ. ບັດ​ນີ້​ເພິ່ນ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົກ​ປ້ອງ​ເຂົາ​ເຈົ້າ. ເພິ່ນ​ໄວ້​ວາງ​ໃຈ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ອຳ​ນາດ​ໃຫ້​ເຂົາ​ເຈົ້າ ເພື່ອ​ເຮັດ​ຕາມ​ສິ່ງ​ທີ່​ພຣະ​ອົງ​ຮຽກ​ຮ້ອງ. ຄອບ​ຄົວ​ຂອງ​ຊາ​ໄຣ​ຢາ​ທຸກ​ຄົນ​ດີ​ໃຈ​ຫລາຍ, ແລະ ເຂົາ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 5:7–9

ພິມ