Scripture Stories
ອຳ​ໂມນ


“ອຳ​ໂມນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 17–18

ອຳ​ໂມນ

ຂ້າ​ໃຊ້​ທີ່​ຖ່ອມ​ຕົວ

ຮູບ​ພາບ
ອຳ​ໂມນ ແລະ ຜູ້​ຄົນ​ຂອງ​ລາວ​ໂບກ​ມື​ອຳ​ລາ

ອຳ​ໂມນ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ​ຢາກ​ສິດ​ສອນ​ຊາວ​ເລ​ມັນ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ເຂົາ​ເຈົ້າ​ໄດ້​ໄປ​ຫາ​ແຜ່ນ​ດິນ​ບ່ອນ​ທີ່​ຊາວ​ເລ​ມັນ​ອາ​ໄສ​ຢູ່. ລະ​ຫວ່າງ​ການ​ເດີນ​ທາງ, ເຂົາ​ເຈົ້າ​ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປອບ​ໂຍນ​ເຂົາ​ເຈົ້າ. ພຣະ​ອົງ​ໄດ້​ບອກ​ໃຫ້​ເຂົາ​ເຈົ້າ​ອົດ​ທົນ ແລະ ເປັນ​ຕົວ​ຢ່າງ​ທີ່​ດີ. ເຂົາ​ເຈົ້າ​ແຕ່​ລະ​ຄົນ​ໄດ້​ໄປ​ບ່ອນ​ຕ່າງ​ກັນ​ເພື່ອ​ສິດ​ສອນ.

ໂມ​ໄຊ​ຢາ 28:1–2; ແອວ​ມາ 17:6–13

ຮູບ​ພາບ
ອຳ​ໂມນ​ຄຸ​ເຂົ່າ​ຢູ່​ຕໍ່​ໜ້າ​ກະ​ສັດ ແລະ ລາ​ຊີ​ນີ

ອຳ​ໂມນ​ໄດ້​ໄປ​ຫາ​ບ່ອນ​ທີ່​ເອີ້ນ​ວ່າ ອິດ​ຊະ​ມາ​ເອນ. ຜູ້​ຄົນ​ຢູ່​ທີ່​ນັ້ນ​ໄດ້​ມັດ​ລາວ ແລະ ພາ​ລາວ​ໄປ​ຫາ​ກະ​ສັດ​ລາ​ໂມ​ໄນ. ອຳ​ໂມນ​ໄດ້​ບອກ​ລາ​ໂມ​ໄນ​ວ່າ ລາວ​ຢາກ​ອາ​ໄສ​ຢູ່​ກັບ​ຊາວ​ເລ​ມັນ. ລາ​ໂມ​ໄນ​ມັກ​ອຳ​ໂມນ ແລະ ໄດ້​ປ່ອຍ​ຕົວ​ລາວ. ເພິ່ນ​ຢາກ​ໃຫ້​ອຳ​ໂມນ​ແຕ່ງ​ງານ​ກັບ​ລູກ​ສາວ​ຄົນ​ໜຶ່ງ​ຂອງ​ເພິ່ນ, ແຕ່​ອຳ​ໂມນ​ໄດ້​ເລືອກ​ເປັນ​ຂ້າ​ໃຊ້​ຂອງ​ລາ​ໂມ​ໄນ​ແທນ.

ແອວ​ມາ 17:20–25

ຮູບ​ພາບ
ອຳ​ໂມນ​ງວກ​ເບິ່ງ​ຝູງ​ແກະ

ລາ​ໂມ​ໄນ​ໄດ້​ບອກ​ອຳ​ໂມນ​ໃຫ້​ດູ​ແລ​ຝູງ​ສັດ​ຂອງ​ເພິ່ນ. ມື້​ໜຶ່ງ, ອຳ​ໂມນ ແລະ ພວກ​ຂ້າ​ໃຊ້​ບາງ​ຄົນ​ໄດ້​ພາ​ຝູງ​ສັດ​ໄປ​ກິນ​ນ້ຳ. ຂະ​ນະ​ທີ່​ຝູງ​ສັດ​ກຳ​ລັງ​ກິນ​ນ້ຳ, ພວກ​ໂຈນ​ໄດ້​ມາ ແລະ ເຮັດ​ໃຫ້​ພວກ​ມັນ​ແຕກ​ຕື່ນ​ໜີ​ໄປ. ພວກ​ຂ້າ​ໃຊ້​ຄົນ​ອື່ນໆ​ຢ້ານ​ກົວ​ວ່າ​ພວກ​ເຂົາ​ຈະ​ຖືກ​ລົງ​ໂທດ​ເພາະ​ໄດ້​ສູນ​ເສຍ​ຝູງ​ສັດ​ຂອງ​ລາ​ໂມ​ໄນ.

ແອວ​ມາ 17:25–28; ແອວ​ມາ 18:7

ຮູບ​ພາບ
ອຳ​ໂມນ

ອຳ​ໂມນ​ຮູ້​ວ່າ​ມັນ​ເປັນ​ໂອ​ກາດ​ທີ່​ຈະ​ສະ​ແດງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ລາວ​ໄດ້​ບອກ​ພວກ​ຂ້າ​ໃຊ້​ຄົນ​ອື່ນໆ​ວ່າ​ບໍ່​ຕ້ອງ​ກັງ​ວົນ ແລະ ໄດ້​ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ສັດ​ທີ່​ເສຍ​ໄປ.

ແອວ​ມາ 17:29–32

ຮູບ​ພາບ
ອຳ​ໂມນ​ຈັບ​ກະ​ຖຸນ ແລະ ຊີ້​ໄປ​ຫາ​ພວກ​ໂຈນ

ພວກ​ໂຈນ​ໄດ້​ກັບ​ມາ​ເພື່ອ​ເຮັດ​ໃຫ້​ຝູງ​ສັດ​ຢ້ານ​ອີກ. ແຕ່​ຄັ້ງ​ນີ້, ອຳ​ໂມນ​ໄດ້​ບອກ​ພວກ​ຂ້າ​ໃຊ້​ຄົນ​ອື່ນໆ​ໃຫ້​ເຝົ້າ​ຝູງ​ສັດ​ໄວ້​ບໍ່​ໃຫ້​ພວກ​ມັນ​ແລ່ນ​ໜີ​ໄປ.

ແອວ​ມາ 17:33

ຮູບ​ພາບ
ອຳ​ໂມນ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ໂຈນ

ອຳ​ໂມນ​ໄດ້​ອອກ​ໄປ ແລະ ສະ​ກັດ​ກັ້ນ​ພວກ​ໂຈນ​ຈາກ​ການ​ເຮັດ​ໃຫ້​ຝູງ​ແກະ​ຢ້ານ​ກົວ. ພວກ​ໂຈນ​ບໍ່​ຢ້ານ​ອຳ​ໂມນ. ພວກ​ເຂົາ​ຄິດ​ວ່າ ພວກ​ເຂົາ​ແຂງ​ແຮງ​ຫລາຍ​ກວ່າ​ລາວ. ແຕ່​ພວກ​ເຂົາ​ບໍ່​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ຊ່ວຍ​ອຳ​ໂມນ.

ແອວ​ມາ 17:34–35

ຮູບ​ພາບ
ອຳ​ໂມນ​ຍິງ​ກະ​ຖຸນ​ໃສ່​ພວກ​ໂຈນ

ອຳ​ໂມນ​ໄດ້​ຍິງ​ກ້ອນ​ຫີນ​ໃສ່​ພວກ​ໂຈນ​ດ້ວຍ​ກະ​ຖຸນ​ຂອງ​ລາວ. ບາງ​ຄົນ​ໃນ​ພວກ​ເຂົາ​ໄດ້​ຕາຍ​ໄປ. ສິ່ງ​ນີ້​ເຮັດ​ໃຫ້​ພວກ​ໂຈນ​ຄົນ​ອື່ນໆ​ໃຈ​ຮ້າຍ, ແລະ ພວກ​ເຂົາ​ຢາກ​ຂ້າ​ອຳ​ໂມນ. ພວກ​ເຂົາ​ປະ​ຫລາດ​ໃຈ​ເພາະ​ວ່າ​ພວກ​ເຂົາ​ບໍ່​ສາ​ມາດ​ແກວ່າງ​ກ້ອນ​ຫີນ​ໃຫ້​ຖືກ​ອຳ​ໂມນ. ພວກ​ເຂົາ​ບໍ່​ຄາດ​ຫວັງ​ວ່າ​ລາວ​ຈະ​ມີ​ພະ​ລັງ​ຫລາຍ​ເຊັ່ນ​ນັ້ນ.

ແອວ​ມາ 17:36

ຮູບ​ພາບ
ອຳ​ໂມນ​ໄດ້​ດຶງ​ເອົາ​ດາບ​ຂອງ​ລາວ​ອອກ​ມາ ຂະ​ນະ​ທີ່​ພວກ​ໂຈນ​ຍົກ​ໄມ້​ຄ້ອນ​ຂຶ້ນ​ໃສ່​ລາວ

ພວກ​ໂຈນ​ພະ​ຍາ​ຍາມ​ຟາດ​ອຳ​ໂມນ​ດ້ວຍ​ໄມ້​ຄ້ອນ​ຂອງ​ພວກ​ເຂົາ. ແຕ່​ທຸກ​ຄັ້ງ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ, ອຳ​ໂມນ​ໄດ້​ຕັດ​ແຂນ​ຂອງ​ພວກ​ເຂົາ​ດ້ວຍ​ດາບ​ຂອງ​ລາວ ຈົນ​ວ່າ​ພວກ​ເຂົາ​ບໍ່​ສາ​ມາດ​ຕໍ່​ສູ້. ບໍ່​ດົນ, ພວກ​ເຂົາ​ກໍ​ຢ້ານ​ເກີນ​ກວ່າ​ຈະ​ຕໍ່​ສູ້ ແລະ ໄດ້​ແລ່ນ​ໜີ​ໄປ.

ແອວ​ມາ 17:37–39

ຮູບ​ພາບ
ພວກ​ຂ້າ​ໃຊ້​ສອງ​ຄົນ​ອະ​ທິ​ບາຍ​ໃຫ້​ກະ​ສັດ​ລາ​ໂມ​ໄນ​ຟັງ​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ

ພວກ​ຂ້າ​ໃຊ້​ໄດ້​ບອກ​ລາ​ໂມ​ໄນ​ວ່າ ອຳ​ໂມນ​ໄດ້​ຮັກ​ສາ​ຝູງ​ສັດ​ໄວ້. ລາ​ໂມ​ໄນ​ປະ​ຫລາດ​ໃຈ​ຫລາຍ. ເພິ່ນ​ຄິດ​ວ່າ​ອຳ​ໂມນ​ແມ່ນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່, ຜູ້​ມີ​ອຳ​ນາດ​ອັນ​ຍິ່ງ​ໃຫຍ່ ແລະ ຮູ້​ທຸກ​ສິ່ງ.

ແອວ​ມາ 18:1–5, 18

ຮູບ​ພາບ
ກະ​ສັດ​ລາ​ໂມ​ໄນ​ເບິ່ງ​ຄື​ວ່າ​ກັງ​ວົນ

ລາ​ໂມ​ໄນ​ຢາກ​ເວົ້າ​ກັບ​ອຳ​ໂມນ, ແຕ່​ເພິ່ນ​ກັງ​ວົນ.

ແອວ​ມາ 18:8–11

ຮູບ​ພາບ
ອຳ​ໂມນ​ຄຸ​ເຂົ່າ​ຢູ່​ຕໍ່​ໜ້າ​ກະ​ສັດ​ລາ​ໂມ​ໄນ

ອຳ​ໂມນ​ໄດ້​ເຂົ້າ​ເຝົ້າ​ລາ​ໂມ​ໄນ, ແຕ່​ລາ​ໂມ​ໄນ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ຫຍັງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ອຳ​ໂມນ​ໃຫ້​ຮູ້​ຈັກ​ຄວາມ​ນຶກ​ຄິດ​ຂອງ​ລາ​ໂມ​ໄນ. ອຳ​ໂມນ​ໄດ້​ເວົ້າ​ວ່າ ລາວ​ບໍ່​ແມ່ນ​ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່. ລາວ​ໄດ້​ບອກ​ລາ​ໂມ​ໄນ​ວ່າ ພຣະ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ຄື​ພຣະ​ເຈົ້າ. ລາ​ໂມ​ໄນ​ຢາກ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ພຣະ​ເຈົ້າ.

ແອວ​ມາ 18:12–28

ຮູບ​ພາບ
ອຳ​ໂມນ​ກ່າວ​ກັບ​ກະ​ສັດ​ລາ​ໂມ​ໄນ

ອຳ​ໂມນ​ໄດ້​ເວົ້າ​ວ່າ​ພຣະ​ເຈົ້າ​ໄດ້​ສ້າງ​ໂລກ​ນີ້ ແລະ ທຸກ​ຄົນ​ໃນ​ນັ້ນ. ແລ້ວ​ອຳ​ໂມນ​ໄດ້​ບອກ​ລາ​ໂມ​ໄນ​ວ່າ ພຣະ​ເຈົ້າ​ມີ​ແຜນ​ແຫ່ງ​ຄວາມ​ລອດ. ສ່ວນ​ໜຶ່ງ​ຂອງ​ແຜນ​ນັ້ນ, ພຣະ​ເຢ​ຊູ​ຄຣິດ​ຈະ​ສະ​ເດັດ​ມາ. ລາ​ໂມ​ໄນ​ໄດ້​ເຊື່ອ​ສິ່ງ​ທີ່​ອຳ​ໂມນ​ເວົ້າ. ລາ​ໂມ​ໄນ​ໄດ້​ອະ​ທິ​ຖານ ແລະ ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ຕໍ່​ເພິ່ນ ແລະ ຜູ້​ຄົນ​ຂອງ​ເພິ່ນ.

ແອວ​ມາ 18:24–36, 39–42

ພິມ