Scripture Stories
ໂມ​ໄຊ​ຢາ ແລະ ຊີ​ນິບ


“ໂມ​ໄຊ​ຢາ ແລະ ຊີ​ນິບ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ອອມ​ໄນ 1; ໂມ​ໄຊ​ຢາ 9

ໂມ​ໄຊ​ຢາ ແລະ ຊີ​ນິບ

ຖືກ​ປົກ​ປ້ອງ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ໂມ​ໄຊ​ຢາ​ກຳ​ລັງ​ນຳ​ທາງ​ຜູ້​ຄົນ

ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ໄດ້​ມີ​ສົງ​ຄາມ​ຫລາຍ​ຄັ້ງ. ມີ​ມື້​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ໂມ​ໄຊ​ຢາ ໃຫ້​ໜີ​ໄປ​ຈາກ​ແຜ່ນ​ດິນ​ນີ​ໄຟ​ກັບ​ຜູ້​ໃດ​ກໍ​ຕາມ​ທີ່​ຢາກ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ.

ອອມ​ໄນ 1:10, 12

ຮູບ​ພາບ
ໂມ​ໄຊ​ຢາ​ກຳ​ລັງ​ຫລຽວ​ເບິ່ງ​ນະ​ຄອນ

ຊາວ​ນີ​ໄຟ​ຫລາຍ​ຄົນ​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ໄປ​ກັບ​ໂມ​ໄຊ​ຢາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ເຂົາ​ເຈົ້າ​ໄປ​ຫາ​ດິນ​ແດນ​ບ່ອນ​ໜຶ່ງ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ແລ້ວ. ພວກ​ເຂົາ​ຖືກ​ເອີ້ນ​ວ່າ ຊາວ​ເຊ​ຣາ​ເຮັມ​ລາ.

ອອມ​ໄນ 1:13–14

ຮູບ​ພາບ
ໂມ​ໄຊ​ຢາ​ກຳ​ລັງ​ກ່າວ​ກັບ​ຜູ້​ຄົນ

ຊາວ​ເຊ​ຣາ​ເຮັມ​ລາ​ກໍ​ໄດ້​ມາ​ຈາກ​ເຢ​ຣູ​ຊາ​ເລັມ​ດົນ​ນານ​ມາ​ແລ້ວ​ເຊັ່ນ​ກັນ. ພວກ​ເຂົາ​ດີ​ໃຈ​ຫລາຍ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຊາວ​ນີ​ໄຟ​ມາ​ພ້ອມ​ກັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ຜູ້​ຄົນ​ຂອງ​ໂມ​ໄຊ​ຢາ​ໄດ້​ເຂົ້າ​ຮ່ວມ​ກັບ​ຊາວ​ເຊ​ຣາ​ເຮັມ​ລາ. ທຸກ​ຄົນ​ໄດ້​ເລືອກ​ເອົາ​ໂມ​ໄຊ​ຢາ​ໃຫ້​ເປັນ​ກະ​ສັດ​ຂອງ​ພວກ​ເຂົາ. ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ອອມ​ໄນ 1:14–19

ຮູບ​ພາບ
ຊີ​ນິບ​ກຳ​ລັງ​ນຳ​ທາງ​ຜູ້​ຄົນ

ຊາວ​ນີ​ໄຟ​ໄດ້​ອາ​ໄສ​ຢູ່​ໃນ​ເມືອງ​ເຊ​ຣາ​ເຮັມ​ລາ​ເປັນ​ເວ​ລາ​ດົນ​ນານ ກ່ອນ​ກຸ່ມ​ໃຫຍ່​ກຸ່ມ​ໜຶ່ງ​ໄດ້​ກັບ​ໄປ​ຫາ​ແຜ່ນ​ດິນ​ນີ​ໄຟ. ພວກ​ເຂົາ​ຖືກ​ນຳ​ທາງ​ໂດຍ​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ຊີ​ນິບ.

ອອມ​ໄນ 1:27–29; ໂມ​ໄຊ​ຢາ 9:3–5

ຮູບ​ພາບ
ກະ​ສັດ​ຊາວ​ເລ​ມັນ​ກຳ​ລັງ​ກ່າວ

ບັດ​ນີ້​ຊາວ​ເລ​ມັນ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນີ​ໄຟ, ສະ​ນັ້ນ​ຊີ​ນິບ​ຈຶ່ງ​ໄດ້​ທູນ​ຖາມ​ກະ​ສັດ​ວ່າ ຜູ້​ຄົນ​ຂອງ​ລາວ​ຈະ​ອາ​ໄສ​ຢູ່​ນຳ​ໄດ້​ບໍ່. ກະ​ສັດ​ກໍ​ຕົກ​ລົງ.

ໂມ​ໄຊ​ຢາ 9:6–10

ຮູບ​ພາບ
ຊາວ​ເລ​ມັນ​ກຳ​ລັງ​ບຸກ​ໂຈມ​ຕີ

ກະ​ສັດ​ໄດ້​ຫລອກ​ຊີ​ນິບ ແລະ ຜູ້​ຄົນ​ຂອງ​ລາວ. ເພິ່ນ​ໄດ້​ປ່ອຍ​ໃຫ້​ພວກ​ເຂົາ​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ນີ​ໄຟ ເພື່ອ​ວ່າ​ເພິ່ນ​ຈະ​ສາ​ມາດ​ຍຶດ​ເອົາ​ອາ​ຫານ ແລະ ສັດ​ລ້ຽງ​ຂອງ​ພວກ​ເຂົາ​ໃນ​ພາຍ​ຫລັງ. ຜູ້​ຄົນ​ຂອງ​ຊີ​ນິບ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ​ເປັນ​ເວ​ລາ​ຫລາຍ​ປີ. ພວກ​ເຂົາ​ໄດ້​ປູກ​ພືດ​ພັນ​ຢ່າງ​ຫລວງ​ຫລາຍ ແລະ ມີ​ສັດ​ລ້ຽງ​ຈຳ​ນວນ​ຫລາຍ. ແລ້ວ​ຊາວ​ເລ​ມັນ​ໄດ້​ບຸກ​ໂຈມ​ຕີ ແລະ ພະ​ຍາ​ຍາມ​ຍຶດ​ເອົາ​ອາ​ຫານ ແລະ ສັດ​ລ້ຽງ​ຂອງ​ພວກ​ເຂົາ.

ໂມ​ໄຊ​ຢາ 9:10–14

ຮູບ​ພາບ
ຜູ້​ຄົນ​ຂອງ​ຊີ​ນິບ​ໄຊ​ຊະ​ນະ​ການ​ສູ້​ຮົບ

ຊີ​ນິບ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ລາວ​ໃຫ້​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ຊາວ​ເລ​ມັນ​ມາ​ຕໍ່​ສູ້​ກັບ​ພວກ​ເຂົາ, ຊີ​ນິບ ແລະ ຜູ້​ຄົນ​ຂອງ​ລາວ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ພະ​ລັງ​ໃຫ້​ພວກ​ເຂົາ ແລະ ຊ່ວຍ​ປົກ​ປ້ອງ​ພວກ​ເຂົາ. ພວກ​ເຂົາ​ສາ​ມາດ​ຂັບ​ໄລ່​ຊາວ​ເລ​ມັນ​ໃຫ້​ໜີ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ຊີ​ນິບ ແລະ ຜູ້​ຄົນ​ຂອງ​ລາວ ເພາະ​ສັດ​ທາ​ຂອງ​ພວກ​ເຂົາ.

ໂມ​ໄຊ​ຢາ 9:15–18

ພິມ