Scripture Stories
ແອວ​ມາ, ແອມ​ມິວ​ເລັກ, ແລະ ຊີ​ເອສ​ຣອມ


“ແອວ​ມາ, ແອມ​ມິວ​ເລັກ, ແລະ ຊີ​ເອສ​ຣອມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 4–12

ແອວ​ມາ, ແອມ​ມິວ​ເລັກ, ແລະ ຊີ​ເອສ​ຣອມ

ການ​ເລືອກ​ທີ່​ຈະ​ເຊື່ອ​ໃນ​ພຣະ​ເຈົ້າ ແລະ ເຊື່ອ​ຟັງ​ພຣະ​ອົງ

ຮູບ​ພາບ
ແອວ​ມາ​ຖືກ​ຜູ້​ຄົນ​ໂຈມ​ຕີ

ແອວ​ມາ​ໄດ້​ເຫັນ​ວ່າ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ສະ​ນັ້ນ​ແອວ​ມາ​ຈຶ່ງ​ໄດ້​ໄປ​ຈາກ​ເມືອງ​ໜຶ່ງ​ຫາ​ອີກ​ເມືອງ​ໜຶ່ງ​ເພື່ອ​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ຫລາຍ​ຄົນ​ໄດ້​ກັບ​ໃຈ. ແລ້ວ​ແອວ​ມາ​ໄດ້​ມາ​ເຖິງ​ເມືອງ​ໜຶ່ງ​ຊື່​ວ່າ ອຳ​ໂມນ​ໄນ​ຮາ. ຜູ້​ຄົນ​ຢູ່​ທີ່​ນັ້ນ​ບໍ່​ໄດ້​ຟັງ​ເພິ່ນ. ພວກ​ເຂົາ​ຖົ່ມ​ນ້ຳ​ລາຍ​ໃສ່​ເພິ່ນ ແລະ ຂັບ​ໄລ່​ເພິ່ນ​ອອກ​ຈາກ​ເມືອງ.

ແອວ​ມາ 4:11–20; 5–7; 8:1–13

ຮູບ​ພາບ
ທູດ​ກຳ​ລັງ​ເວົ້າ​ກັບ​ແອວ​ມາ

ແອວ​ມາ​ຮູ້​ສຶກ​ໂສກ​ເສົ້າ​ຂະ​ນະ​ທີ່​ເພິ່ນ​ອອກ​ໄປ​ຈາກ​ເມືອງ. ເພິ່ນ​ເປັນ​ຫ່ວງ​ນຳ​ຜູ້​ຄົນ. ແລ້ວ​ທູດ​ອົງ​ໜຶ່ງ​ໄດ້​ມາ​ຫາ​ເພິ່ນ. ທູດ​ໄດ້​ກ່າວ​ວ່າ ແອວ​ມາ​ສາ​ມາດ​ມີ​ຄວາມ​ສຸກ​ໄດ້ ຍ້ອນ​ວ່າ​ເພິ່ນ​ເຊື່ອ​ຟັງ​ພຣະ​ເຈົ້າ. ທູດ​ໄດ້​ບອກ​ແອວ​ມາ​ໃຫ້​ກັບ​ຄືນ​ໄປ​ເມືອງ​ນັ້ນ ແລະ ເຕືອນ​ຜູ້​ຄົນ. ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ, ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ. ແອວ​ມາ​ກໍ​ໄດ້​ກັບ​ໄປ​ຢ່າງ​ໄວ.

ແອວ​ມາ 8:14–18

ຮູບ​ພາບ
ແອວ​ມາ​ກຳ​ລັງ​ເວົ້າ​ກັບ​ແອມ​ມິວ​ເລັກ

ເມື່ອ​ແອວ​ມາ​ໄດ້​ມາ​ເຖິງ​ເມືອງ, ເພິ່ນ​ຫິວ​ເຂົ້າ​ຫລາຍ. ເພິ່ນ​ໄດ້​ຖື​ສິນ​ອົດ​ເຂົ້າ​ເປັນ​ເວ​ລາ​ຫລາຍ​ມື້. ແອວ​ມາ​ໄດ້​ຂໍ​ກິນ​ເຂົ້າ​ນຳ​ຊາຍ​ຄົນ​ໜຶ່ງ​ຊື່ ແອມ​ມິວ​ເລັກ.

ແອວ​ມາ 8:19, 26

ຮູບ​ພາບ
ແອມ​ມິວ​ເລັກ​ກຳ​ລັງ​ເຊື້ອ​ເຊີນ​ແອວ​ມາ​ເຂົ້າ​ໄປ​ຂ້າງ​ໃນ

ແອມ​ມິວ​ເລັກ​ໄດ້​ບອກ​ແອວ​ມາ​ກ່ຽວ​ກັບ​ພາບ​ນິ​ມິດ​ທີ່​ເພິ່ນ​ໄດ້​ເຫັນ. ໃນ​ພາບ​ນິ​ມິດ, ທູດ​ອົງ​ໜຶ່ງ​ໄດ້​ບອກ​ແອມ​ມິວ​ເລັກ​ວ່າ ແອວ​ມາ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ແອມ​ມິວ​ເລັກ​ຢາກ​ຊ່ວຍ​ແອວ​ມາ.

ແອວ​ມາ 8:20

ຮູບ​ພາບ
ແອວ​ມາ​ກຳ​ລັງ​ທັກ​ທາຍ​ຄອບ​ຄົວ​ຂອງ​ແອມ​ມິວ​ເລັກ

ແອມ​ມິວ​ເລັກ​ໄດ້​ພາ​ແອວ​ມາ​ກັບ​ບ້ານ ແລະ ເອົາ​ເຂົ້າ​ໃຫ້​ເພິ່ນ​ກິນ. ແອວ​ມາ​ໄດ້​ພັກ​ຢູ່​ທີ່​ບ້ານ​ຂອງ​ແອມ​ມິວ​ເລັກ​ເປັນ​ເວ​ລາ​ຫລາຍ​ມື້. ພຣະ​ເຈົ້າ​ໄດ້​ອວຍ​ພອນ​ແອມ​ມິວ​ເລັກ ແລະ ຄອບ​ຄົວ​ຂອງ​ເພິ່ນ. ຕໍ່​ມາ, ພຣະ​ເຈົ້າ​ໄດ້​ບອກ​ແອວ​ມາ ແລະ ແອມ​ມິວ​ເລັກ​ໃຫ້​ໄປ​ບອກ​ຜູ້​ຄົນ​ຢູ່​ໃນ​ເມືອງ​ໃຫ້​ກັບ​ໃຈ. ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ເຊື່ອ​ຟັງ. ພຣະ​ເຈົ້າ​ໄດ້​ມອບ​ອຳ​ນາດ​ຂອງ​ພຣະ​ອົງ​ໃຫ້​ພວກ​ເພິ່ນ​ເພື່ອ​ຊ່ວຍ​ພວກ​ເພິ່ນ​ສິດ​ສອນ.

ແອວ​ມາ 8:21–32; 9–13

ຮູບ​ພາບ
ຊີ​ເອສ​ຣອມ​ສະ​ເໜີ​ມອບ​ເງິນ

ໜຶ່ງ​ໃນ​ຜູ້​ຄົນ​ທີ່​ໄດ້​ຍິນ​ພວກ​ເພິ່ນ​ສິດ​ສອນ​ຊື່​ວ່າ ຊີ​ເອສ​ຣອມ. ລາວ​ເປັນ​ຄົນ​ສະ​ຫລາດ​ຫລາຍ ແລະ ຕ້ອງ​ການ​ຫລອກ​ແອວ​ມາ ແລະ ແອມ​ມິວ​ເລັກ. ຊີ​ເອສ​ຣອມ​ໄດ້​ບອກ​ແອມ​ມິວ​ເລັກ​ວ່າ ລາວ​ຈະ​ມອບ​ເງິນ​ຢ່າງ​ຫລວງ​ຫລາຍ​ໃຫ້​ເພິ່ນ ຖ້າ​ຫາກ​ເພິ່ນ​ເວົ້າ​ວ່າ ພຣະ​ເຈົ້າ​ບໍ່​ມີ​ຈິງ. ລາວ​ຕ້ອງ​ການ​ໃຫ້​ແອມ​ມິວ​ເລັກ​ເວົ້າ​ຕົວະ ເພື່ອ​ວ່າ​ຜູ້​ຄົນ​ຈະ​ບໍ່​ເຊື່ອ​ສິ່ງ​ທີ່​ແອມ​ມິວ​ເລັກ ແລະ ແອວ​ມາ​ໄດ້​ສິດ​ສອນ.

ແອວ​ມາ 10:29–32; 11:21–25; 12:4–6

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ກຳ​ລັງ​ເວົ້າ​ກັບ​ຊີ​ເອສ​ຣອມ

ແຕ່​ແອມ​ມິວ​ເລັກ​ຈະ​ບໍ່​ເວົ້າ​ຕົວະ​ກ່ຽວ​ກັບ​ພຣະ​ເຈົ້າ. ເພິ່ນ​ເວົ້າ​ວ່າ​ພຣະ​ເຈົ້າ​ມີ​ຈິງ. ແອມ​ມິວ​ເລັກ ແລະ ແອວ​ມາ​ຮູ້​ເຖິງ​ແນວ​ຄິດ​ຂອງ​ຊີ​ເອສ​ຣອມ. ຊີ​ເອສ​ຣອມ​ປະ​ຫລາດ​ໃຈ​ຫລາຍ ແລະ ໄດ້​ຖາມ​ຫລາຍໆ​ຢ່າງ. ພວກ​ເພິ່ນ​ໄດ້​ສິດ​ສອນ​ຊີ​ເອສ​ຣອມ​ວ່າ ພຣະ​ເຈົ້າ​ມີ​ແຜນ​ສຳ​ລັບ​ທຸກ​ຄົນ. ຊີ​ເອສ​ຣອມ​ໄດ້​ເຊື່ອ​ສິ່ງ​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ 11:23–46; 12:1–18, 24–34; 14:6–7; 15:6–7

ຮູບ​ພາບ
ຊີ​ເອສ​ຣອມ​ກຳ​ລັງ​ຍ່າງ​ໄປ​ກັບ​ແອວ​ມາ ແລະ ແອມ​ມິວ​ເລັກ

ຊີ​ເອສ​ຣອມ​ເສຍ​ໃຈ​ຫລາຍ​ກັບ​ສິ່ງ​ບໍ່​ດີ​ທີ່​ລາວ​ໄດ້​ເຮັດ. ລາວ​ໄດ້​ລົ້ມ​ປ່ວຍ. ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ໄປ​ຢ້ຽມ​ຢາມ​ລາວ. ແອວ​ມາ​ໄດ້​ເວົ້າ​ວ່າ​ຊີ​ເອສ​ຣອມ​ສາ​ມາດ​ຫາຍ​ດີ ຍ້ອນ​ສັດ​ທາ​ຂອງ​ຊີ​ເອສ​ຣອມ​ໃນ​ພຣະ​ເຢ​ຊູ. ແອວ​ມາ​ໄດ້​ຂໍ​ໃຫ້​ພຣະ​ເຈົ້າ​ປິ່ນ​ປົວ​ລາວ. ຊີ​ເອສ​ຣອມ​ໄດ້​ລຸກ​ຢືນ​ຂຶ້ນ. ລາວ​ໄດ້​ຫາຍ​ດີ​ເປັນ​ປົກ​ກະ​ຕິ! ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ສິດ​ສອນ​ຜູ້​ຄົນ​ຕະ​ຫລອດ​ຊີ​ວິດ​ຂອງ​ລາວ.

ແອວ​ມາ 15:1–12; 31:6, 32

ພິມ