Scripture Stories
ແອວ​ມາ ແລະ ແອມ​ມິວ​ເລັກ​ຢູ່​ໃນ​ຄຸກ


“ແອວ​ມາ ແລະ ແອມ​ມິວ​ເລັກ​ຢູ່​ໃນ​ຄຸກ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 14

ແອວ​ມາ ແລະ ແອມ​ມິວ​ເລັກ​ຢູ່​ໃນ​ຄຸກ

ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ກັບ​ທະ​ຫານ​ຍາມ

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ໃນ​ເມືອງ​ອຳ​ໂມນ​ໄນ​ຮາ. ບາງ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ກັບ​ໃຈ. ແຕ່​ຄົນ​ອື່ນໆ​ຫລາຍ​ຄົນ​ໄດ້​ໃຈ​ຮ້າຍ​ໃຫ້​ແອວ​ມາ ແລະ ແອມ​ມິວ​ເລັກ ແລະ ຕ້ອງ​ການ​ທີ່​ຈະ​ທຳ​ລາຍ​ພວກ​ເພິ່ນ. ຜູ້​ຄົນ​ທີ່​ໃຈ​ຮ້າຍ​ໄດ້​ມັດ​ແອວ​ມາ ແລະ ແອມ​ມິວ​ເລັກ ແລະ ເອົາ​ຜູ້​ຊາຍ​ທັງ​ສອງ​ເຂົ້າ​ໄປ​ໃນ​ເມືອງ​ຂອງ​ຫົວ​ໜ້າ​ຜູ້​ຕັດ​ສິນ.

ແອວ​ມາ 8:29–30; 14:1–4

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ທີ່​ຖືກ​ມັດ​ມື

ຫົວ​ໜ້າ​ຜູ້​ຕັດ​ສິນ​ບໍ່​ເຊື່ອ​ວ່າ​ຜູ້​ຄົນ​ຂອງ​ເພິ່ນ​ຕ້ອງ​ກັບ​ໃຈ. ຜູ້​ຄົນ​ໃຈ​ຮ້າຍ​ໃຫ້​ແອວ​ມາ ແລະ ແອມ​ມິວ​ເລັກ. ພວກ​ເຂົາ​ໄດ້​ບັງ​ຄັບ​ໃຫ້​ພວກ​ຜູ້​ຊາຍ​ທີ່​ເຊື່ອ​ສິ່ງ​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ສິດ​ສອນ ໜີ​ໄປ​ຈາກ​ເມືອງ. ແລ້ວ​ພວກ​ເຂົາ​ໄດ້​ໂຍນ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ທີ່​ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ເຂົ້າ​ໃນ​ກອງ​ໄຟ.

ແອວ​ມາ 14:3, 5–9, 14, 16

ຮູບ​ພາບ
ແອມ​ມິວ​ເລັກ ແລະ ແອວ​ມາ​ຫລຽວ​ເບິ່ງ​ດ້ວຍ​ຄວາມ​ໂສກ​ເສົ້າ

ແອມ​ມິວ​ເລັກ​ມີ​ຄວາມ​ໂສກ​ເສົ້າ​ຫລາຍ​ເມື່ອ​ເພິ່ນ​ໄດ້​ເຫັນ​ຜູ້​ຄົນ​ເຈັບ​ປວດ. ເພິ່ນ​ໄດ້​ຂໍ​ໃຫ້​ແອວ​ມາ​ໃຊ້​ອຳ​ນາດ​ຂອງ​ພຣະ​ເຈົ້າ​ເພື່ອ​ຊ່ວຍ​ຊີ​ວິດ​ພວກ​ເຂົາ. ແຕ່​ແອວ​ມາ​ເວົ້າ​ວ່າ ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ບໍ່​ອະ​ນຸ​ຍາດ​ໃຫ້​ເພິ່ນ​ເຮັດ. ເພິ່ນ​ໄດ້​ບອກ​ແອມ​ມິວ​ເລັກວ່າ ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ​ຈະ​ໄດ້​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ​ຜູ້​ຄົນ​ທີ່​ໄດ້​ຂ້າ​ພວກ​ເຂົາ.

ແອວ​ມາ 14:9–11

ຮູບ​ພາບ
ຫົວ​ໜ້າ​ຜູ້​ຕັດ​ສິນ​ກຳ​ລັງ​ຫົວ

ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ແອວ​ມາ ແລະ ແອມ​ມິວ​ເລັກ ຍ້ອນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ປົກ​ປ້ອງ​ພວກ​ຜູ້​ຍິງ ແລະ ເດັກ​ນ້ອຍ. ເພິ່ນ​ໄດ້​ສົ່ງ​ແອວ​ມາ ແລະ ແອມ​ມິວ​ເລັກ​ເຂົ້າ​ຄຸກ.

ແອວ​ມາ 14:14–17

ຮູບ​ພາບ
ແອວ​ມາ ແລະ ແອມ​ມິວ​ເລັກ​ຢູ່​ໃນ​ຄຸກ

ຫລັງ​ຈາກ​ສາມ​ມື້, ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ໄປ​ທີ່​ຄຸກ​ກັບ​ພວກ​ປະ​ໂລ​ຫິດ​ປອມ​ຂອງ​ເພິ່ນ. ພວກ​ເຂົາ​ໄດ້​ຖາມ​ຫລາຍໆ​ຄຳ​ຖາມ. ແຕ່​ແອວ​ມາ ແລະ ແອມ​ມິວ​ເລັກ​ບໍ່​ໄດ້​ຕອບ​ພວກ​ເຂົາ.

ແອວ​ມາ 14:18–19

ຮູບ​ພາບ
ຫົວ​ໜ້າ​ຜູ້​ຕັດ​ສິນ​ກຳ​ລັງ​ຫົວ​ຂວັນ​ແອວ​ມາ ແລະ ແອມ​ມິວ​ເລັກ​ຢູ່​ໃນ​ຄຸກ

ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ໄດ້​ເຮັດ​ຫລາຍ​ສິ່ງ​ທີ່​ບໍ່​ດີ​ກັບ​ແອວ​ມາ ແລະ ແອມ​ມິວ​ເລັກ. ພວກ​ເຂົາ​ບໍ່​ໄດ້​ເອົາ​ເຂົ້າ ຫລື ເອົາ​ນ້ຳ​ໃຫ້​ແອວ​ມາ ແລະ ແອມ​ມິວ​ເລັກ​ກິນ​ນຳ​ອີກ. ແລະ ພວກ​ເຂົາ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ສິ່ງ​ທີ່​ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ສິດ​ສອນ.

ແອວ​ມາ 14:19–22

ຮູບ​ພາບ
ແອມ​ມິວ​ເລັກ ແລະ ແອວ​ມາ​ຖືກ​ມັດ ຂະ​ນະ​ທີ່​ຫົວ​ໜ້າ​ຜູ້​ຕັດ​ສິນ​ຢືນ​ຢູ່​ໃກ້

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ຮັບ​ທຸກ​ທໍ​ລະ​ມານ​ເປັນ​ເວ​ລາ​ຫລາຍ​ມື້. ຫົວ​ໜ້າ​ຜູ້​ຕັດ​ສິນ​ໄດ້​ຄືນ​ມາ​ອີກ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ. ເພິ່ນ​ໄດ້​ບອກ​ແອວ​ມາ ແລະ ແອມ​ມິວ​ເລັກ​ວ່າ ຖ້າ​ຫາກ​ພວກ​ເພິ່ນ​ມີ​ອຳ​ນາດ​ຂອງ​ພຣະ​ເຈົ້າ, ແລ້ວ​ພວກ​ເພິ່ນ​ຄວນ​ແກ້​ສາຍ​ເຊືອກ​ມັດ​ອອກ​ຈາກ​ຕົວ​ເອງ​ໄດ້. ແລ້ວ​ເພິ່ນ​ຈະ​ເຊື່ອ​ພວກ​ເພິ່ນ.

ແອວ​ມາ 14:23–24

ຮູບ​ພາບ
ແອມ​ມິວ​ເລັກ ແລະ ແອວ​ມາ​ຢືນ​ຂຶ້ນ

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ຮູ້​ສຶກ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ໄດ້​ຢືນ​ຂຶ້ນ. ແອວ​ມາ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ທູນ​ຂໍ​ອຳ​ນາດ​ເພື່ອ​ທີ່​ຈະ​ແກ້​ເຊືອກ.

ແອວ​ມາ 14:25–26

ຮູບ​ພາບ
ເຊືອກ​ຂາດ​ອອກ

ແອວ​ມາ ແລະ ແອມ​ມິວ​ເລັກ​ໄດ້​ເຮັດ​ໃຫ້​ເຊືອກ​ຂາດ​ອອກ. ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ເກີດ​ຄວາມ​ຢ້ານ​ກົວ. ພວກ​ເຂົາ​ພະ​ຍາ​ຍາມ​ແລ່ນ​ໜີ, ແຕ່​ແລ້ວ​ແຜ່ນ​ດິນ​ເລີ່ມ​ສັ່ນ​ຫວັ່ນ​ໄຫວ.

ແອວ​ມາ 14:26–27

ຮູບ​ພາບ
ແອມ​ມິວ​ເລັກ ແລະ ແອວ​ມາ​ຢືນ​ຢູ່​ເທິງ​ຄຸກ​ທີ່​ຖືກ​ທຳ​ລາຍ

ຝາ​ຄຸກ​ໄດ້​ພັງ​ລົງ​ທັບ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ, ແລະ ພວກ​ເຂົາ​ໄດ້​ຕາຍ​ໄປ. ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັກ​ສາ​ແອວ​ມາ ແລະ ແອມ​ມິວ​ເລັກ​ໃຫ້​ປອດ​ໄພ. ເມື່ອ​ຜູ້​ຄົນ​ໄດ້​ຍິນ​ສຽງ​ດັງ, ພວກ​ເຂົາ​ກໍ​ແລ່ນ​ມາ​ເບິ່ງ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ. ພຽງ​ແຕ່​ແອວ​ມາ ແລະ ແອມ​ມິວ​ເລັກ​ເທົ່າ​ນັ້ນ​ທີ່​ໄດ້​ຍ່າງ​ອອກ​ມາ​ຈາກ​ຄຸກ​ໄດ້. ຜູ້​ຄົນ​ຢ້ານ​ກົວ​ແອວ​ມາ ແລະ ແອມ​ມິວ​ເລັກ​ຫລາຍ ຈົນ​ວ່າ​ພວກ​ເຂົາ​ໄດ້​ແລ່ນ​ໜີ​ໄປ.

ແອວ​ມາ 14:27–29

ພິມ