Scripture Stories
ແອວ​ມາ​ຢູ່​ທີ່​ນ້ຳ​ມໍ​ມອນ


“ແອວ​ມາ​ຢູ່​ທີ່​ນ້ຳ​ມໍ​ມອນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ໂມ​ໄຊ​ຢາ 18; 23

ແອວ​ມາ​ຢູ່​ທີ່​ນ້ຳ​ມໍ​ມອນ

ການ​ກາຍ​ເປັນ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ

ຮູບ​ພາບ
ແອວ​ມາ​ຫລຽວ​ເບິ່ງ​ນ້ຳ

ແອວ​ມາ​ເຄີຍ​ເປັນ​ປະ​ໂລ​ຫິດ​ຂອງ​ກະ​ສັດ​ອົງ​ໜຶ່ງ​ຊື່ ໂນ​ອາ. ແອວ​ມາ​ໄດ້​ພະ​ຍາ​ຍາມ​ຊ່ວຍ​ຊີ​ວິດ​ອະ​ບີ​ນາ​ໄດ, ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ຈາກ​ການ​ຖືກ​ຂ້າ​ໂດຍ​ໂນ​ອາ. ແຕ່​ໂນ​ອາ​ໄດ້​ໃຈ​ຮ້າຍ​ໃຫ້​ແອວ​ມາ ແລະ ຕ້ອງ​ການ​ທີ່​ຈະ​ຂ້າ​ແອວ​ມາ​ເຊັ່ນ​ກັນ. ແອວ​ມາ​ໄດ້​ແລ່ນ​ໜີ​ຈາກ​ໂນ​ອາ​ເພື່ອ​ຄວາມ​ປອດ​ໄພ. ໃນ​ຕອນ​ກາງ​ເວັນ, ແອວ​ມາ​ໄດ້​ລີ້​ຢູ່​ໃກ້​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ ນ້ຳ​ມໍ​ມອນ.

ໂມ​ໄຊ​ຢາ 17:2–4; 18:4–5, 8

ຮູບ​ພາບ
ແອວ​ມາ​ຄຸ​ເຂົ່າ ແລະ ອະ​ທິ​ຖານ​ຢູ່​ໃກ້​ນ້ຳ

ແອວ​ມາ​ເຊື່ອ​ສິ່ງ​ທີ່​ອະ​ບີ​ນາ​ໄດ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ. ເພິ່ນ​ໄດ້​ທູນ​ຂໍ​ພຣະ​ເຈົ້າ​ໃຫ້​ອະ​ໄພ​ແກ່​ບາບ ແລະ ຄວາມ​ຜິດ​ພາດ​ຂອງ​ເພິ່ນ.

ໂມ​ໄຊ​ຢາ 18:1–2

ຮູບ​ພາບ
ແອວ​ມາ​ຢູ່​ໃນ​ຕົວ​ເມືອງ​ໃນ​ຕອນ​ກາງ​ຄືນ

ແອວ​ມາ​ໄດ້​ພົບ​ກັບ​ຜູ້​ຄົນ​ຢ່າງ​ລັບໆ ແລະ ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຢ​ຊູ. ເພິ່ນ​ໄດ້​ສິດ​ສອນ​ທຸກ​ຄົນ​ທີ່​ຈະ​ຟັງ.

ໂມ​ໄຊ​ຢາ 18:1–3

ຮູບ​ພາບ
ຜູ້​ຄົນ​ຟັງ​ແອວ​ມາ​ສິດ​ສອນ​ຢູ່​ແຄມ​ນ້ຳ

ຫລາຍ​ຄົນ​ເຊື່ອ​ແອວ​ມາ. ພວກ​ເຂົາ​ໄດ້​ໄປ​ທີ່​ນ້ຳ​ມໍ​ມອນ​ເພື່ອ​ຟັງ​ແອວ​ມາ​ສິດ​ສອນ.

ໂມ​ໄຊ​ຢາ 18:3–8, 31

ຮູບ​ພາບ
ແອວ​ມາ​ນັ່ງ ແລະ ສິດ​ສອນ​ຢູ່​ແຄມ​ນ້ຳ

ຜູ້​ທີ່​ເຊື່ອ​ຢາກ​ຖືກ​ເອີ້ນ​ວ່າ​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ຊ່ວຍ​ເຫລືອ​ຄົນ​ຂັດ​ສົນ, ແລະ ບອກ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ເຈົ້າ. ສະ​ນັ້ນ​ແອວ​ມາ​ຈຶ່ງ​ໄດ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຮັບ​ບັບ​ຕິ​ສະ​ມາ. ໂດຍ​ການ​ບັບ​ຕິ​ສະ​ມາ, ພວກ​ເຂົາ​ຈະ​ເຮັດ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ, ກັບ​ພຣະ​ເຈົ້າ ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ໃນ​ການ​ຕອບ​ສະ​ໜອງ, ພຣະ​ເຈົ້າ​ຈະ​ອວຍ​ພອນ​ພວກ​ເຂົາ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ.

ໂມ​ໄຊ​ຢາ 18:8–10, 13

ຮູບ​ພາບ
ແອວ​ມາ​ບັບ​ຕິ​ສະ​ມາ​ໃຫ້​ຜູ້​ຍິງ​ຄົນ​ໜຶ່ງ​ໃນ​ນ້ຳ

ຜູ້​ຄົນ​ດີ​ໃຈ​ຫລາຍ. ພວກ​ເຂົາ​ໄດ້​ຕົບ​ມື ແລະ ເວົ້າ​ວ່າ​ພວກ​ເຂົາ​ຢາກ​ຮັບ​ບັບ​ຕິ​ສະ​ມາ. ແອວ​ມາ​ໄດ້​ບັບ​ຕິ​ສະ​ມາ​ໃຫ້​ພວກ​ເຂົາ​ແຕ່​ລະ​ຄົນ​ໃນ​ນ້ຳ​ມໍ​ມອນ. ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ ແລະ ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ພວກ​ເຂົາ. ພວກ​ເຂົາ​ໄດ້​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.

ໂມ​ໄຊ​ຢາ 18:11–17, 30

ຮູບ​ພາບ
ກະ​ສັດ​ໂນ​ອາ​ໃຈ​ຮ້າຍ ແລະ ຊີ້​ມື

ໂນ​ອາ​ໄດ້​ເຫັນ​ວ່າ​ຜູ້​ຄົນ​ບາງ​ຈຳ​ນວນ​ໄດ້​ໜີ​ຈາກ​ແຜ່ນ​ດິນ​ຂອງ​ເພິ່ນ. ເພິ່ນ​ໄດ້​ສົ່ງ​ພວກ​ຂ້າ​ໃຊ້​ຂອງ​ເພິ່ນ​ໃຫ້​ໄປ​ສອດ​ແນມ​ພວກ​ເຂົາ. ພວກ​ຂ້າ​ໃຊ້​ໄດ້​ເຫັນ​ຜູ້​ຄົນ​ໄປ​ຫາ​ແຜ່ນ​ດິນ​ມໍ​ມອນ ເພື່ອ​ຟັງ​ຄຳ​ສອນ​ຂອງ​ແອວ​ມາ. ໂນ​ອາ​ໃຈ​ຮ້າຍ​ຢ່າງ​ແຮງ. ເພິ່ນ​ໄດ້​ສົ່ງ​ກອງ​ທັບ​ຂອງ​ເພິ່ນ​ໃຫ້​ໄປ​ຂ້າ​ແອວ​ມາ ແລະ ຜູ້​ຄົນ​ທີ່​ແອວ​ມາ​ກຳ​ລັງ​ສິດ​ສອນ.

ໂມ​ໄຊ​ຢາ 18:31–33

ຮູບ​ພາບ
ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ເດີນ​ທາງ

ພຣະ​ເຈົ້າ​ໄດ້​ເຕືອນ​ແອວ​ມາ​ກ່ຽວ​ກັບ​ກອງ​ທັບ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ໜີ​ຈາກ​ແຜ່ນ​ດິນ​ໄປ​ຢ່າງ​ປອດ​ໄພ. ກອງ​ທັບ​ບໍ່​ສາ​ມາດ​ຕາມ​ໄປ​ທັນ. ພວກ​ເຂົາ​ໄດ້​ຍ່າງ​ໄປ​ເປັນ​ເວ​ລາ​ແປດ​ມື້​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ໄດ້​ມາ​ເຖິງ​ແຜ່ນ​ດິນ​ທີ່​ສວຍ​ງາມ. ພວກ​ເຂົາ​ໄດ້​ສ້າງ​ຕັ້ງ​ບ້ານ​ໃໝ່​ຢູ່​ທີ່​ນັ້ນ. ແອວ​ມາ​ໄດ້​ສິດ​ສອນ​ຜູ້​ຄົນ, ແລະ ພວກ​ເຂົາ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ເຈົ້າ.

ໂມ​ໄຊ​ຢາ 18:34–35; 23:1–20

ພິມ