“ສາດສະດາມໍມອນ,” ເລື່ອງພຣະຄຳພີມໍມອນ (2023)
ສາດສະດາມໍມອນ
ການຂຽນພຣະຄຳພີມໍມອນ
ມໍມອນເປັນຊາວນີໄຟທີ່ເຊື່ອໃນພຣະເຢຊູຄຣິດ. ເພິ່ນເຕີບໂຕຂຶ້ນໃນວັນເວລາທີ່ຫລາຍຄົນບໍ່ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. ຜູ້ຄົນໄດ້ລັກ ແລະ ຂ້າກັນເພື່ອເງິນ ແລະ ອຳນາດ. ມັນໄດ້ມີສົງຄາມຫລາຍຄັ້ງ.
3 ນີໄຟ 5:12–13; 4 ນີໄຟ 1:27–49; ມໍມອນ 1:1–3, 15, 18–19
ເມື່ອມໍມອນອາຍຸໄດ້ 10 ປີ, ຊາຍຄົນໜຶ່ງຊື່ ອາມມາຣອນ ໄດ້ມາຫາເພິ່ນ. ອາມມາຣອນໄດ້ຮັກສາບັນທຶກປະຫວັດສາດຂອງຊາວນີໄຟ. ອາມມາຣອນໄດ້ໄວ້ວາງໃຈມໍມອນ ແລະ ໄດ້ບອກເພິ່ນວ່າ ບັນທຶກໄດ້ຖືກເຊື່ອງໄວ້ຢູ່ເທິງເນີນພູ. ອາມມາຣອນໄດ້ເວົ້າວ່າ ເມື່ອມໍມອນເຖິງອາຍຸ 24 ປີ, ມໍມອນຄວນຂຽນສິ່ງທີ່ເພິ່ນໄດ້ເຫັນກ່ຽວກັບຜູ້ຄົນຂອງເພິ່ນ ແລະ ເພີ່ມມັນໃສ່ໃນບັນທຶກ.
ຂະນະທີ່ມໍມອນໄດ້ເຕີບໂຕຂຶ້ນ, ເພິ່ນຈື່ຈຳສິ່ງທີ່ອາມມາຣອນໄດ້ຂໍໃຫ້ເພິ່ນເຮັດ. ເມື່ອມໍມອນມີອາຍຸໄດ້ 15 ປີ, ພຣະຜູ້ເປັນເຈົ້າໄດ້ມາຢ້ຽມຢາມເພິ່ນ. ມໍມອນໄດ້ຮຽນຮູ້ກ່ຽວກັບພຣະກະລຸນາທິຄຸນຂອງພຣະເຢຊູ.
ເຖິງແມ່ນວ່າມໍມອນຍັງໜຸ່ມ, ແຕ່ເພິ່ນແຂງແຮງ. ຊາວນີໄຟໄດ້ເລືອກເພິ່ນໃຫ້ເປັນຜູ້ນຳກອງທັບຂອງພວກເຂົາ. ມໍມອນຮັກຜູ້ຄົນດ້ວຍສຸດໃຈຂອງເພິ່ນ. ເພິ່ນຢາກໃຫ້ພວກເຂົາເຊື່ອຟັງພຣະເຈົ້າ ແລະ ມີຄວາມສຸກ.
ມໍມອນ 2:1–2, 12, 15, 19; 3:12
ມໍມອນໄດ້ພະຍາຍາມຊ່ວຍເຫລືອຜູ້ຄົນ. ເພິ່ນໄດ້ອະທິຖານເພື່ອພວກເຂົາທຸກມື້ທຸກວັນ. ຜູ້ຄົນຮູ້ວ່າພວກເຂົາກຳລັງເຮັດສິ່ງທີ່ບໍ່ດີ, ແຕ່ພວກເຂົາຈະບໍ່ກັບໃຈ. ພວກເຂົາບໍ່ມີອຳນາດຂອງພຣະເຈົ້າເພື່ອຊ່ວຍເຫລືອພວກເຂົາອີກຕໍ່ໄປ. ຍ້ອນວ່າພວກເຂົາບໍ່ມີສັດທາ, ການມະຫັດສະຈັນຈຶ່ງຢຸດ. ພວກເຂົາໄດ້ສືບຕໍ່ສູ້ຮົບ, ແລະ ພວກເຂົາຫລາຍຄົນໄດ້ຕາຍໄປ. ມໍມອນໂສກເສົ້າ.
ມໍມອນ 1:13–14, 16–19; 2:23–27; 3:1–12; 4:5, 9–12; 5:1–7
ເມື່ອມໍມອນມີອາຍຸປະມານ 24 ປີ, ເພິ່ນໄດ້ໄປຫາເນີນພູບ່ອນທີ່ບັນທຶກໄດ້ຖືກເຊື່ອງໄວ້. ເພິ່ນເລີ່ມຂຽນເລື່ອງລາວ ແລະ ຄຳສອນຂອງຜູ້ຄົນໄວ້ໃນແຜ່ນຈາລຶກໂລຫະ. ພຣະເຈົ້າໄດ້ຊ່ວຍເພິ່ນໃຫ້ຮູ້ສິ່ງທີ່ຄວນຂຽນ. ມໍມອນໄດ້ເຮັດວຽກບັນທຶກເປັນເວລາຫລາຍປີ. ທຸກວັນນີ້, ບັນທຶກນີ້ຖືກເອີ້ນວ່າ ພຣະຄຳພີມໍມອນ.
ຄຳຂອງມໍມອນ 1:3–9; ມໍມອນ 1:3–4; 2:17–18
ຫລັງຈາກສົງຄາມຫລາຍຄັ້ງ, ຊາວເລມັນໄດ້ຂ້າຊາວນີໄຟເກືອບທັງໝົດ. ມໍມອນຮູ້ວ່າຜູ້ຄົນຂອງເພິ່ນຈະໝົດໄປໃນໄວໆນັ້ນ. ເພິ່ນໂສກເສົ້າຍ້ອນວ່າພວກເຂົາບໍ່ກັບໃຈ ແລະ ທູນຂໍຄວາມຊ່ວຍເຫລືອຈາກພຣະເຈົ້າ. ແຕ່ເພິ່ນໄດ້ອະທິຖານ ແລະ ທູນຂໍໃຫ້ພຣະເຈົ້າປົກປ້ອງແຜ່ນຈາລຶກໄວ້. ເພິ່ນຮູ້ວ່າແຜ່ນຈາລຶກຈະປອດໄພ ເພາະມັນມີພຣະຄຳຂອງພຣະເຈົ້າຢູ່ໃນນັ້ນ.
ຄຳຂອງມໍມອນ 1:11; ມໍມອນ 5:11; 6:6, 16–22
ມໍມອນຢາກໃຫ້ຜູ້ຄົນເຊື່ອໃນພຣະເຢຊູ. ເພິ່ນຫວັງວ່າຫລາຍຄົນຈະອ່ານໜັງສືເຫລັ້ມນັ້ນໃນອະນາຄົດ. ໂດຍສະເພາະຢ່າງຍິ່ງ ເພິ່ນຢາກໃຫ້ຄອບຄົວຂອງຊາວເລມັນອ່ານມັນໃນມື້ໜຶ່ງ. ຖ້າພວກເຂົາເຮັດ, ພວກເຂົາຈະຮຽນຮູ້ກ່ຽວກັບພຣະເຢຊູ. ກ່ອນມໍມອນໄດ້ເສຍຊີວິດ, ເພິ່ນໄດ້ມອບແຜ່ນຈາລຶກໃຫ້ໂມໂຣໄນ ລູກຊາຍຂອງເພິ່ນ ເພື່ອວ່າມັນຈະປອດໄພ.