Scripture Stories
ຕົ້ນ​ໄມ້​ແຫ່ງ​ຊີ​ວິດ


“ຕົ້ນ​ໄມ້​ແຫ່ງ​ຊີ​ວິດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ຕົ້ນ​ໄມ້​ແຫ່ງ​ຊີ​ວິດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

1 ນີ​ໄຟ 8

ຕົ້ນ​ໄມ້​ແຫ່ງ​ຊີ​ວິດ

ຄວາມ​ຝັນ​ທີ່​ດົນ​ໃຈ​ຂອງ​ລີ​ໄຮ

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ເວົ້າ​ກັບ​ຄອບ​ຄົວ

ມີ​ຄືນ​ໜຶ່ງ, ລີ​ໄຮ​ໄດ້​ມີ​ຄວາມ​ຝັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ບອກ​ຄອບ​ຄົວ​ຂອງ​ເພິ່ນ​ກ່ຽວ​ກັບ​ຄວາມ​ຝັນ.

1 ນີ​ໄຟ 8:2–4

ຮູບ​ພາບ
ທູດ​ກຳ​ລັງ​ເວົ້າ​ກັບ​ລີ​ໄຮ

ໃນ​ຄວາມ​ຝັນ​ຂອງ​ເພິ່ນ, ລີ​ໄຮ​ໄດ້​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນ​ຊຸດ​ສີ​ຂາວ. ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ບອກ​ລີ​ໄຮ​ໃຫ້​ຕິດ​ຕາມ​ເພິ່ນ​ໄປ.

1 ນີ​ໄຟ 8:5–6

ຮູບ​ພາບ
ລີ​ໄຮ​ຢູ່​ໃນ​ຄວາມ​ມືດ

ລີ​ໄຮ​ໄດ້​ເຫັນ​ວ່າ​ເພິ່ນ​ຢູ່​ໃນ​ຄວາມ​ມືດ ແລະ ໃນ​ສະ​ຖານ​ທີ່​ເປົ່າ​ປ່ຽວ. ເພິ່ນ​ໄດ້​ຍ່າງ​ໄປ​ຫລາຍ​ຊົ່ວ​ໂມງ. ແຕ່​ຄວາມ​ມືດ​ບໍ່​ໄດ້​ຫາຍ​ໄປ. ໃນ​ທີ່​ສຸດ, ລີ​ໄຮ​ໄດ້​ອະ​ທິ​ຖານ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ.

1 ນີ​ໄຟ 8:7–8

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ຫລຽວ​ເບິ່ງ​ຕົ້ນ​ໄມ້​ທີ່​ເຕັມ​ໄປ​ດ້ວຍ​ໝາກ

ເມື່ອ​ລີ​ໄຮ​ອະ​ທິ​ຖານ​ແລ້ວ, ເພິ່ນ​ໄດ້​ເຫັນ​ພື້ນ​ທີ່​ອັນ​ກວ້າງ​ໃຫຍ່. ໃນ​ພື້ນ​ທີ່​ນັ້ນ​ມີ​ກົກ​ໄມ້​ຢູ່​ຕົ້ນ​ໜຶ່ງ​ເຕັມ​ໄປ​ດ້ວຍ​ໝາກ. ລີ​ໄຮ​ຄິດ​ວ່າ​ໝາກ​ໄມ້​ຄົງ​ເຮັດ​ໃຫ້​ເພິ່ນ​ມີ​ຄວາມ​ສຸກ, ສະ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ກິນ. ຈິດ​ວິນ​ຍານ​ຂອງ​ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ.

1 ນີ​ໄຟ 8:9–12

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ກິນ​ໝາກ​ໄມ້​ຂະ​ນະ​ທີ່​ຊາ​ໄຣ​ຢາ, ແຊມ, ແລະ ນີ​ໄຟ​ກຳ​ລັງ​ຢືນ​ຢູ່​ໃກ້​ແມ່​ນ້ຳ

ໝາກ​ໄມ້​ມີ​ລົດ​ຊາດ​ດີ​ກວ່າ​ໝາກ​ໄມ້​ອື່ນ​ໃດ. ມັນ​ຫວານ ແລະ ແຊບ​ຊ້ອຍ. ລີ​ໄຮ​ຢາກ​ແບ່ງ​ປັນ​ມັນ​ໃຫ້​ກັບ​ຄອບ​ຄົວ​ຂອງ​ເພິ່ນ. ເພິ່ນ​ຮູ້​ວ່າ ມັນ​ຈະ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ເຊັ່ນ​ກັນ. ລີ​ໄຮ​ໄດ້​ເຫັນ​ຊາ​ໄຣ​ຢາ, ແຊມ, ແລະ ນີ​ໄຟ​ກຳ​ລັງ​ຢືນ​ຢູ່​ໃກ້​ແມ່​ນ້ຳ. ເຂົາ​ເຈົ້າ​ເບິ່ງ​ຄື​ຫລົງ​ທາງ. ລີ​ໄຮ​ໄດ້​ເອີ້ນ​ໃສ່​ເຂົາ​ເຈົ້າ​ແຮງໆ. ເພິ່ນ​ໄດ້​ຂໍ​ໃຫ້​ເຂົາ​ເຈົ້າ​ມາ​ກິນ​ໝາກ​ໄມ້.

1 ນີ​ໄຟ 8:11–15

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ກຳ​ລັງ​ຍ່າງ​ໜີ

ຊາ​ໄຣ​ຢາ, ແຊມ, ແລະ ນີ​ໄຟ​ໄດ້​ມາ​ທີ່​ຕົ້ນ​ໄມ້ ແລະ ກິນ​ໝາກ​ໄມ້. ລີ​ໄຮ​ໄດ້​ຫລຽວ​ຫາ​ເລ​ມັນ ແລະ ເລ​ມູ​ເອນ. ເພິ່ນ​ຢາກ​ໃຫ້​ພວກ​ເຂົາ​ຊື່ນ​ຊົມ​ກັບ​ໝາກ​ໄມ້​ເຊັ່ນ​ກັນ. ແຕ່​ພວກ​ເຂົາ​ບໍ່​ຍອມ​ມາ​ກິນ​ໝາກ​ໄມ້.

1 ນີ​ໄຟ 8:16–18

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ມາ​ຫາ​ຕົ້ນ​ໄມ້

ແລ້ວ​ລີ​ໄຮ​ໄດ້​ເຫັນ​ເສັ້ນ​ທາງ​ກັບ​ຮາວ​ເຫລັກ​ທີ່​ນຳ​ໄປ​ຫາ​ຕົ້ນ​ໄມ້. ເພິ່ນ​ໄດ້​ເຫັນ​ຄົນ​ຢ່າງ​ຫລວງ​ຫລາຍ​ກຳ​ລັງ​ຍ່າງ​ມາ​ຕາມ​ເສັ້ນ​ທາງ. ທັນ​ໃດ​ນັ້ນ, ໝອກ​ອັບ​ຕຶບ​ໜາ​ກໍ​ໄດ້​ປະ​ກົດ​ຂຶ້ນ. ຄວາມ​ມືດ​ໄດ້​ເຮັດ​ໃຫ້​ຍາກ​ທີ່​ຈະ​ຫລຽວ​ເຫັນ. ທາງ​ດຽວ​ທີ່​ຈະ​ໄປ​ເຖິງ​ຕົ້ນ​ໄມ້​ນັ້ນ​ແມ່ນ​ການ​ຈັບ​ຮາວ​ເຫລັກ​ໄປ.

1 ນີ​ໄຟ 8:19–24

ຮູບ​ພາບ
ມື​ທີ່​ກຳ​ລັງ​ຈັບ​ຮາວ​ເຫລັກ

ບາງ​ຄົນ​ໄດ້​ໜີ​ຈາກ​ເສັ້ນ​ທາງ ແລະ ຫລົງ​ທາງ​ໄປ. ຄົນ​ອື່ນໆ​ໄດ້​ຈັບ​ຮາວ​ເຫລັກ ແລະ ມຸ້ງ​ໜ້າ​ຕໍ່​ໄປ.

1 ນີ​ໄຟ 8:23–24

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ກິນ​ໝາກ​ໄມ້

ເມື່ອ​ພວກ​ເຂົາ​ໄປ​ເຖິງ​ຕົ້ນ​ໄມ້, ພວກ​ເຂົາ​ໄດ້​ກິນ​ໝາກ​ໄມ້.

1 ນີ​ໄຟ 8:24

ຮູບ​ພາບ
ຕົ້ນ​ໄມ້, ແມ່​ນ້ຳ, ແລະ ອາ​ຄານ​ໃຫຍ່

ລີ​ໄຮ​ໄດ້​ເງີຍ​ໜ້າ​ຂຶ້ນ ແລະ ເຫັນ​ອາ​ຄານ​ໃຫຍ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ. ພວກ​ເຂົາ​ຫົວ​ເຍາະ​ເຍີ້ຍ​ຜູ້​ຄົນ​ທີ່​ໄດ້​ກິນ​ໝາກ​ໄມ້. ບາງ​ຄົນ​ທີ່​ໄດ້​ກິນ​ໝາກ​ໄມ້​ຮູ້​ສຶກ​ບໍ່​ສະ​ບາຍ​ໃຈ ເມື່ອ​ຄົນ​ອື່ນ​ຫົວ​ຂວັນ​ພວກ​ເຂົາ, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ໄດ້​ໜີ​ໄປ​ຈາກ​ຕົ້ນ​ໄມ້. ພວກ​ເຂົາ​ໄດ້​ອອກ​ໄປ ແລະ ຫລົງ​ທາງ.

1 ນີ​ໄຟ 8:25–28, 31–32

ຮູບ​ພາບ
ຜູ້​ຄົນ​ຢູ່​ທີ່​ຕົ້ນ​ໄມ້

ໃນ​ຄວາມ​ຝັນ​ຂອງ​ເພິ່ນ, ລີ​ໄຮ​ໄດ້​ເຫັນ​ຫລາຍ​ຄົນ​ຕື່ມ​ອີກ​ທີ່​ຈັບ​ຮາວ​ເຫລັກ​ໄວ້​ແໜ້ນໆ. ພວກ​ເຂົາ​ໄດ້​ຍ່າງ​ໄປ​ໜ້າ​ເທື່ອ​ລະ​ບາດ​ກ້າວ ຈົນ​ກວ່າ​ພວກ​ເຂົາ​ໄດ້​ໄປ​ເຖິງ​ຕົ້ນ​ໄມ້. ແລ້ວ​ພວກ​ເຂົາ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ທີ່​ຕົ້ນ​ໄມ້ ແລະ ໄດ້​ກິນ​ໝາກ​ໄມ້. ພວກ​ເຂົາ​ບໍ່​ໄດ້​ຟັງ​ຄຳ​ຂອງ​ຜູ້​ຄົນ​ໃນ​ອາ​ຄານ​ໃຫຍ່. ພວກ​ເຂົາ​ເລືອກ​ຢູ່​ທີ່​ຕົ້ນ​ໄມ້.

1 ນີ​ໄຟ 8:30, 33

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ເວົ້າ​ກັບ​ຄອບ​ຄົວ

ເມື່ອ​ລີ​ໄຮ​ໄດ້​ຕື່ນ​ຂຶ້ນ, ເພິ່ນ​ເປັນ​ຫ່ວງ​ນຳ​ເລ​ມັນ ແລະ ເລ​ມູ​ເອນ. ພວກ​ເຂົາ​ບໍ່​ໄດ້​ກິນ​ໝາກ​ໄມ້​ຢູ່​ໃນ​ຄວາມ​ຝັນ​ຂອງ​ເພິ່ນ. ລີ​ໄຮ​ຮັກ​ເລ​ມັນ ແລະ ເລ​ມູ​ເອນ. ເພິ່ນ​ຫວັງ​ວ່າ​ພວກ​ເຂົາ​ຈະ​ຢູ່​ໃກ້​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

1 ນີ​ໄຟ 8:36–38

ພິມ