Scripture Stories
ໂຄ​ຣິ​ອານ​ທັນ


“ໂຄ​ຣິ​ອານ​ທັນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 39–42

ໂຄ​ຣິ​ອານ​ທັນ

ການ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ຄັ້ງ

ຮູບ​ພາບ
ໂຄ​ຣິ​ອານ​ທັນ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ

ໂຄ​ຣິ​ອານ​ທັນ​ແມ່ນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ແອວ​ມາ. ລາວ​ໄດ້​ໄປ​ກັບ​ພໍ່​ຂອງ​ລາວ, ຊິບ​ລັນ ອ້າຍ​ຂອງ​ລາວ, ແລະ ຄົນ​ອື່ນໆ ເພື່ອ​ສິດ​ສອນ​ຜູ້​ຄົນ​ກຸ່ມ​ໜຶ່ງ​ທີ່​ເອີ້ນ​ວ່າ ຊາວ​ໂຊ​ຣຳ ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ 31:5–7; 32:1

ຮູບ​ພາບ
ໂຄ​ຣິ​ອານ​ທັນ​ກຳ​ລັງ​ກິນ​ດື່ມ​ກັບ​ຜູ້​ຄົນ

ຂະ​ນະ​ທີ່​ໂຄ​ຣິ​ອານ​ທັນ​ຢູ່​ກັບ​ຜູ້​ຄົນ, ລາວ​ໄດ້​ຖືກ​ລໍ້​ໃຈ​ໃຫ້​ເຮັດ​ບາບ. ແທນ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ລາວ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ຕໍ່​ຕ້ານ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ຍ້ອນ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຊາວ​ໂຊ​ຣຳ​ບາງ​ຄົນ​ຈຶ່ງ​ບໍ່​ເຊື່ອ​ສິ່ງ​ທີ່​ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ສິດ​ສອນ.

ແອວ​ມາ 39:2–5, 11–12

ຮູບ​ພາບ
ແອວ​ມາ​ກຳ​ລັງ​ເວົ້າ​ກັບ​ໂຄ​ຣິ​ອານ​ທັນ

ແອວ​ມາ​ໄດ້​ເຊື້ອ​ເຊີນ​ໂຄ​ຣິ​ອານ​ທັນ​ໃຫ້​ກັບ​ໃຈ ແລະ ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ການ​ໃຫ້​ອະ​ໄພ. ໂຄ​ຣິ​ອານ​ທັນ​ເປັນ​ຫ່ວງ​ກ່ຽວ​ກັບ​ບາງ​ສ່ວນ​ໃນ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແອວ​ມາ​ໄດ້​ຊ່ວຍ​ລູກ​ຊາຍ​ຂອງ​ເພິ່ນ​ໃຫ້​ເຂົ້າ​ໃຈ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ການ​ຟື້ນ​ຄືນ​ຊີ​ວິດ, ແລະ ຊີ​ວິດ​ຫລັງ​ຈາກ​ຄວາມ​ຕາຍ. ແອວ​ມາ​ໄດ້​ເຕືອນ​ລາວ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ວຽກ​ງານ​ໃຫ້​ລາວ​ເຮັດ.

ແອວ​ມາ 39:7–9, 13–19; 40–42

ຮູບ​ພາບ
ໂຄ​ຣິ​ອານ​ທັນ​ກຳ​ລັງ​ສິດ​ສອນ​ຜູ້​ຄົນ

ໂຄ​ຣິ​ອານ​ທັນ​ໄດ້​ເຊື່ອ​ຟັງ​ພໍ່​ລາວ. ລາວ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ ແລະ ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ລາວ. ລາວ​ໄດ້​ຮຽນ​ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ທ່ຽງ​ທຳ ແລະ ຊົງ​ຮັກ ແລະ ເມດ​ຕາ. ໂຄ​ຣິ​ອານ​ທັນ​ໄດ້​ສິດ​ສອນ​ອີກ​ຄັ້ງ​ກັບ​ພໍ່ ແລະ ອ້າຍ​ຂອງ​ລາວ. ພວກ​ເພິ່ນ​ໄດ້​ສິດ​ສອນ​ຫລາຍ​ຄົນ​ກ່ຽວ​ກັບ​ຄວາມ​ຊື່ນ​ຊົມ ແລະ ສັນ​ຕິ​ສຸກ​ຂອງ​ການ​ກັບ​ໃຈ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ 42:30–31; 43:1–2; 48:17–18

ພິມ