Scripture Stories
ກະ​ສັດ​ເບັນ​ຢາ​ມິນ


“ກະ​ສັດ​ເບັນ​ຢາ​ມິນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ໂມ​ໄຊ​ຢາ 1–5

ກະ​ສັດ​ເບັນ​ຢາ​ມິນ

ການ​ຮັບ​ໃຊ້​ຜູ້​ຄົນ ແລະ ພຣະ​ເຈົ້າ

ຮູບ​ພາບ
ເບັນ​ຢາ​ມິນ​ກຳ​ລັງ​ຂຽນ​ໃສ່​ເທິງ​ແຜ່ນ​ຈາ​ລຶກ​ຄຳ

ກະ​ສັດ​ເບັນ​ຢາ​ມິນ​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ຜູ້​ປົກ​ຄອງ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ. ເພິ່ນ​ເຮັດ​ວຽກ​ໜັກ​ເພື່ອ​ຮັບ​ໃຊ້​ຜູ້​ຄົນ​ຂອງ​ເພິ່ນ ແລະ ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຈົ້າ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສາດ​ສະ​ດາ​ຄົນ​ອື່ນໆ​ຂອງ​ພຣະ​ເຈົ້າ, ເບັນ​ຢາ​ມິນ​ໄດ້​ເຮັດ​ໃຫ້​ເຊ​ຣາ​ເຮັມ​ລາ​ເປັນ​ບ່ອນ​ສະ​ຫງົບ​ສຸກ ແລະ ປອດ​ໄພ​ທີ່​ຈະ​ຢູ່​ອາ​ໄສ.

ຄຳ​ຂອງ​ມໍ​ມອນ 1:17–18; ໂມ​ໄຊ​ຢາ 1:1–7

ຮູບ​ພາບ
ເບັນ​ຢາ​ມິນ​ກຳ​ລັງ​ເວົ້າ​ກັບ​ໂມ​ໄຊ​ຢາ

ເບັນ​ຢາ​ມິນ​ເລີ່ມ​ເຖົ້າ​ແກ່​ລົງ. ເພິ່ນ​ໄດ້​ຂໍ​ໃຫ້​ໂມ​ໄຊ​ຢາ ລູກ​ຊາຍ​ຂອງ​ເພິ່ນ​ນຳ​ຜູ້​ຄົນ​ໃຫ້​ມາ​ເຕົ້າ​ໂຮມ​ກັນ. ເບັນ​ຢາ​ມິນ​ຕ້ອງ​ການ​ຈະ​ບອກ​ພວກ​ເຂົາ​ວ່າ ໂມ​ໄຊ​ຢາ​ຈະ​ເປັນ​ກະ​ສັດ​ອົງ​ໃໝ່​ຂອງ​ພວກ​ເຂົາ.

ໂມ​ໄຊ​ຢາ 1:9–10

ຮູບ​ພາບ
ຄອບ​ຄົວ​ຢູ່​ໃນ​ຜ້າ​ເຕັນ

ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ມາ​ຈາກ​ທົ່ວ​ແຜ່ນ​ດິນ. ພວກ​ເຂົາ​ໄດ້​ຕັ້ງ​ຜ້າ​ເຕັນ​ຂອງ​ພວກ​ເຂົາ​ຢູ່​ໃກ້​ພຣະ​ວິ​ຫານ ເພື່ອ​ຟັງ​ເບັນ​ຢາ​ມິນ.

ໂມ​ໄຊ​ຢາ 2:1, 5–6

ຮູບ​ພາບ
ຜູ້​ຄົນ​ຢູ່​ໃກ້​ຫໍ​ສູງ

ເບັນ​ຢາ​ມິນ​ໄດ້​ກ່າວ​ຈາກ​ຫໍ​ສູງ ເພື່ອ​ວ່າ​ຫລາຍ​ຄົນ​ຈະ​ສາ​ມາດ​ໄດ້​ຍິນ​ເພິ່ນ. ເບັນ​ຢາ​ມິນ​ໄດ້​ກ່າວ​ວ່າ​ພຣະ​ເຈົ້າ​ໄດ້​ຊ່ວຍ​ເພິ່ນ​ໃນ​ການ​ນຳ​ພາ​ພວກ​ເຂົາ. ໃນ​ຖາ​ນະ​ກະ​ສັດ, ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ໃຫ້​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພິ່ນ​ບໍ່​ໄດ້​ຮັບ​ເອົາ​ເງິນ​ຂອງ​ພວກ​ເຂົາ ຫລື ໃຫ້​ພວກ​ເຂົາ​ຮັບ​ໃຊ້​ເພິ່ນ. ກົງ​ກັນ​ຂ້າມ, ເພິ່ນ​ໄດ້​ເຮັດ​ວຽກ​ເພື່ອ​ຮັບ​ໃຊ້​ຜູ້​ຄົນ​ຂອງ​ເພິ່ນ ແລະ ພຣະ​ເຈົ້າ.

ໂມ​ໄຊ​ຢາ 2:7–16

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຊ່ວຍ​ເຫລືອ​ກັນ​ແລະ​ກັນ

ເບັນ​ຢາ​ມິນ​ໄດ້​ບອກ​ຜູ້​ຄົນ​ວ່າ ເມື່ອ​ພວກ​ເຂົາ​ຮັບ​ໃຊ້​ກັນ​ແລະ​ກັນ, ພວກ​ເຂົາ​ກໍ​ກຳ​ລັງ​ຮັບ​ໃຊ້​ພຣະ​ເຈົ້າ​ເຊັ່ນ​ກັນ. ແລ້ວ​ເພິ່ນ​ໄດ້​ບອກ​ພວກ​ເຂົາ​ວ່າ ທຸກ​ສິ່ງ​ທີ່​ພວກ​ເຂົາ​ມີ​ແມ່ນ​ມາ​ຈາກ​ພຣະ​ເຈົ້າ. ໃນ​ການ​ຕອບ​ສະ​ໜອງ, ພຣະ​ເຈົ້າ​ຕ້ອງ​ການ​ໃຫ້​ພວກ​ເຂົາ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເມື່ອ​ພວກ​ເຂົາ​ໄດ້​ເຊື່ອ​ຟັງ, ພຣະ​ເຈົ້າ​ໄດ້​ອວຍ​ພອນ​ພວກ​ເຂົາ​ຫລາຍ​ຍິ່ງ​ຂຶ້ນ.

ໂມ​ໄຊ​ຢາ 2:17–24, 41

ຮູບ​ພາບ
ເບັນ​ຢາ​ມິນ​ກຳ​ລັງ​ກ່າວ​ໂດຍ​ມີ​ໂມ​ໄຊ​ຢາ​ຢູ່​ຄຽງ​ຂ້າງ

ເບັນ​ຢາ​ມິນ​ໄດ້​ບອກ​ພວກ​ເຂົາ​ວ່າ ເພິ່ນ​ບໍ່​ສາ​ມາດ​ເປັນ​ກະ​ສັດ​ຂອງ​ພວກ​ເຂົາ ຫລື ຄູ​ສອນ​ຂອງ​ພວກ​ເຂົາ​ອີກ​ຕໍ່​ໄປ. ໂມ​ໄຊ​ຢາ ລູກ​ຊາຍ​ຂອງ​ເພິ່ນ​ຈະ​ເປັນ​ກະ​ສັດ​ອົງ​ໃໝ່​ຂອງ​ພວກ​ເຂົາ.

ໂມ​ໄຊ​ຢາ 2:29–31

ຮູບ​ພາບ
ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ປິ່ນ​ປົວ​ບາງ​ຄົນ

ແລ້ວ​ເບັນ​ຢາ​ມິນ​ໄດ້​ບອກ​ຜູ້​ຄົນ​ຂອງ​ເພິ່ນ​ວ່າ ທູດ​ອົງ​ໜຶ່ງ​ໄດ້​ມາ​ຢ້ຽມ​ຢາມ​ເພິ່ນ. ທູດ​ໄດ້​ກ່າວ​ວ່າ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ພຣະ​ເຢ​ຊູ​ຄຣິດ, ຈະ​ສະ​ເດັດ​ມາ​ສູ່​ໂລກ. ພຣະ​ອົງ​ຈະ​ເຮັດ​ການ​ມະ​ຫັດ​ສະ​ຈັນ ແລະ ປິ່ນ​ປົວ​ຜູ້​ຄົນ. ພຣະ​ອົງ​ຈະ​ຮັບ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ເຈັບ​ປວດ ແລະ ຈະ​ສິ້ນ​ພຣະ​ຊົນ​ເພື່ອ​ຊ່ວຍ​ທຸກ​ຄົນ​ໃຫ້​ລອດ. ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ວ່າ ພຣະ​ເຢ​ຊູ​ຈະ​ໃຫ້​ອະ​ໄພ​ທຸກ​ຄົນ​ທີ່​ມີ​ສັດ​ທາ​ໃນ​ພຣະ​ອົງ ແລະ ກັບ​ໃຈ.

ໂມ​ໄຊ​ຢາ 3:1–12, 17–18

ຮູບ​ພາບ
ຜູ້​ຄົນ​ທີ່​ມີ​ຄວາມ​ສຸກ

ຜູ້​ຄົນ​ເຊື່ອ​ສິ່ງ​ທີ່​ເບັນ​ຢາ​ມິນ​ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ເຢ​ຊູ. ພວກ​ເຂົາ​ຮູ້​ວ່າ​ພວກ​ເຂົາ​ຕ້ອງ​ໄດ້​ກັບ​ໃຈ. ທຸກ​ຄົນ​ໄດ້​ອະ​ທິ​ຖານ ແລະ ທູນ​ຂໍ​ໃຫ້​ພຣະ​ເຈົ້າ​ໃຫ້​ອະ​ໄພ​ແກ່​ພວກ​ເຂົາ. ຫລັງ​ຈາກ​ພວກ​ເຂົາ​ໄດ້​ອະ​ທິ​ຖານ​ແລ້ວ, ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ສະ​ຖິດ​ຢູ່​ກັບ​ພວກ​ເຂົາ. ພວກ​ເຂົາ​ຮູ້​ສຶກ​ດີ​ໃຈ ແລະ ຮູ້​ວ່າ​ພຣະ​ເຈົ້າ​ໄດ້​ອະ​ໄພ​ໃຫ້​ພວກ​ເຂົາ​ແລ້ວ ຍ້ອນ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຢ​ຊູ.

ໂມ​ໄຊ​ຢາ 4:1–3, 6–8

ຮູບ​ພາບ
ຜູ້​ຄົນ​ກັບ​ເບັນ​ຢາ​ມິນ ແລະ ໂມ​ໄຊ​ຢາ

ຜູ້​ຄົນ​ຮູ້​ສຶກ​ແຕກ​ຕ່າງ ແລະ ໃໝ່​ພາຍ​ໃນ​ເພາະ​ພວກ​ເຂົາ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ. ບັດ​ນີ້​ພວກ​ເຂົາ​ຕ້ອງ​ການ​ທີ່​ຈະ​ເຮັດ​ຄວາມ​ດີ​ຕະ​ຫລອດ​ເວ​ລາ. ພວກ​ເຂົາ​ໄດ້​ເຮັດ​ຄຳ​ສັນ​ຍາ​ວ່າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ. ຍ້ອນ​ພວກ​ເຂົາ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ໄດ້​ເຮັດ​ຄຳ​ສັນ​ຍາ​ນີ້, ພວກ​ເຂົາ​ຈຶ່ງ​ຖືກ​ເອີ້ນ​ວ່າ ຜູ້​ຄົນ​ຂອງ​ພຣະ​ເຢ​ຊູ.

ໂມ​ໄຊ​ຢາ 5:2–9, 15; 6:1–2

ພິມ