Scripture Stories
ເອ​ບິດ


“ເອ​ບິດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 17–19

ເອ​ບິດ

ການ​ຊ່ວຍ​ຜູ້​ຄົນ​ຂອງ​ນາງ​ໃຫ້​ເຊື່ອ​ໃນ​ພຣະ​ເຢ​ຊູ

ຮູບ​ພາບ
ເອ​ບິດ​ກຳ​ລັງ​ຍ່າງ​ຜ່ານ​ໝູ່​ບ້ານ

ເອ​ບິດ​ໄດ້​ຮັບ​ໃຊ້​ລາ​ຊີ​ນີ ຜູ້​ເປັນ​ຊາວ​ເລ​ມັນ. ເອ​ບິດ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ​ຈາກ​ພາບ​ນິ​ມິດ​ຂອງ​ພໍ່​ນາງ. ເປັນ​ເວ​ລາ​ຫລາຍ​ປີ, ນາງ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ຕ້ອງ​ການ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ. ແຕ່​ນາງ​ຍັງ​ບໍ່​ໄດ້​ບອກ​ຊາວ​ເລ​ມັນ​ຄົນ​ອື່ນໆ​ເທື່ອ.

ແອວ​ມາ 19:16–17

ຮູບ​ພາບ
ເອ​ບິດ​ກຳ​ລັງ​ຫລຽວ​ເບິ່ງ​ລາ​ຊີ​ນີ, ກະ​ສັດ, ແລະ ອຳ​ໂມນ

ມື້​ໜຶ່ງ, ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ອຳ​ໂມນ ໄດ້​ມາ​ຍັງ​ອາ​ນາ​ຈັກ ເພື່ອ​ສິດ​ສອນ​ຊາວ​ເລ​ມັນ​ກ່ຽວ​ກັບ​ພຣະ​ເຢ​ຊູ ແລະ ພຣະ​ເຈົ້າ. ລາ​ຊີ​ນີ ແລະ ກະ​ສັດ​ໄດ້​ເຊື່ອ​ສິ່ງ​ທີ່​ອຳ​ໂມນ​ສິດ​ສອນ. ລາ​ຊີ​ນີ ແລະ ກະ​ສັດ​ຮູ້​ວ່າ ພຣະ​ເຢ​ຊູ​ຈະ​ເດັດ​ມາ​ສູ່​ໂລກ ແລະ ເພື່ອ​ເຮັດ​ໃຫ້​ເປັນ​ວ່າ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ອົງ​ຈະ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ.

ແອວ​ມາ 17:12–13; 18:33–36, 39–40; 19:9, 13

ຮູບ​ພາບ
ເອ​ບິດ​ເຫັນ​ທຸກ​ຄົນ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ

ລາ​ຊີ​ນີ ແລະ ກະ​ສັດ​ໄດ້​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດີ​ໃຈ​ຫລາຍ​ຈົນ​ວ່າ​ພວກ​ເພິ່ນ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ. ອຳ​ໂມນ ແລະ ພວກ​ຂ້າ​ໃຊ້​ກໍ​ລົ້ມ​ລົງ​ເຊັ່ນ​ກັນ. ເອ​ບິດ​ຄົນ​ດຽວ​ທີ່​ຍັງ​ຢືນ​ຢູ່.

ແອວ​ມາ 19:6, 13–16

ຮູບ​ພາບ
ເອ​ບິດ​ກຳ​ລັງ​ເວົ້າ​ກັບ​ຫລາຍ​ຄົນ

ເອ​ບິດ​ຢາກບອກ​ໃຫ້​ຜູ້​ຄົນ​ຮູ້​ກ່ຽວ​ກັບ​ການ​ມະ​ຫັດ​ສະ​ຈັນ​ນີ້. ນາງ​ຫວັງ​ວ່າ​ຜູ້​ຄົນ​ຈະ​ເຊື່ອ​ໃນ​ອຳ​ນາດ​ຂອງ​ພຣະ​ເຈົ້າ ເມື່ອ​ພວກ​ເຂົາ​ໄດ້​ເຫັນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ. ສະ​ນັ້ນ​ນາງ​ເອ​ບິດ​ຈຶ່ງ​ໄດ້​ແລ່ນ​ຈາກ​ເຮືອນ​ໜຶ່ງ​ໄປ​ຫາ​ອີກ​ເຮືອນ​ໜຶ່ງ. ນາງ​ໄດ້​ບອກ​ຜູ້​ຄົນ​ໃຫ້​ໄປ​ເບິ່ງ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ກະ​ທຳ​ກັບ​ລາ​ຊີ​ນີ ແລະ ກະ​ສັດ.

ແອວ​ມາ 19:17

ຮູບ​ພາບ
ຫລາຍ​ຄົນ​ເຫັນ​ຜູ້​ຄົນ​ຢູ່​ເທິງ​ພື້ນ​ດິນ

ຫລາຍ​ຄົນ​ໄດ້​ມາ​ຫາ​ວັງ​ລາ​ຊີ​ນີ ແລະ ກະ​ສັດ. ພວກ​ເຂົາ​ປະ​ຫລາດ​ໃຈ​ເພາະ​ເບິ່ງ​ຄື​ວ່າ​ລາ​ຊີ​ນີ, ກະ​ສັດ, ແລະ ຂ້າ​ໃຊ້​ທຸກ​ຄົນ​ຂອງ​ພວກ​ເພິ່ນ​ຕາຍ​ແລ້ວ.

ແອວ​ມາ 19:18

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ຜິດ​ຖຽງ​ກັນ

ຜູ້​ຄົນ​ສັບ​ສົນ. ພວກ​ເຂົາ​ຜິດ​ຖຽງ​ກັນ​ກ່ຽວ​ກັບ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ລາ​ຊີ​ນີ ແລະ ກະ​ສັດ.

ແອວ​ມາ 19:19–21

ຮູບ​ພາບ
ເອ​ບິດ​ກຳ​ລັງ​ຄຸ​ເຂົ່າ ແລະ ຈັບ​ມື​ລາ​ຊີ​ນີ​ໄວ້

ເມື່ອ​ນາງ​ເອ​ບິດ​ກັບ​ມາ, ນາງ​ໄດ້​ເຫັນ​ຜູ້​ຄົນ​ກຳ​ລັງ​ຜິດ​ຖຽງ​ກັນ. ນາງ​ໂສກ​ເສົ້າ​ຍ້ອນ​ວ່າ​ພວກ​ເຂົາ​ບໍ່​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ແລ້ວ​ນາງ​ໄດ້​ຈັບ​ມື​ລາ​ຊີ​ນີ, ແລະ ລາ​ຊີ​ນີ​ກໍ​ຢືນ​ຂຶ້ນ ແລະ ສັນ​ລະ​ເສີນ​ພຣະ​ເຢ​ຊູ.

ແອວ​ມາ 19:28–29

ຮູບ​ພາບ
ກະ​ສັດ ແລະ ລາ​ຊີ​ນີ​ຢືນ​ຢູ່​ກັບ​ນາງ​ເອ​ບິດ ແລະ ອຳ​ໂມນ

ລາ​ຊີ​ນີ​ໄດ້​ຈັບ​ມື​ສາ​ມີ​ຂອງ​ນາງ, ແລະ ເພິ່ນ​ໄດ້​ຢືນ​ຂຶ້ນ. ກະ​ສັດ​ໄດ້​ບອກ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ເຢ​ຊູ. ແລ້ວ​ອຳ​ໂມນ ແລະ ພວກ​ຂ້າ​ໃຊ້​ຄົນ​ອື່ນໆ​ກໍ​ໄດ້​ຢືນ​ຂຶ້ນ. ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ບອກ​ຜູ້​ຄົນ​ວ່າ ພຣະ​ເຢ​ຊູ​ໄດ້​ປ່ຽນ​ແປງ​ເຂົາ​ເຈົ້າ. ບັດ​ນີ້​ເຂົາ​ເຈົ້າ​ຢາກ​ເຮັດ​ສິ່ງ​ທີ່​ດີ​ເທົ່າ​ນັ້ນ. ຫລາຍ​ຄົນ​ໄດ້​ເຊື່ອ​ເຂົາ​ເຈົ້າ.

ແອວ​ມາ 19:29–36

ຮູບ​ພາບ
ເອ​ບິດ, ລາ​ຊີ​ນີ, ແລະ ກະ​ສັດ​ກຳ​ລັງ​ເບິ່ງ​ການ​ບັບ​ຕິ​ສະ​ມາ

ເຊັ່ນ​ດຽວ​ກັບ​ນາງ​ເອ​ບິດ​ໄດ້​ມີ​ຄວາມ​ຫວັງ, ຜູ້​ຄົນ​ກໍ​ໄດ້​ເຫັນ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ຮັບ​ບັບ​ຕິ​ສະ​ມາ. ພວກ​ເຂົາ​ໄດ້​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ສະ​ຖິດ​ຢູ່​ກັບ​ພວກ​ເຂົາ. ພວກ​ເຂົາ​ຍັງ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂຶ້ນ​ໃນ​ແຜ່ນ​ດິນ​ຂອງ​ພວກ​ເຂົາ​ນຳ​ອີກ. ພວກ​ເຂົາ​ໄດ້​ເຫັນ​ວ່າ​ພຣະ​ເຢ​ຊູ​ຊ່ວຍ​ທຸກ​ຄົນ​ທີ່​ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ອົງ.

ແອວ​ມາ 19:17, 31, 35–36

ພິມ