Scripture Stories
ຕົ້ນ​ໝາກ​ກອກ​ເທດ


“ຕົ້ນ​ໝາກ​ກອກ​ເທດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ຢາ​ໂຄບ 5–6

ຕົ້ນ​ໝາກ​ກອກ​ເທດ

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຕໍ່​ຜູ້​ຄົນ​ຂອງ​ພຣະ​ອົງ

ຮູບ​ພາບ
ຮູບ​ພາບ​ຂອງ​ຕົ້ນ​ໝາກ​ກອກ​ເທດ​ດັ່ງ​ທີ່​ຢາ​ໂຄບ​ກ່າວ

ຢາ​ໂຄບ​ໄດ້​ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ເພິ່ນ​ຕ້ອງ​ການ​ທີ່​ຈະ​ສິດ​ສອນ​ຊາວ​ນີ​ໄຟ​ກ່ຽວ​ກັບ​ວ່າ ພຣະ​ເຈົ້າ​ຮັກ​ຜູ້​ຄົນ​ຂອງ​ພຣະ​ອົງ​ຫລາຍ​ຂະ​ໜາດ​ໃດ. ຢາ​ໂຄບ​ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບ​ສວນ​ໝາກ​ກອກ​ເທດ. ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ ແລະ ຄົນ​ໃຊ້​ຂອງ​ເພິ່ນ​ໄດ້​ເຮັດ​ວຽກ​ນຳ​ກັນ ເພື່ອ​ດູ​ແລ​ສວນ.

ຢາ​ໂຄບ 5:1–4, 7; 6:4–5

ຮູບ​ພາບ
ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ໄດ້​ໃຊ້​ຊ້ວນ​ຂຸດ​ດິນ​ຢູ່​ໃກ້​ຕົ້ນ​ໝາກ​ກອກ​ເທດ

ເຈົ້າ​ນາຍ​ຂອງ​ສວນ​ມີ​ຕົ້ນ​ໝາກ​ກອກ​ເທດ​ພິ​ເສດ​ຕົ້ນ​ໜຶ່ງ ທີ່​ເກີດ​ໝາກ​ຜົນ​ດີ. ຢາ​ໂຄບ​ໄດ້​ເວົ້າ​ວ່າ ຕົ້ນ​ໝາກ​ກອກ​ຕົ້ນ​ນີ້​ແມ່ນ​ຄື​ຜູ້​ຄົນ​ຂອງ​ພຣະ​ເຈົ້າ, ຫລື ເຊື້ອ​ສາຍ​ອິດ​ສະ​ຣາ​ເອນ. ໝາກ​ໄມ້​ປຽບ​ເໝືອນ​ການ​ກະ​ທຳ​ຂອງ​ຜູ້​ຄົນ. ເຈົ້າ​ນາຍ​ຂອງ​ສວນ​ໄດ້​ດູ​ແລ​ຕົ້ນ​ນີ້​ຢ່າງ​ເອົາ​ໃຈ​ໃສ່. ເພິ່ນ​ໄດ້​ຊ່ວຍ​ມັນ​ໃຫ້​ເຕີບ​ໂຕ​ຂຶ້ນ ໂດຍ​ການ​ຫລໍ່​ລ້ຽງ​ຮາກ ແລະ ຕັດ​ສ້ອມ​ກິ່ງ​ງ່າ. ເພິ່ນ​ໄດ້​ໃຫ້​ທຸກ​ສິ່ງ​ທີ່​ມັນ​ຕ້ອງ​ການ.

ຢາ​ໂຄບ 5:1–3, 5; 6:1, 7

ຮູບ​ພາບ
ຕົ້ນ​ໝາກ​ກອກ​ເທດ​ເລີ່ມ​ຕາຍ

ບໍ່​ດົນ​ຈາກ​ນັ້ນ, ຕົ້ນ​ພິ​ເສດ​ຂອງ​ເພິ່ນ​ກໍ​ເລີ່ມ​ຕາຍ. ເຫລືອ​ພຽງ​ສອງ​ສາມ​ງ່າ​ທີ່​ຍັງ​ດີ​ຢູ່. ສິ່ງ​ນີ້​ເຮັດ​ໃຫ້​ເຈົ້າ​ນາຍ​ຂອງ​ສວນ​ໂສກ​ເສົ້າ. ເພິ່ນ​ຕ້ອງ​ການ​ໃຫ້​ມັນ​ເຕີບ​ໂຕ​ເປັນ​ໝາກ​ດີ.

ຢາ​ໂຄບ 5:3, 6–8

ຮູບ​ພາບ
ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ໄດ້​ຕັດ​ເອົາ​ງ່າ​ທີ່​ດີ​ອອກ

ເພື່ອ​ທີ່​ຈະ​ຮັກ​ສາ​ງ່າ​ດີ​ໄວ້, ເຈົ້າ​ນາຍ​ຂອງ​ສວນ​ໄດ້​ຕັດ​ເອົາ​ງ່າ ແລະ ຕໍ່​ງ່າ​ໃສ່​ກັບ​ຕົ້ນ​ອື່ນ. ແລ້ວ​ເພິ່ນ​ໄດ້​ຕໍ່​ງ່າ​ດີ​ໃສ່ ທີ່​ເອົາ​ມາ​ຈາກ​ຕົ້ນ​ອື່ນໆ.

ຢາ​ໂຄບ 5:7–14

ຮູບ​ພາບ
ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ ແລະ ຄົນ​ໃຊ້​ໄດ້​ດູ​ແລ​ຕົ້ນ​ໝາກ​ກອກ​ເທດ

ເວ​ລາ​ຜ່ານ​ໄປ​ດົນ​ນານ. ເຈົ້າ​ນາຍ​ຂອງ​ສວນ ແລະ ຄົນ​ໃຊ້​ໄດ້​ມາ​ທີ່​ສວນ​ເລື້ອຍໆ. ພວກ​ເພິ່ນ​ໄດ້​ດູ​ແລ​ຕົ້ນ​ໄມ້​ພິ​ເສດ​ຂອງ​ເຈົ້າ​ນາຍ​ຂອງ​ສວນ. ພວກ​ເພິ່ນ​ກໍ​ຍັງ​ດູ​ແລ​ກິ່ງ​ງ່າ​ພິ​ເສດ​ທີ່​ກະ​ຈັດ​ກະ​ຈາຍ​ຢູ່​ໃນ​ຕົ້ນ​ຕ່າງໆ​ທົ່ວ​ສວນ​ເຊັ່ນ​ກັນ. ໝາກ​ໄມ້​ສ່ວນ​ໃຫຍ່​ກໍ​ເປັນ​ຜົນ​ດີ. ໝາກ​ໄມ້​ດີ​ເຮັດ​ໃຫ້​ເຈົ້າ​ນາຍ​ຂອງ​ສວນ ແລະ ຄົນ​ໃຊ້​ດີ​ໃຈ.

ຢາ​ໂຄບ 5:15–29, 31

ຮູບ​ພາບ
ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ໄດ້​ເວົ້າ​ກັບ​ຄົນ​ໃຊ້​ກ່ຽວ​ກັບ​ຕົ້ນ​ໝາກ​ກອກ​ເທດ

ຫລັງ​ຈາກ​ຊ່ວງ​ໄລ​ຍະ​ໜຶ່ງ, ແຕ່​ລະ​ຕົ້ນ​ກໍ​ເລີ່ມ​ມີ​ໝາກ​ຫລາຍ​ຂຶ້ນ. ແຕ່​ບັດ​ນີ້​ທຸກ​ໜ່ວຍ​ເກີດ​ເປັນ​ໝາກ​ບໍ່​ດີ. ເຈົ້າ​ນາຍ​ຂອງ​ສວນ​ໂສກ​ເສົ້າ​ຫລາຍ. ເພິ່ນ​ບໍ່​ຢາກ​ສູນ​ເສຍ​ສວນ​ຂອງ​ເພິ່ນ ຫລື ໝາກ​ໄມ້! ເພິ່ນ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ຕົ້ນ​ໄມ້​ຂອງ​ເພິ່ນ. ເພິ່ນ​ສົງ​ໄສ​ວ່າ ມີ​ສິ່ງ​ໃດ​ອີກ​ທີ່​ເພິ່ນ​ສາ​ມາດ​ເຮັດ​ໄດ້. ເພິ່ນ​ໄດ້​ເວົ້າ​ກັບ​ຄົນ​ໃຊ້ ແລະ ຕັດ​ສິນ​ໃຈ​ພະ​ຍາ​ຍາມ​ຕໍ່​ໄປ.

ຢາ​ໂຄບ 5:29–51

ຮູບ​ພາບ
ຄົນ​ງານ​ຕັດ ແລະ ເອົາ​ງ່າ​ດີ​ອອກ​ໄປ

ເພື່ອ​ທີ່​ຈະ​ຮັກ​ສາ​ສວນ​ຂອງ​ເພິ່ນ, ເຈົ້າ​ນາຍ​ຂອງ​ສວນ​ໄດ້​ບອກ​ໃຫ້​ຮວບ​ຮວມ​ກິ່ງ​ງ່າ​ທີ່​ເພິ່ນ​ໄດ້​ຕັດ​ອອກ​ຈາກ​ຕົ້ນ​ໄມ້​ພິ​ເສດ. ເພິ່ນ​ເວົ້າ​ວ່າ​ໃຫ້​ຕໍ່​ມັນ​ໃສ່​ຕົ້ນ​ໄມ້​ພິ​ເສດ​ຄືນ​ອີກ​ຄັ້ງ.

ຢາ​ໂຄບ 5:51–60

ຮູບ​ພາບ
ກິ່ງ​ງ່າ​ດີ​ຖືກ​ຕໍ່​ໃສ່​ຕົ້ນ​ໝາກ​ກອກ​ເທດ​ຕ່າງໆ

ນີ້​ແມ່ນ​ຄັ້ງ​ສຸດ​ທ້າຍ​ທີ່​ເຈົ້າ​ນາຍ​ຂອງ​ສວນ​ຈະ​ເຮັດ​ວຽກ​ຢູ່​ໃນ​ສວນ​ຂອງ​ເພິ່ນ. ເພິ່ນ​ໄດ້​ເອີ້ນ​ຄົນ​ໃຊ້​ຄົນ​ອື່ນໆ​ໃຫ້​ມາ​ຊ່ວຍ​ເຫລືອ. ທຸກ​ຄົນ​ໄດ້​ເຮັດ​ວຽກ​ນຳ​ກັນ​ເພື່ອ​ຮວບ​ຮວມ ແລະ ຕໍ່​ກິ່ງ​ງ່າ.

ຢາ​ໂຄບ 5:61–72

ຮູບ​ພາບ
ກິ່ງ​ງ່າ​ຕົ້ນ​ໝາກ​ກອກ​ເທດ​ທີ່​ມີ​ໝາກ

ພວກ​ເພິ່ນ​ໄດ້​ດູ​ແລ​ຕົ້ນ​ໄມ້​ທຸກ​ຕົ້ນ. ພວກ​ເພິ່ນ​ໄດ້​ຕັດ​ກິ່ງ​ງ່າ​ທີ່​ບໍ່​ດີ​ອອກ ແລະ ໄດ້​ຮັກ​ສາ​ອັນ​ທີ່​ດີ​ໄວ້. ຫລັງ​ຈາກ​ຊົ່ວ​ໄລ​ຍະ​ໜຶ່ງ, ຕົ້ນ​ພິ​ເສດ​ຂອງ​ເຈົ້າ​ນາຍ​ຂອງ​ສວນ​ກໍ​ເປັນ​ໝາກ​ດີ​ອີກ​ຄັ້ງ. ຕົ້ນ​ໄມ້​ຕົ້ນ​ອື່ນໆ​ກໍ​ເກີດ​ໝາກ​ດີ​ຄື​ກັນ​ກັບ​ຕົ້ນ​ພິ​ເສດ​ເຊັ່ນ​ກັນ. ເຈົ້າ​ນາຍ​ຂອງ​ສວນ​ດີ​ໃຈ. ຕົ້ນ​ໄມ້​ຂອງ​ເພິ່ນ​ຖືກ​ຮັກ​ສາ​ໄວ້! ທຸກ​ຕົ້ນ​ໄດ້​ເກີດ​ໝາກ​ດັ່ງ​ທີ່​ເພິ່ນ​ຢາກ​ໃຫ້​ມັນ​ເປັນ.

ຢາ​ໂຄບ 5:73–75

ຮູບ​ພາບ
ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ ແລະ ຄົນ​ໃຊ້​ຫລຽວ​ເບິ່ງ​ຕົ້ນ​ໝາກ​ກອກ​ເທດ​ຕົ້ນ​ໃຫຍ່​ທີ່​ດີ

ເຈົ້າ​ນາຍ​ຂອງ​ສວນ​ໄດ້​ຂອບ​ໃຈ​ຄົນ​ໃຊ້. ເພິ່ນ​ບອກ​ພວກ​ເຂົາ​ວ່າ ພວກ​ເຂົາ​ໄດ້​ຮັບ​ພອນ​ທີ່​ເຮັດ​ວຽກ​ໜັກ ແລະ ຮັກ​ສາ​ບັນ​ຍັດ​ຂອງ​ເພິ່ນ. ເພິ່ນ​ໄດ້​ແບ່ງ​ປັນ​ໝາກ​ໄມ້​ໃຫ້​ກັບ​ພວກ​ເຂົາ, ແລະ ມັນ​ເຮັດ​ໃຫ້​ພວກ​ເຂົາ​ດີ​ໃຈ. ເປັນ​ເວ​ລາ​ດົນ​ນານ, ເຈົ້າ​ນາຍ​ຂອງ​ສວນ​ໄດ້​ຊື່ນ​ຊົມ​ກັບ​ໝາກ​ໄມ້.

ຢາ​ໂຄບ 5:75–77

ຮູບ​ພາບ
ພາບ​ຂອງ​ພຣະ​ເຢ​ຊູ​ຄຣິດ​ປະ​ກົດ​ຂະ​ນະ​ທີ່​ຢາ​ໂຄບ​ກ່າວ

ຢາ​ໂຄບ​ໄດ້​ເລົ່າ​ຈົບ​ເລື່ອງ​ຕົ້ນ​ໝາກ​ກອກ​ເທດ. ເພິ່ນ​ໄດ້​ສິດ​ສອນ​ຜູ້​ຄົນ​ວ່າ ພຣະ​ເຈົ້າ​ດູ​ແລ​ພວກ​ເຂົາ​ເໝືອນ​ດັ່ງ​ທີ່​ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ໄດ້​ດູ​ແລ​ຕົ້ນ​ໄມ້​ຂອງ​ເພິ່ນ. ຢາ​ໂຄບ​ໄດ້​ຂໍ​ໃຫ້​ທຸກ​ຄົນ​ກັບ​ໃຈ ແລະ ເຂົ້າ​ໃກ້​ຊິດ​ກັບ​ພຣະ​ເຈົ້າ. ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ໃຫ້​ຮັກ ແລະ ຮັບ​ໃຊ້​ພຣະ​ເຈົ້າ ເພາະ​ວ່າ​ພຣະ​ເຈົ້າ​ຈະ​ເອື້ອມ​ອອກ​ມາ​ຊ່ວຍ​ເຫລືອ​ພວກ​ເຂົາ​ສະ​ເໝີ.

ຢາ​ໂຄບ 6:1–5, 7, 11

ພິມ