Scripture Stories
ກອງ​ທັບ​ໜຸ່ມ


“ກອງ​ທັບ​ໜຸ່ມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 53; 56–57

ກອງ​ທັບ​ໜຸ່ມ

ພວກ​ລູກ​ຊາຍ​ທີ່​ໄວ້​ວາງ​ໃຈ​ພຣະ​ເຈົ້າ

ຮູບ​ພາບ
ທະ​ຫານ​ໜຸ່ມ​ຈັບ​ໂລ່, ຫອກ, ແລະ ດາບ

ຊາວ​ນີ​ໄຟ​ໄດ້​ມີ​ສົງ​ຄາມ​ກັບ​ຊາວ​ເລ​ມັນ ແລະ ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ຢາກ​ຊ່ວຍ​ເຫລືອ. ແຕ່​ພວກ​ເຂົາ​ໄດ້​ເຮັດ​ຄຳ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ຈະ​ບໍ່​ຕໍ່​ສູ້. ລູກ​ຊາຍ​ໜຸ່ມ​ສອງ​ພັນ​ຄົນ​ຂອງ​ພວກ​ເຂົາ​ບໍ່​ໄດ້​ເຮັດ​ຄຳ​ສັນ​ຍາ. ກົງ​ກັນ​ຂ້າມ, ພວກ​ລູກ​ຊາຍ​ໄດ້​ສັນ​ຍາ​ທີ່​ຈະ​ຕໍ່​ສູ້ ເພື່ອ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ພວກ​ເຂົາ. ພວກ​ລູກ​ຊາຍ​ເຫລົ່າ​ນີ້​ຖືກ​ເອີ້ນ​ວ່າ ກອງ​ທະ​ຫານ​ໜຸ່ມ.

ແອວ​ມາ 53:8, 13–18, 22; 56:1–8

ຮູບ​ພາບ
ຮີ​ລາ​ມັນ​ນຳ​ພາ​ທະ​ຫານ​ໜຸ່ມ​ໄປ​ຫາ​ເມືອງ​ໜຶ່ງ

ກອງ​ທະ​ຫານ​ໜຸ່ມ​ໄດ້​ເລືອກ​ສາດ​ສະ​ດາ​ຮີ​ລາ​ມັນ​ໃຫ້​ນຳ​ພາ​ພວກ​ເຂົາ. ມັນ​ເປັນ​ກຸ່ມ​ນ້ອຍ​ເມື່ອ​ປຽບ​ທຽບ​ໃສ່​ກັບ​ກອງ​ທັບ​ຊາວ​ເລ​ມັນ. ແຕ່​ຮີ​ລາ​ມັນ​ຮູ້​ວ່າ​ກອງ​ທະ​ຫານ​ໜຸ່ມ​ເປັນ​ຄົນ​ສຸດ​ຈະ​ລິດ, ກ້າ​ຫານ, ແລະ ຊື່​ສັດ. ໂດຍ​ທີ່​ມີ​ຮີ​ລາ​ມັນ​ນຳ​ພາ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ໄປ​ຊ່ວຍ​ເຫລືອ​ຊາວ​ນີ​ໄຟ.

ແອວ​ມາ 53:19–22; 56:9–10, 17, 19

ຮູບ​ພາບ
ທະ​ຫານ​ໜຸ່ມ​ໄດ້​ສ້າງ​ຄ້າຍ​ກັບ​ທະ​ຫານ​ຊາວ​ນີ​ໄຟ, ແລະ ພໍ່​ແມ່​ໄດ້​ນຳ​ອາ​ຫານ​ມາ​ໃຫ້

ທະ​ຫານ​ຊາວ​ນີ​ໄຟ​ອິດ​ເມື່ອຍ. ແຕ່​ເມື່ອ​ກອງ​ທະ​ຫານ​ໜຸ່ມ​ໄດ້​ມາ, ຊາວ​ນີ​ໄຟ​ຈຶ່ງ​ດີ​ໃຈ​ຫລາຍ. ກອງ​ທັບ​ໜຸ່ມ​ໄດ້​ໃຫ້​ຄວາມ​ຫວັງ ແລະ ຄວາມ​ເຂັ້ມ​ແຂງ​ແກ່​ພວກ​ເຂົາ. ນຳ​ກັນ, ພວກ​ເຂົາ​ໄດ້​ກຽມ​ພ້ອມ​ທີ່​ຈະ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ. ພໍ່​ແມ່​ຂອງ​ກອງ​ທະ​ຫານ​ໜຸ່ມ​ກໍ​ໄດ້​ຊ່ວຍ​ເຫລືອ ໂດຍ​ການ​ນຳ​ອາ​ຫານ ແລະ ສະ​ບຽງ​ມາ​ໃຫ້​ພວກ​ເຂົາ.

ແອວ​ມາ 56:16–17, 19–20, 22, 27

ຮູບ​ພາບ
ຜູ້​ນຳ​ຊາວ​ນີ​ໄຟ ແລະ ທະ​ຫານ​ໜຸ່ມ​ພົບ​ກັນ​ຢູ່​ໃນ​ຜ້າ​ເຕັນ

ຊາວ​ເລ​ມັນ​ໄດ້​ຍຶດ​ເອົາ​ຫລາຍ​ເມືອງ ແລະ ໃຫ້​ກອງ​ທັບ​ຢູ່​ໃນ​ເມືອງ​ເຫລົ່າ​ນັ້ນ. ຜູ້​ນຳ​ຊາວ​ນີ​ໄຟ​ຕ້ອງ​ການ​ໃຫ້​ຊາວ​ເລ​ມັນ​ໜີ​ຈາກ​ເມືອງ​ໜຶ່ງ. ພວກ​ເຂົາ​ໄດ້​ວາງ​ແຜນ ແລະ ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ກອງ​ທະ​ຫານ​ໜຸ່ມ.

ແອວ​ມາ 56:18–30

ຮູບ​ພາບ
ກອງ​ທັບ​ຊາວ​ເລ​ມັນ​ແລ່ນ​ໄປ​ກັບ​ອາ​ວຸດ​ມຸ້ງ​​ໄປ​ໃສ່​ທະ​ຫານ​ໜຸ່ມ

ກອງ​ທະ​ຫານ​ໜຸ່ມ​ທຳ​ທ່າ​ວ່າ​ກຳ​ລັງ​ນຳ​ອາ​ຫານ​ມາ​ໃຫ້​ຊາວ​ນີ​ໄຟ​ທີ່​ອາ​ໄສ​ຢູ່​ໃນ​ເມືອງ​ຖັດ​ໄປ. ເມື່ອ​ຊາວ​ເລ​ມັນ​ເຫັນ​ກຸ່ມ​ນ້ອຍ, ພວກ​ເຂົາ​ໄດ້​ອອກ​ຈາກ​ເມືອງ ແລະ ໄຫລ່​ຕາມ​ກອງ​ທະ​ຫານ​ໜຸ່ມ​ໄປ. ຊາວ​ເລ​ມັນ​ຄິດ​ວ່າ​ຈະ​ຈັບ​ກຸມ​ພວກ​ເຂົາ​ໄດ້​ຢ່າງ​ງ່າຍ​ດາຍ.

ແອວ​ມາ 56:30–36

ຮູບ​ພາບ
ທະ​ຫານ​ໜຸ່ມ​ໄດ້​ເດີນ​ຂະ​ບວນ​ໄປ​ເປັນ​ແຖວ​ຍາວ, ກອງ​ທັບ​ຊາວ​ເລ​ມັນ​ຕິດ​ຕາມ​ພວກ​ເຂົາ​ໄປ, ແລະ ກອງ​ທັບ​ຊາວ​ນີ​ໄຟ​ຕິດ​ຕາມ​ກອງ​ທັບ​ຊາວ​ເລ​ມັນ​ໄປ

ກອງ​ທະ​ຫານ​ໜຸ່ມ​ໄດ້​ແລ່ນ​ໜີ​ຈາກ​ຊາວ​ເລ​ມັນ. ແລ້ວ​ກອງ​ທັບ​ຊາວ​ນີ​ໄຟ​ໄດ້​ເລີ່ມ​ຕົ້ນ​ໄລ່​ຕາມ​ຊາວ​ເລ​ມັນ. ຊາວ​ເລ​ມັນ​ຢາກ​ໄປ​ເຖິງ​ກອງ​ທະ​ຫານ​ໜຸ່ມ​ກ່ອນ​ຊາວ​ນີ​ໄຟ​ຈະ​ໄປ​ມາ​ພວກ​ເຂົາ. ຊາວ​ນີ​ໄຟ​ໄດ້​ເຫັນ​ວ່າ​ກອງ​ທະ​ຫານ​ໜຸ່ມ​ກຳ​ລັງ​ປະ​ສົບ​ບັນ​ຫາ ແລະ ໄດ້​ເດີນ​ຂະ​ບວນ​ໄວ​ຂຶ້ນ​ເພື່ອ​ໄປ​ຊ່ວຍ​ເຫລືອ​ພວກ​ເຂົາ.

ແອວ​ມາ 56:36–41

ຮູບ​ພາບ
ທະ​ຫານ​ໜຸ່ມ​ຄົນ​ໜຶ່ງ​ຫລຽວ​ຊອກ​ຫາ​ກອງ​ທັບ​ອື່ນ ແລະ ເປັນ​ຫ່ວງ

ຊົ່ວ​ໄລ​ຍະ​ໜຶ່ງ, ກອງ​ທະ​ຫານ​ໜຸ່ມ​ຫລຽວ​ບໍ່​ເຫັນ​ຊາວ​ເລ​ມັນ. ພວກ​ເຂົາ​ເລີ່ມ​ສົງ​ໄສ​ຖ້າ​ຫາກ​ວ່າ​ຊາວ​ນີ​ໄຟ​ໄດ້​ໄປ​ເຖິງ​ຊາວ​ເລ​ມັນ​ແລ້ວ ແລະ ກຳ​ລັງ​ຕໍ່​ສູ້​ກັນ.

ແອວ​ມາ 56:42–43

ຮູບ​ພາບ
ຮີ​ລາ​ມັນ​ຍົກ​ດາບ​ຂອງ​ເພິ່ນ​ຂຶ້ນ

ຮີ​ລາ​ມັນ​ເປັນ​ຫ່ວງ. ເພິ່ນ​ຄິດ​ວ່າ​ຊາວ​ເລ​ມັນ​ອາດ​ພະ​ຍາ​ຍາມ​ປິດ​ລ້ອມ​ພວກ​ເຂົາ. ເພິ່ນ​ໄດ້​ຖາມ​ທະ​ຫານ​ໜຸ່ມ​ຂອງ​ເພິ່ນ ຖ້າ​ຫາກ​ພວກ​ເຂົາ​ຢາກ​ໄປ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ​ຫລື​ບໍ່.

ແອວ​ມາ 56:43–44

ຮູບ​ພາບ
ທະ​ຫານ​ໜຸ່ມ​ຍົກ​ດາບ​ຂອງ​ພວກ​ເຂົາ​ຂຶ້ນ

ກອງ​ທະ​ຫານ​ໜຸ່ມ​ຈື່​ຈຳ​ສິ່ງ​ທີ່​ພວກ​ແມ່​ຂອງ​ພວກ​ເຂົາ​ໄດ້​ສິດ​ສອນ​ພວກ​ເຂົາ. ພວກ​ແມ່​ຂອງ​ພວກ​ເຂົາ​ໄດ້​ສິດ​ສອນ​ພວກ​ເຂົາ​ໃຫ້​ໄວ້​ວາງ​ໃຈ​ພຣະ​ເຈົ້າ ແລະ ບໍ່​ສົງ​ໄສ, ເພາະ​ວ່າ​ພຣະ​ອົງ​ຈະ​ຮັກ​ສາ​ພວກ​ເຂົາ​ໃຫ້​ປອດ​ໄພ. ພວກ​ລູກ​ຊາຍ​ເຫລົ່າ​ນີ້​ໄດ້​ເຊື່ອ​ໃນ​ພຣະ​ເຈົ້າ ແລະ ຢາກ​ຊ່ວຍ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ ທີ່​ຈະ​ປົກ​ປ້ອງ​ຄອບ​ຄົວ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ບອກ​ຮີ​ລາ​ມັນ​ວ່າ ພວກ​ເຂົາ​ພ້ອມ​ແລ້ວ​ທີ່​ຈະ​ໄປ ແລະ ຕໍ່​ສູ້.

ແອວ​ມາ 56:46–48

ຮູບ​ພາບ
ຮີ​ລາ​ມັນ​ເດີນ​ຂະ​ບວນ​ໄປ​ກັບ​ທະ​ຫານ​ໜຸ່ມ

ຮີ​ລາ​ມັນ​ປະ​ຫລາດ​ໃຈ​ຫລາຍ​ກັບ​ຄວາມ​ກ້າ​ຫານ​ຂອງ​ພວກ​ເຂົາ. ເພິ່ນ​ໄດ້​ນຳ​ພາ​ພວກ​ເຂົາ​ກັບ​ຄືນ​ໄປ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ.

ແອວ​ມາ 56:45, 49

ຮູບ​ພາບ
ຮີ​ລາ​ມັນ ແລະ ທະ​ຫານ​ໜຸ່ມ​ຢືນ​ຢູ່​ເນີນ​ພູ​ພ້ອມ​ກັບ​ອາ​ວຸດ

ກອງ​ທະ​ຫານ​ໜຸ່ມ​ຫລຽວ​ເຫັນ​ຊາວ​ເລ​ມັນ​ກັບ​ຊາວ​ນີ​ໄຟ​ກຳ​ລັງ​ຕໍ່​ສູ້​ກັນ​ຢູ່. ຊາວ​ນີ​ໄຟ​ເມື່ອຍ​ລ້າ. ພວກ​ເຂົາ​ກຳ​ລັງ​ຈະ​ຜ່າຍ​ແພ້​ເມື່ອ​ທະ​ຫານ​ໜຸ່ມ​ໄດ້​ມາ​ເຖິງ.

ແອວ​ມາ 56:49–52

ຮູບ​ພາບ
ທະ​ຫານ​ຊາວ​ເລ​ມັນ​ຢ້ານ​ກົວ

ກອງ​ທະ​ຫານ​ໜຸ່ມ​ໄດ້​ຕໍ່​ສູ້​ດ້ວຍ​ພະ​ລັງ​ຂອງ​ພຣະ​ເຈົ້າ. ຊາວ​ເລ​ມັນ​ຢ້ານ​ກົວ​ພວກ​ເຂົາ ແລະ ໄດ້​ຢຸດ​ການ​ຕໍ່​ສູ້. ກອງ​ທະ​ຫານ​ໜຸ່ມ​ຊ່ວຍ​ໃຫ້​ການ​ສູ້​ຮົບ​ໄດ້​ຮັບ​ໄຊ​ຊະ​ນະ!

ແອວ​ມາ 56:52–54, 56

ຮູບ​ພາບ
ຮີ​ລາ​ມັນ​ເດ່​ມື​ອອກ​ໄປ​ຫາ​ທະ​ຫານ​ໜຸ່ມ

ໃນ​ການ​ສູ້​ຮົບ, ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ຫລາຍ​ຄົນ​ໄດ້​ຕາຍ​ໄປ. ຮີ​ລາ​ມັນ​ຢ້ານ​ວ່າ​ທະ​ຫານ​ໜຸ່ມ​ບາງ​ຄົນ​ຂອງ​ລາວ​ອາດ​ຕາຍ​ໄປ​ເຊັ່ນ​ກັນ. ແຕ່​ຫລັງ​ຈາກ​ການ​ສູ້​ຮົບ, ຮີ​ລາ​ມັນ​ໄດ້​ນັບ​ຈຳ​ນວນ​ທຸກ​ຄົນ. ເພິ່ນ​ດີ​ໃຈ​ຫລາຍ​ທີ່​ເຫັນ​ວ່າ ບໍ່​ມີ​ໃຜ​ຈັກ​ຄົນ​ໃນ​ກອງ​ທະ​ຫານ​ໜຸ່ມ​ໄດ້​ຖືກ​ຂ້າ. ພຣະ​ເຈົ້າ​ໄດ້​ຊ່ວຍ​ປົກ​ປ້ອງ​ພວກ​ເຂົາ.

ແອວ​ມາ 56:55–56

ຮູບ​ພາບ
ທະ​ຫານ​ໜຸ່ມ​ຖືກ​ບາດ​ເຈັບ ແລະ ທຸກ​ຄົນ​ຢືນ​ຢູ່​ດ້ວຍ​ກັນ

ມີ​ລູກ​ຊາຍ​ຫລາຍ​ຄົນ​ຕື່ມ​ອີກ​ໄດ້​ເຂົ້າ​ຮ່ວມ​ກອງ​ທະ​ຫານ​ໜຸ່ມ. ພວກ​ເຂົາ​ໄດ້​ສືບ​ຕໍ່​ຊ່ວຍ​ເຫລືອ​ຊາວ​ນີ​ໄຟ​ຕໍ່​ສູ້. ໃນ​ການ​ສູ້​ຮົບ​ອື່ນໆ​ເຫລົ່າ​ນີ້, ກອງ​ທະ​ຫານ​ໜຸ່ມ​ທຸກ​ຄົນ​ໄດ້​ຮັບ​ບາດ​ເຈັບ, ແຕ່​ບໍ່​ມີ​ໃຜ​ຈັກ​ຄົນ​ໄດ້​ຕາຍ​ໄປ. ພວກ​ເຂົາ​ຈື່​ສິ່ງ​ທີ່​ພວກ​ແມ່​ຂອງ​ພວກ​ເຂົາ​ສິດ​ສອນ​ພວກ​ເຂົາ. ພວກ​ເຂົາ​ໄວ້​ວາງ​ໃຈ​ພຣະ​ເຈົ້າ, ແລະ ພຣະ​ອົງ​ໄດ້​ປົກ​ປ້ອງ​ພວກ​ເຂົາ.

ແອວ​ມາ 57:6, 19–27; 58:39–40

ພິມ