Scripture Stories
ປ້າຍ​ແຫ່ງ​ເສ​ລີ​ພາບ


“ປ້າຍ​ແຫ່ງ​ເສ​ລີ​ພາບ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 46–50

ປ້າຍ​ແຫ່ງ​ເສ​ລີ​ພາບ

ການ​ປົກ​ປ້ອງ​ສິດ​ທິ​ທີ່​ຈະ​ເຊື່ອ​ໃນ​ພຣະ​ເຈົ້າ

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ​ວາ​ແຂນ​ອອກ​ຢູ່​ຕໍ່​ໜ້າ​ຜູ້​ຄົນ​ຂອງ​ລາວ ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ​ຊົມ​ເຊີຍ

ອະ​ມາ​ລີ​ໄຄ​ຢາ​ເປັນ​ຊາວ​ນີ​ໄຟ​ທີ່​ໃຫຍ່ ແລະ ແຂງ​ແຮງ. ລາວ​ຢາກ​ເປັນ​ກະ​ສັດ. ລາວ​ໄດ້​ສັນ​ຍາ​ວ່າ​ຈະ​ມອບ​ອຳ​ນາດ​ໃຫ້​ຜູ້​ທີ່​ຊ່ວຍ​ເຫລືອ​ລາວ. ຫລາຍ​ຄົນ​ມັກ​ລາວ ແລະ ໄດ້​ພະ​ຍາ​ຍາມ​ເຮັດ​ໃຫ້​ຄົນ​ອື່ນ​ຕິດ​ຕາມ​ລາວ​ເຊັ່ນ​ກັນ. ອະ​ມາ​ລີ​ໄຄ​ຢາ​ໄດ້​ພາ​ຜູ້​ຄົນ​ເຮັດ​ສິ່ງ​ທີ່​ບໍ່​ດີ. ລາວ ແລະ ຜູ້​ຕິດ​ຕາມ​ຂອງ​ລາວ​ຕ້ອງ​ການ​ທີ່​ຈະ​ຂ້າ​ຜູ້​ຄົນ​ທີ່​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ

ແອວ​ມາ 45:23–24; 46:1–10

ຮູບ​ພາບ
ນາຍ​ທັບ​ໂມ​ໂຣ​ໄນ​ຍ່າງ​ໜີ​ຈາກ​ອະ​ມາ​ລີ​ໄຄ​ຢາ ແລະ ຜູ້​ຄົນ​ຂອງ​ລາວ

ນາຍ​ທັບ​ໂມ​ໂຣ​ໄນ, ຜູ້​ນຳ​ກອງ​ທັບ​ຊາວ​ນີ​ໄຟ, ເຊື່ອ​ໃນ​ພຣະ​ເຢ​ຊູ. ເພິ່ນ​ຮູ້​ວ່າ​ຊາວ​ນີ​ໄຟ​ໄດ້​ຮັບ​ພອນ​ເພາະ​ພວກ​ເຂົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພິ່ນ​ໃຈ​ຮ້າຍ​ຫລາຍ​ທີ່​ອະ​ມາ​ລີ​ໄຄ​ຢາ​ກຳ​ລັງ​ພາ​ຜູ້​ຄົນ​ໜີ​ໄປ​ຈາກ​ພຣະ​ເຈົ້າ, ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ກະ​ສັດ, ແລະ ພະ​ຍາ​ຍາມ​ທຳ​ຮ້າຍ​ຜູ້​ຄົນ.

ແອວ​ມາ 46:9–11, 13–15, 18

ຮູບ​ພາບ
ນາຍ​ທັບ​ໂມ​ໂຣ​ໄນ​ຍົກ​ປ້າຍ​ແຫ່ງ​ເສ​ລີ​ພາບ​ຂຶ້ນ

ໂມ​ໂຣ​ໄນ​ໄດ້​ຈີກ​ເສື້ອ​ຄຸມ​ຂອງ​ເພິ່ນ. ເພິ່ນ​ໄດ້​ຂຽນ​ໃສ່​ໃນ​ນັ້ນ​ວ່າ ຜູ້​ຄົນ​ຄວນ​ລະ​ນຶກ​ເຖິງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ອິດ​ສະ​ລະ​ພາບ​ຂອງ​ພວກ​ເຂົາ, ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ. ແລ້ວ​ເພິ່ນ​ໄດ້​ມັດ​ມັນ​ໃສ່​ສົ້ນ​ໄມ້ ແລະ ເອີ້ນ​ມັນ​ວ່າ​ປ້າຍ​ແຫ່ງ​ເສ​ລີ​ພາບ. ໂມ​ໂຣ​ໄນ​ໄດ້​ອະ​ທິ​ຖານ​ທູນ​ຂໍ​ພອນ​ຈາກ​ພຣະ​ເຈົ້າ. ເພິ່ນ​ໄດ້​ສະ​ແດງ​ປ້າຍ​ແຫ່ງ​ເສ​ລີ​ພາບ​ແກ່​ຊາວ​ນີ​ໄຟ ແລະ ໄດ້​ຂໍ​ໃຫ້​ພວກ​ເຂົາ​ເຂົ້າ​ຮ່ວມ​ກັບ​ເພິ່ນ​ໃນ​ການ​ຕໍ່​ສູ້​ກັບ​ອະ​ມາ​ລີ​ໄຄ​ຢາ.

ແອວ​ມາ 46:12–20, 23–24, 28

ຮູບ​ພາບ
ນາຍ​ທັບ​ໂມ​ໂຣ​ໄນ​ຢືນ​ຢູ່​ຂ້າງ​ໜ້າ​ກອງ​ທັບ​ຂອງ​ເພິ່ນ ແລະ ຄອບ​ຄົວ

ຜູ້​ຄົນ​ໄດ້​ສວມ​ເຄື່ອງ​ປ້ອງ​ກັນ​ຂອງ​ພວກ​ເຂົາ ແລະ ໄດ້​ແລ່ນ​ໄປ​ຫາ​ໂມ​ໂຣ​ໄນ. ພວກ​ເຂົາ​ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້​ເພື່ອ​ພຣະ​ເຈົ້າ ແລະ ບ້ານ​ເຮືອນ, ຄອບ​ຄົວ, ແລະ ອິດ​ສະ​ລະ​ພາບ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ, ຫລື ຄຳ​ສັນ​ຍາ​ພິ​ເສດ, ກັບ​ພຣະ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ຕິດ​ຕາມ​ພຣະ​ອົງ​ສະ​ເໝີ. ແລ້ວ​ພວກ​ເຂົາ​ກໍ​ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້​ກັບ​ອະ​ມາ​ລີ​ໄຄ​ຢາ.

ແອວ​ມາ 46:21–22, 28

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ ແລະ ທະ​ຫານ​ຈຳ​ນວນ​ໜຶ່ງ​ຂອງ​ລາວ​ແລ່ນ​ໜີ

ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ມີ​ຈຳ​ນວນ​ຫລາຍ. ອະ​ມາ​ລີ​ໄຄ​ຢາ​ຢ້ານ​ກົວ. ລາວ​ພະ​ຍາ​ຍາມ​ແລ່ນ​ໜີ​ໄປ​ກັບ​ຜູ້​ທີ່​ຕິດ​ຕາມ​ລາວ. ແຕ່​ພວກ​ເຂົາ​ຫລາຍ​ຄົນ​ເປັນ​ຫ່ວງ​ວ່າ​ອະ​ມາ​ລີ​ໄຄ​ຢາ​ກຳ​ລັງ​ຕໍ່​ສູ້​ເພື່ອ​ເຫດ​ຜົນ​ທີ່​ຜິດໆ. ຫລາຍ​ຄົນ​ບໍ່​ໄດ້​ຕິດ​ຕາມ​ລາວ​ອີກ​ຕໍ່​ໄປ. ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ໄດ້​ຢຸດ​ຢັ້ງ​ຜູ້​ທີ່​ຕິດ​ຕາມ​ອະ​ມາ​ລີ​ໄຄ​ຢາ, ແຕ່​ອະ​ມາ​ລີ​ໄຄ​ຢາ ແລະ ຄົນ​ອື່ນໆ​ຈຳ​ນວນ​ນ້ອຍ​ໜຶ່ງ​ໄດ້​ໜີ​ໄປ​ໄດ້.

ແອວ​ມາ 46:29–33

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ​ເວົ້າ​ກັບ​ຊາວ​ເລ​ມັນ

ອະ​ມາ​ລີ​ໄຄ​ຢາ​ໄດ້​ໄປ​ຫາ​ແຜ່ນ​ດິນ​ຂອງ​ຊາວ​ເລ​ມັນ. ລາວ​ຢາກ​ໃຫ້​ຊາວ​ເລ​ມັນ​ຊ່ວຍ​ລາວ​ຕໍ່​ສູ້​ກັບ​ຊາວ​ນີ​ໄຟ. ແລ້ວ​ລາວ​ຈະ​ມີ​ກອງ​ທັບ​ໃຫຍ່ ແລະ ເຂັ້ມ​ແຂງ. ລາວ​ໄດ້​ເຮັດ​ໃຫ້​ຊາວ​ເລ​ມັນ​ຫລາຍ​ຄົນ​ໃຈ​ຮ້າຍ​ໃຫ້​ຊາວ​ນີ​ໄຟ. ກະ​ສັດ​ຂອງ​ຊາວ​ເລ​ມັນ​ໄດ້​ບອກ​ຊາວ​ເລ​ມັນ​ທຸກ​ຄົນ​ໃຫ້​ກຽມ​ພ້ອມ​ທີ່​ຈະ​ໄປ​ຕໍ່​ສູ້​ກັບ​ຊາວ​ນີ​ໄຟ.

ແອວ​ມາ 47:1

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ​ຄຸ​ເຂົ່າ​ຢູ່​ຕໍ່​ໜ້າ​ກະ​ສັດ​ຊາວ​ເລ​ມັນ​ຮັບ​ສວມ​ມຸງ​ກຸດ

ກະ​ສັດ​ມັກ​ອະ​ມາ​ລີ​ໄຄ​ຢາ. ເພິ່ນ​ໄດ້​ແຕ່ງ​ຕັ້ງ​ອະ​ມາ​ລີ​ໄຄ​ຢາ​ໃຫ້​ເປັນ​ຜູ້​ນຳ​ຄົນ​ໜຶ່ງ​ຂອງ​ກອງ​ທັບ​ຊາວ​ເລ​ມັນ. ແຕ່​ອະ​ມາ​ລີ​ໄຄ​ຢາ​ຕ້ອງ​ການ​ອຳ​ນາດ​ຫລາຍ​ກວ່າ​ນັ້ນ.

ແອວ​ມາ 47:1–3

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ​ໃສ່​ມຸງ​ກຸດ

ອະ​ມາ​ລີ​ໄຄ​ຢາ​ໄດ້​ມີ​ແຜນ​ການ​ທີ່​ຈະ​ປົກ​ຄອງ​ຊາວ​ເລ​ມັນ. ລາວ​ໄດ້​ຄວບ​ຄຸມ​ກອງ​ທັບ​ຊາວ​ເລ​ມັນ​ທັງ​ໝົດ. ແລ້ວ​ລາວ​ໄດ້​ສົ່ງ​ຂ້າ​ໃຊ້​ຂອງ​ລາວ​ໃຫ້​ໄປ​ຂ້າ​ກະ​ສັດ ແລະ ຕົວະ​ວ່າ​ຄົນ​ອື່ນ​ເປັນ​ຜູ້​ເຮັດ.

ແອວ​ມາ 47:4–26

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ​ໄດ້​ກຳ​ກຳ​ປັ້ນ​ຢູ່​ຕໍ່​ໜ້າ​ທະ​ຫານ​ຊາວ​ເລ​ມັນ ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ​ຊົມ​ເຊີຍ

ອະ​ມາ​ລີ​ໄຄ​ຢາ​ທຳ​ທ່າ​ໃຈ​ຮ້າຍ​ທີ່​ກະ​ສັດ​ຖືກ​ຂ້າ. ຊາວ​ເລ​ມັນ​ມັກ​ອະ​ມາ​ລີ​ໄຄ​ຢາ. ລາວ​ໄດ້​ແຕ່ງ​ງານ​ກັບ​ລາ​ຊີ​ນີ ແລະ ກາຍ​ເປັນ​ກະ​ສັດ​ອົງ​ໃໝ່. ລາວ​ຕ້ອງ​ການ​ທີ່​ຈະ​ປົກ​ຄອງ​ຊາວ​ນີ​ໄຟ​ເຊັ່ນ​ກັນ. ລາວ​ເວົ້າ​ບໍ່​ດີ​ກ່ຽວ​ກັບ​ຊາວ​ນີ​ໄຟ ເພື່ອ​ວ່າ​ຊາວ​ເລ​ມັນ​ຈະ​ໃຈ​ຮ້າຍ​ໃຫ້​ພວກ​ເຂົາ. ບໍ່​ດົນ, ຊາວ​ເລ​ມັນ​ຫລາຍ​ຄົນ​ກໍ​ຢາກ​ຕໍ່​ສູ້​ກັບ​ພວກ​ເຂົາ.

ແອວ​ມາ 47:25–35; 48:1–4

ຮູບ​ພາບ
ນາຍ​ທັບ​ໂມ​ໂຣ​ໄນ ແລະ ທະ​ຫານ​ຂອງ​ເພິ່ນ​ສ້າງ​ກຳ​ແພງ

ຂະ​ນະ​ທີ່​ອະ​ມາ​ລີ​ໄຄ​ຢາ​ມີ​ອຳ​ນາດ​ໂດຍ​ການ​ເວົ້າ​ຕົວະ, ໂມ​ໂຣ​ໄນ​ໄດ້​ກະ​ກຽມ​ຊາວ​ນີ​ໄຟ​ໃຫ້​ໄວ້​ວາງ​ໃຈ​ພຣະ​ເຈົ້າ. ເພິ່ນ​ໄດ້​ປັກ​ປ້າຍ​ແຫ່ງ​ເສ​ລີ​ພາບ​ໄວ້​ເທິງ​ຫໍ​ສູງ​ທຸກ​ບ່ອນ​ໃນ​ແຜ່ນ​ດິນ ເພື່ອ​ເຕືອນ​ພວກ​ເຂົາ​ເຖິງ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ. ກອງ​ທັບ​ຂອງ​ໂມ​ໂຣ​ໄນ​ກໍ​ໄດ້​ກະ​ກຽມ​ເມືອງ​ນີ​ໄຟ​ຕ່າງໆ​ສຳ​ລັບ​ສົງ​ຄາມ​ນຳ​ອີກ. ພວກ​ເຂົາ​ໄດ້​ສ້າງ​ກຳ​ແພງ ແລະ ຂຸດ​ຮ່ອງ ເພື່ອ​ເຮັດ​ໃຫ້​ເມືອງ​ປອດ​ໄພ ແລະ ເຂັ້ມ​ແຂງ.

ແອວ​ມາ 46:36; 48:7–18

ຮູບ​ພາບ
ທະ​ຫານ​ຂອງ​ອະ​ມາ​ລີ​ໄຄ​ຢາ​ຍິງ​ທະ​ນູ​ໃສ່​ເມືອງ​ນີ​ໄຟ

ເມື່ອ​ຊາວ​ເລ​ມັນ​ໄດ້​ມາ​ຕໍ່​ສູ້, ພວກ​ເຂົາ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ເມືອງ​ນີ​ໄຟ​ຕ່າງໆ. ພວກ​ເຂົາ​ຖືກ​ສະ​ກັດ​ກັ້ນ​ດ້ວຍ​ກຳ​ແພງ ແລະ ຮ່ອງ​ທີ່​ທະ​ຫານ​ຂອງ​ໂມ​ໂຣ​ໄນ​ໄດ້​ສ້າງ​ໄວ້. ຊາວ​ເລ​ມັນ​ຫລາຍ​ຄົນ​ໄດ້​ຕາຍ​ໄປ​ເມື່ອ​ພວກ​ເຂົາ​ໂຈມ​ຕີ​ຊາວ​ນີ​ໄຟ. ອະ​ມາ​ລີ​ໄຄ​ຢາ​ໃຈ​ຮ້າຍ​ທີ່​ສຸດ. ລາວ​ໄດ້​ສັນ​ຍາ​ວ່າ​ຈະ​ຂ້າ​ໂມ​ໂຣ​ໄນ.

ແອວ​ມາ 49:1–27

ຮູບ​ພາບ
ນາຍ​ທັບ​ໂມ​ໂຣ​ໄນ​ກ່າວ​ກັບ​ຊາວ​ນີ​ໄຟ​ຫລັງ​ຈາກ​ການ​ສູ້​ຮົບ

ຊາວ​ນີ​ໄຟ​ໄດ້​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ຄວາມ​ຊ່ວຍ​ເຫລືອ ແລະ ປົກ​ປ້ອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ເຮັດ​ໃຫ້​ເມືອງ​ຕ່າງໆ​ຂອງ​ພວກ​ເຂົາ​ປອດ​ໄພ​ກວ່າ​ເກົ່າ ແລະ ໄດ້​ສ້າງ​ຫລາຍ​ເມືອງ​ຂຶ້ນ​ອີກ. ສົງ​ຄາມ​ກັບ​ຊາວ​ເລ​ມັນ​ດຳ​ເນີນ​ຕໍ່​ໄປ, ແຕ່​ພຣະ​ເຈົ້າ​ໄດ້​ຊ່ວຍ​ໂມ​ໂຣ​ໄນ ແລະ ກອງ​ທັບ​ຂອງ​ເພິ່ນ​ຮັກ​ສາ​ຊາວ​ນີ​ໄຟ​ໃຫ້​ປອດ​ໄພ. ຊາວ​ນີ​ໄຟ​ມີ​ຄວາມ​ສຸກ. ພວກ​ເຂົາ​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ ແລະ ຊື່​ສັດ​ຕໍ່​ພຣະ​ອົງ.

ແອວ​ມາ 49:28–30; 50:1–24

ພິມ