“ກະສັດຂອງຊາວເລມັນທຸກຄົນ,” ເລື່ອງພຣະຄຳພີມໍມອນ (2023)
“ກະສັດຂອງຊາວເລມັນທຸກຄົນ,” ເລື່ອງພຣະຄຳພີມໍມອນ
ກະສັດຂອງຊາວເລມັນທຸກຄົນ
ການຢາກຮຽນຮູ້ກ່ຽວກັບພຣະຜູ້ເປັນເຈົ້າ
ຊາວເລມັນມີກະສັດອົງໜຶ່ງທີ່ປົກຄອງເໜືອກະສັດອົງອື່ນໆທັງໝົດຂອງພວກເຂົາ. ເພິ່ນເປັນບິດາຂອງກະສັດລາໂມໄນ. ເພິ່ນຄິດວ່າຊາວນີໄຟເປັນສັດຕູ. ມີມື້ໜຶ່ງ, ເພິ່ນໄດ້ເຫັນລາໂມໄນກັບອຳໂມນ. ກະສັດໄດ້ຖາມລາໂມໄນວ່າເພິ່ນເຮັດຫຍັງກັບຊາວນີໄຟຄົນນັ້ນ. ລາໂມໄນໄດ້ບອກກະສັດວ່າ ພວກເພິ່ນກຳລັງຈະໄປປົດປ່ອຍພວກອ້າຍນ້ອງຂອງອຳໂມນຈາກຄຸກ.
ໂມໄຊຢາ 10:11–17; ແອວມາ 20:1–12
ກະສັດໃຈຮ້າຍ. ເພິ່ນຄິດວ່າຊາວນີໄຟໄດ້ເວົ້າຕົວະເພື່ອພະຍາຍາມລັກຂະໂມຍຈາກຊາວເລມັນ. ເພິ່ນໄດ້ບອກໃຫ້ລາໂມໄນຂ້າອຳໂມນ ແລະ ໄປກັບເພິ່ນ.
ລາໂມໄນຈະບໍ່ຂ້າອຳໂມນ. ເພິ່ນໄດ້ບອກກະສັດວ່າ ອຳໂມນ ແລະ ພວກອ້າຍນ້ອງຂອງລາວເປັນສາດສະດາຂອງພຣະເຈົ້າ. ເພິ່ນເວົ້າວ່າເພິ່ນຈະຊ່ວຍພວກອ້າຍນ້ອງຂອງອຳໂມນ.
ກະສັດຖອດດາບຂອງເພິ່ນອອກມາ ເພື່ອຈະທຳຮ້າຍລາໂມໄນ, ແຕ່ອຳໂມນໄດ້ສະກັດກັ້ນເພິ່ນໄວ້. ກະສັດໄດ້ໂຈມຕີອຳໂມນແທນ. ອຳໂມນໄດ້ປົກປ້ອງຕົວເອງ. ລາວໄດ້ເຮັດໃຫ້ແຂນຂອງກະສັດໄດ້ຮັບບາດເຈັບ ເພື່ອວ່າກະສັດຈະບໍ່ສາມາດຕໍ່ສູ້. ກະສັດຢ້ານກົວ ເພາະຄວາມແຂງແຮງຂອງອຳໂມນ. ເພິ່ນສັນຍາວ່າຈະມອບເຄິ່ງໜຶ່ງຂອງອານາຈັກຂອງເພິ່ນໃຫ້ອຳໂມນ ຖ້າຫາກລາວຈະໄວ້ຊີວິດຂອງເພິ່ນ.
ອຳໂມນບໍ່ຕ້ອງການອານາຈັກ. ກົງກັນຂ້າມ, ລາວຂໍໃຫ້ກະສັດປົດປ່ອຍພວກອ້າຍນ້ອງຂອງລາວຈາກຄຸກ. ລາວໄດ້ຂໍໃຫ້ກະສັດເຊົາໃຈຮ້າຍໃຫ້ລາໂມໄນ. ອຳໂມນເວົ້າວ່າກະສັດຄວນປ່ອຍໃຫ້ລາໂມໄນປົກຄອງຕາມທີ່ເພິ່ນຄິດວ່າດີທີ່ສຸດ.
ກະສັດປະຫລາດໃຈຫລາຍວ່າອຳໂມນຮັກລາໂມໄນຫລາຍຂະໜາດໃດ. ເພິ່ນຕົກລົງທີ່ຈະເຮັດທຸກສິ່ງຕາມທີ່ອຳໂມນຮ້ອງຂໍ.
ກະສັດຕ້ອງການຮຽນຮູ້ຕື່ມອີກກ່ຽວກັບສິ່ງທີ່ອຳໂມນ ແລະ ລາໂມໄນໄດ້ບອກເພິ່ນກ່ຽວກັບພຣະເຈົ້າ. ເພິ່ນໄດ້ຂໍໃຫ້ອຳໂມນ ແລະ ພວກອ້າຍນ້ອງຂອງລາວມາສິດສອນເພິ່ນ.
ອຳໂມນ ແລະ ລາໂມໄນໄດ້ໄປຫາແຜ່ນດິນມິດໂດໄນ. ພວກອ້າຍນ້ອງຂອງອຳໂມນຖືກຈຳຄຸກຢູ່ທີ່ນັ້ນ. ເຂົາເຈົ້າຖືກຜູກມັດໄວ້ດ້ວຍເຊືອກ ແລະ ບໍ່ໄດ້ກິນເຂົ້າກິນນ້ຳ. ລາໂມໄນໄດ້ຊັກຈູງຜູ້ປົກຄອງມິດໂດໄນໃຫ້ປ່ອຍພວກອ້າຍນ້ອງຂອງອຳໂມນ.
ທັນທີທີ່ເຂົາເຈົ້າຖືກປ່ອຍຕົວ, ພວກອ້າຍນ້ອງຂອງອຳໂມນກໍໄດ້ໄປຫາບິດາຂອງລາໂມໄນ. ເຂົາເຈົ້າໄດ້ກົ້ມຂາບກະສັດ ແລະ ຂໍເປັນຂ້າໃຊ້ຂອງເພິ່ນ. ກະສັດເວົ້າວ່າ ບໍ່. ກົງກັນຂ້າມ, ເພິ່ນຕ້ອງການໃຫ້ເຂົາເຈົ້າສິດສອນເພິ່ນກ່ຽວກັບພຣະກິດຕິຄຸນ. ອ້າຍນ້ອງຄົນໜຶ່ງມີຊື່ວ່າ ອາໂຣນ. ລາວໄດ້ອ່ານພຣະຄຳພີໃຫ້ກະສັດຟັງ ແລະ ໄດ້ສິດສອນເພິ່ນກ່ຽວກັບພຣະເຈົ້າ ແລະ ພຣະເຢຊູຄຣິດ.
ກະສັດເຊື່ອອາໂຣນ. ເພິ່ນໄດ້ເວົ້າວ່າ ເພິ່ນຈະມອບອານາຈັກທັງໝົດຂອງເພິ່ນໃຫ້ ເພື່ອຈະໄດ້ຮູ້ຈັກພຣະເຈົ້າ. ເພິ່ນໄດ້ຖາມອາໂຣນວ່າ ເພິ່ນຈະຕ້ອງເຮັດແນວໃດ. ອາໂຣນໄດ້ບອກກະສັດໃຫ້ກັບໃຈ ແລະ ອະທິຖານຫາພຣະເຈົ້າດ້ວຍສັດທາ. ກະສັດໄດ້ກັບໃຈຈາກບາບທັງໝົດຂອງເພິ່ນ ແລະ ໄດ້ອະທິຖານ.
ກະສັດໄດ້ລົ້ມລົງຢູ່ກັບພື້ນດິນ. ຂ້າໃຊ້ຂອງກະສັດໄດ້ແລ່ນໄປບອກລາຊີນີ.
ລາຊີນີໄດ້ມາ ແລະ ເຫັນກະສັດລົ້ມຢູ່ກັບພື້ນດິນ. ເພິ່ນຄິດວ່າອາໂຣນ ແລະ ພວກອ້າຍນ້ອງຂອງລາວໄດ້ຂ້າກະສັດ. ລາຊີນີໃຈຮ້າຍ.
ລາຊີນີໄດ້ບອກພວກຂ້າໃຊ້ໃຫ້ເອົາອາໂຣນ ແລະ ພວກອ້າຍນ້ອງຂອງລາວໄປປະຫານ. ແຕ່ພວກຂ້າໃຊ້ຢ້ານກົວ. ພວກເຂົາເວົ້າວ່າອາໂຣນ ແລະ ພວກອ້າຍນ້ອງຂອງລາວແຂງແຮງຫລາຍ. ບັດນີ້ ລາຊີນີກໍຢ້ານກົວ. ເພິ່ນໄດ້ສົ່ງພວກຂ້າໃຊ້ໃຫ້ໄປບອກຜູ້ຄົນຢູ່ໃນເມືອງໃຫ້ຮູ້ເຖິງສິ່ງທີ່ໄດ້ເກີດຂຶ້ນ. ເພິ່ນຫວັງວ່າຜູ້ຄົນຈະຂ້າອາໂຣນ ແລະ ພວກອ້າຍນ້ອງຂອງລາວ.
ອາໂຣນຮູ້ວ່າຜູ້ຄົນຈະໃຈຮ້າຍ. ລາວກໍຍັງຮູ້ອີກວ່າ ກະສັດຍັງບໍ່ຕາຍ. ລາວໄດ້ຊ່ວຍກະສັດລຸກຢືນຂຶ້ນ. ກະສັດໄດ້ຮັບກຳລັງວັງຊາຄືນມາ ແລະ ລຸກຂຶ້ນ. ລາຊີນີ ແລະ ພວກຂ້າໃຊ້ປະຫລາດໃຈຫລາຍ.
ກະສັດໄດ້ສິດສອນລາຊີນີ ແລະ ພວກຂ້າໃຊ້ກ່ຽວກັບພຣະເຢຊູ. ທຸກຄົນໄດ້ເຊື່ອໃນພຣະເຢຊູ. ກະສັດຕ້ອງການໃຫ້ຜູ້ຄົນຂອງເພິ່ນຮຽນຮູ້ກ່ຽວກັບພຣະເຢຊູ. ເພິ່ນໄດ້ຕັ້ງກົດໝາຍຂຶ້ນວ່າ ອາໂຣນ ແລະ ພວກອ້າຍນ້ອງຂອງລາວສາມາດສິດສອນພຣະກິດຕິຄຸນໄດ້ ໃນທຸກສະຖານທີ່ໃນອານາຈັກຂອງເພິ່ນ. ເຂົາເຈົ້າໄດ້ສິດສອນຜູ້ຄົນ ແລະ ເອີ້ນບາງຄົນໃຫ້ເປັນປະໂລຫິດ ແລະ ຄູສອນໃນແຜ່ນດິນ.