Scripture Stories
ກີ​ເດ​ໂອນ, ແອວ​ມາ, ແລະ ນີ​ຮໍ


“ກີ​ເດ​ໂອນ, ແອວ​ມາ, ແລະ ນີ​ຮໍ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ກີ​ເດ​ໂອນ, ແອວ​ມາ, ແລະ ນີ​ຮໍ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

ແອວ​ມາ 1

ກີ​ເດ​ໂອນ, ແອວ​ມາ, ແລະ ນີ​ຮໍ

ການ​ປົກ​ປ້ອງ​ຄວາມ​ຈິງ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ

ຮູບ​ພາບ
ແອວ​ມາ​ຜູ້​ເປັນ​ລູກ​ຟັງ​ບິ​ດາ​ຂອງ​ເພິ່ນ

ຊາວ​ນີ​ໄຟ​ໄດ້​ເລືອກ​ເອົາ​ແອວ​ມາ​ຜູ້​ເປັນ​ລູກ​ໃຫ້​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ​ຂອງ​ພວກ​ເຂົາ. ແອວ​ມາ​ກໍ​ເປັນ​ມະ​ຫາ​ປະ​ໂລ​ຫິດ​ຂອງ​ສາດ​ສະ​ໜາ​ຈັກ​ນຳ​ອີກ.

ໂມ​ໄຊ​ຢາ 29:41–44

ຮູບ​ພາບ
ນີ​ຮໍ​ກຳ​ລັງ​ຊີ້​ຂຶ້ນ​ເທິງ​ຟ້າ

ມີ​ຊາຍ​ຄົນ​ໜຶ່ງ​ຊື່ ນີ​ຮໍ ໄດ້​ເລີ່ມ​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ລາວ​ເອີ້ນ​ວ່າ ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ແຕ່​ລາວ​ໄດ້​ສິດ​ສອນ​ຜູ້​ຄົນ​ວ່າ ພວກ​ເຂົາ​ບໍ່​ຈຳ​ເປັນ​ຕ້ອງ​ເຊື່ອ​ຟັງ​ພຣະ​ເຈົ້າ ຫລື ກັບ​ໃຈ.

ແອວ​ມາ 1:2–4, 15

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ນຳ​ເງິນ​ມາ​ມອບ​ໃຫ້​ນີ​ຮໍ

ຫລາຍ​ຄົນ​ມັກ ແລະ ເຊື່ອ​ໃນ​ສິ່ງ​ທີ່​ນີ​ຮໍ​ກ່າວ. ລາວ​ຕ້ອງ​ການ​ໃຫ້​ຜູ້​ຄົນ​ມອບ​ເງິນ​ໃຫ້​ລາວ ແລະ ສັນ​ລະ​ເສີນ​ລາວ. ລາວ​ຄິດ​ວ່າ​ລາວ​ດີ​ກວ່າ​ຄົນ​ອື່ນໆ. ລາວ​ໄດ້​ຕັ້ງ​ໂບດ​ຂອງ​ລາວ​ເອງ​ຂຶ້ນ, ແລະ ຫລາຍ​ຄົນ​ເຊື່ອ​ຟັງ​ລາວ.

ແອວ​ມາ 1:3, 5–6

ຮູບ​ພາບ
ນີ​ຮໍ​ກຳ​ລັງ​ໂຕ້​ຖຽງ​ກັບ​ກີ​ເດ​ໂອນ

ມີ​ມື້​ໜຶ່ງ, ນີ​ຮໍ​ໄດ້​ພົບ​ກັບ​ຜູ້​ຊາຍ​ແກ່​ຄົນ​ໜຶ່ງ​ຊື່ ກີ​ເດ​ໂອນ. ກີ​ເດ​ໂອນ​ເປັນ​ຄູ​ສອນ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ໄດ້​ເຮັດ​ຫລາຍ​ສິ່ງ​ທີ່​ດີ. ນີ​ຮໍ​ຢາກ​ໃຫ້​ຜູ້​ຄົນ​ໜີ​ຈາກ​ສາດ​ສະ​ໜາ​ຈັກ, ສະ​ນັ້ນ​ລາວ​ຈຶ່ງ​ໄດ້​ໂຕ້​ຖຽງ​ກັບ​ກີ​ເດ​ໂອນ. ກີ​ເດ​ໂອນ​ໄດ້​ໃຊ້​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ນີ​ຮໍ​ບໍ່​ໄດ້​ສິດ​ສອນ​ຄວາມ​ຈິງ. ນີ​ຮໍ​ໃຈ​ຮ້າຍ! ລາວ​ໄດ້​ຂ້າ​ກີ​ເດ​ໂອນ​ດ້ວຍ​ດາບ​ຂອງ​ລາວ.

ແອວ​ມາ 1:7–9, 13

ຮູບ​ພາບ
ນີ​ຮໍ​ກຳ​ລັງ​ໂຕ້​ຖຽງ​ກັບ​ແອວ​ມາ

ຜູ້​ຄົນ​ໄດ້​ນຳ​ນີ​ຮໍ​ໄປ​ຫາ​ແອວ​ມາ​ເພື່ອ​ການ​ຕັດ​ສິນ. ນີ​ຮໍ​ໄດ້​ພະ​ຍາ​ຍາມ​ປົກ​ປ້ອງ​ຕົວ​ກັບ​ສິ່ງ​ທີ່​ລາວ​ໄດ້​ເຮັດ​ໄປ. ລາວ​ບໍ່​ຢາກ​ຖືກ​ລົງ​ໂທດ.

ແອວ​ມາ 1:10–11

ຮູບ​ພາບ
ແອວ​ມາ​ກຳ​ລັງ​ຕັດ​ສິນ

ແອວ​ມາ​ໄດ້​ກ່າວ​ວ່າ ຄຳ​ສອນ​ຂອງ​ນີ​ຮໍ​ບໍ່​ຖືກ​ຕ້ອງ ແລະ ສາ​ມາດ​ທຳ​ຮ້າຍ​ຜູ້​ຄົນ​ໄດ້. ແອວ​ມາ​ໄດ້​ປະ​ຕິ​ບັດ​ຕາມ​ກົດ​ໝາຍ. ຍ້ອນ​ວ່າ​ນີ​ຮໍ​ໄດ້​ຂ້າ​ກີ​ເດ​ໂອນ, ນີ​ຮໍ​ຕ້ອງ​ຖືກ​ປະ​ຫານ.

ແອວ​ມາ 1:12–15

ຮູບ​ພາບ
ແອວ​ມາ​ຄິດ​ກ່ຽວ​ກັບ​ຜູ້​ຄົນ

ກ່ອນ​ລາວ​ຖືກ​ປະ​ຫານ, ນີ​ຮໍ​ໄດ້​ບອກ​ຜູ້​ຄົນ​ວ່າ​ລາວ​ໄດ້​ເວົ້າ​ຕົວະ. ລາວ​ບໍ່​ໄດ້​ສິດ​ສອນ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ເຖິງ​ແມ່ນ​ວ່າ​ນີ​ຮໍ​ເວົ້າ​ວ່າ ລາວ​ໄດ້​ເຮັດ​ຜິດ, ແຕ່​ຫລາຍ​ຄົນ​ກໍ​ຍັງ​ຕິດ​ຕາມ​ຕົວ​ຢ່າງ​ຂອງ​ລາວ​ຢູ່. ພວກ​ເຂົາ​ໄດ້​ຕົວະ​ຜູ້​ຄົນ​ເພື່ອ​ການ​ສັນ​ລະ​ເສີນ ແລະ ເພື່ອ​ເງິນ. ແຕ່​ຄົນ​ອື່ນໆ​ໄດ້​ເຊື່ອ​ຟັງ​ແອວ​ມາ. ພວກ​ເຂົາ​ໄດ້​ດູ​ແລ​ຄົນ​ຍາກ​ຈົນ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

ແອວ​ມາ 1:15–16, 25–30

ພິມ