Scripture Stories
ແອວ​ມາ ແລະ ໂຄ​ຣິ​ຫໍ


“ແອວ​ມາ ແລະ ໂຄ​ຣິ​ຫໍ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 30

ແອວ​ມາ ແລະ ໂຄ​ຣິ​ຫໍ

ມີ​ສັດ​ທາ​ວ່າ​ພຣະ​ເຈົ້າ​ມີ​ຈິງ

ຮູບ​ພາບ
ໂຄ​ຣິ​ຫໍ​ຍິ້ມ ແລະ ເວົ້າ​ກັບ​ບາງ​ຄົນ ຂະ​ນະ​ທີ່​ພວກ​ເຂົາ​ຍ່າງ​ໄປ​ນຳ​ກັນ​ໃນ​ເສັ້ນ​ທາງ​ທີ່​ຄັບ​ຄັ່ງ

ຊາຍ​ຄົນ​ໜຶ່ງ​ຊື່ ໂຄ​ຣິ​ຫໍ ໄດ້​ເຂົ້າ​ມາ​ໃນ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ. ລາວ​ໄດ້​ບອກ​ຜູ້​ຄົນ​ວ່າ ມັນ​ບໍ່​ມີ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ.

ແອວ​ມາ 30:6, 12, 37–38, 45

ຮູບ​ພາບ
ໂຄ​ຣິ​ຫໍ​ຍິ້ມ ແລະ ສະ​ແດງ​ທ່າ​ທາງ​ໃສ່​ເດັກ​ທີ່​ໂສກ​ເສົ້າ

ໂຄ​ຣິ​ຫໍ​ເວົ້າ​ວ່າ​ຜູ້​ຄົນ​ຈະ​ຮູ້​ບາງ​ສິ່ງ​ບາງ​ຢ່າງ​ໄດ້​ກໍ​ຕໍ່​ເມື່ອ​ເຂົາ​ເຫັນ​ເທົ່າ​ນັ້ນ. ລາວ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ຜູ້​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ.

ແອວ​ມາ 30:13–16

ຮູບ​ພາບ
ໂຄ​ຣິ​ຫໍ​ຍິ້ມ ແລະ ເວົ້າ​ກັບ​ຝູງ​ຊົນ

ໂຄ​ຣິ​ຫໍ​ເວົ້າ​ວ່າ​ຜູ້​ຄົນ​ບໍ່​ຕ້ອງ​ການ​ພຣະ​ບັດ​ຍັດ​ຂອງ​ພຣະ​ເຈົ້າ. ລາວ​ເວົ້າ​ວ່າ​ຜູ້​ຄົນ​ສາ​ມາດ​ເຮັດ​ຫຍັງ​ກໍ​ໄດ້​ທີ່​ພວກ​ເຂົາ​ຕ້ອງ​ການ. ຫລາຍ​ຄົນ​ໄດ້​ເຊື່ອ​ລາວ. ພວກ​ເຂົາ​ໄດ້​ຕັດ​ສິນ​ໃຈ​ເຮັດ​ສິ່ງ​ທີ່​ບໍ່​ດີ.

ແອວ​ມາ 30:17–18

ຮູບ​ພາບ
ໂຄ​ຣິ​ຫໍ​ຖືກ​ມັດ ແລະ ຖືກ​ພວກ​ທະ​ຫານ​ພາ​ອອກ​ໄປ​ຈາກ​ໝູ່​ບ້ານ

ໂຄ​ຣິ​ຫໍ​ໄດ້​ພະ​ຍາ​ຍາມ​ສິດ​ສອນ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ, ແຕ່​ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ລາວ. ພວກ​ເຂົາ​ໄດ້​ມັດ​ລາວ ແລະ ສົ່ງ​ລາວ​ໃຫ້​ໜີ​ໄປ. ລາວ​ໄດ້​ໄປ​ຫາ​ແຜ່ນ​ດິນ​ກີ​ເດ​ໂອນ​ແທນ. ຜູ້​ຄົນ​ຢູ່​ທີ່​ນັ້ນ​ກໍ​ໄດ້​ມັດ​ລາວ​ເຊັ່ນ​ກັນ. ພວກ​ເຂົາ​ໄດ້​ສົ່ງ​ລາວ​ໄປ​ຫາ​ແອວ​ມາ.

ແອວ​ມາ 30:19–29

ຮູບ​ພາບ
ໂຄ​ຣິ​ຫໍ​ຍິ້ມ ແລະ ສະ​ແດງ​ທ່າ​ທີ​ໃສ່​ແອວ​ມາ

ໂຄ​ຣິ​ຫໍ​ໄດ້​ບອກ​ແອວ​ມາ​ວ່າ ມັນ​ບໍ່​ມີ​ພຣະ​ເຈົ້າ. ລາວ​ເວົ້າ​ວ່າ​ແອວ​ມາ ແລະ ພວກ​ປະ​ໂລ​ຫິດ​ຄົນ​ອື່ນໆ​ກຳ​ລັງ​ຕົວະ​ຜູ້​ຄົນ. ໂຄ​ຣິ​ຫໍ​ເວົ້າ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ເຮັດ​ໃຫ້​ຜູ້​ຄົນ​ເຮັດ​ຕາມ​ປະ​ເພ​ນີ​ທີ່​ບ້າໆ​ບໍໆ. ລາວ​ກໍ​ໄດ້​ເວົ້າ​ອີກ​ວ່າ ເຂົາ​ເຈົ້າ​ກຳ​ລັງ​ຮັບ​ເງິນ​ຈາກ​ຜູ້​ຄົນ. ແອວ​ມາ​ຮູ້​ວ່າ​ສິ່ງ​ນີ້​ບໍ່​ເປັນ​ຄວາມ​ຈິງ. ເພິ່ນ​ເຊື່ອ​ໃນ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ.

ແອວ​ມາ 30:30–40

ຮູບ​ພາບ
ແອວ​ມາ​ເວົ້າ​ກັບ​ຝູງ​ຊົນ​ຂະ​ນະ​ທີ່​ໂຄ​ຣິ​ຫໍ​ນັ່ງ​ກອດ​ມື​ຢູ່​ຂ້າງ​ຫລັງ

ແອວ​ມາ​ເວົ້າ​ວ່າ​ບັນ​ດາ​ສາດ​ສະ​ດາ ແລະ ທຸກ​ສິ່ງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ຊ່ວຍ​ໃຫ້​ຜູ້​ຄົນ​ຮູ້​ວ່າ​ພຣະ​ເຈົ້າ​ມີ​ຈິງ. ໂຄ​ຣິ​ຫໍ​ຕ້ອງ​ການ​ຫລັກ​ຖານ​ຕື່ມ​ອີກ. ແອວ​ມາ​ເວົ້າ​ວ່າ​ເພິ່ນ​ຈະ​ໃຫ້​ໂຄ​ຣິ​ຫໍ​ເຫັນ​ຫລັກ​ຖານ. ເພິ່ນ​ເວົ້າ​ວ່າ​ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ໂຄ​ຣິ​ຫໍ​ບໍ່​ສາ​ມາດ​ເວົ້າ. ທັນ​ທີ​ທີ່​ແອວ​ມາ​ເວົ້າ​ສິ່ງ​ນີ້, ໂຄ​ຣິ​ຫໍ​ກໍ​ບໍ່​ສາ​ມາດ​ເວົ້າ.

ແອວ​ມາ 30:41–50

ຮູບ​ພາບ
ໂຄ​ຣິ​ຫໍ​ເບິ່ງ​ຄື​ໂສກ​ເສົ້າ ແລະ ຊີ້​ໃສ່​ເຈ້ຍ​ທີ່​ມີ​ຂໍ້​ຄວາມ​ຂຽນ​ໄວ້ ຂະ​ນະ​ທີ່​ຝູງ​ຊົນ​ຍ່າງ​ໜີ​ຈາກ​ລາວ

ໂຄ​ຣິ​ຫໍ​ໄດ້​ຂຽນ​ວ່າ ລາວ​ຮູ້​ວ່າ​ພຣະ​ເຈົ້າ​ມີ​ຈິງ. ລາວ​ຮູ້​ມາ​ຕະ​ຫລອດ. ລາວ​ໄດ້​ຂຽນ​ວ່າ ມານ​ໄດ້​ຫລອກ​ລວງ​ລາວ. ມານ​ໄດ້​ບອກ​ໂຄ​ຣິ​ຫໍ​ໃຫ້​ສິດ​ສອນ​ຄວາມ​ຕົວະ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ. ເມື່ອ​ຜູ້​ຄົນ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ກ່ຽວ​ກັບ​ໂຄ​ຣິ​ຫໍ, ພວກ​ເຂົາ​ຈຶ່ງ​ບໍ່​ເຊື່ອ​ການ​ສິດ​ສອນ​ຂອງ​ລາວ. ພວກ​ເຂົາ​ໄດ້​ກັບ​ໃຈ ແລະ ເລີ່ມ​ຕິດ​ຕາມ​ພຣະ​ເຢ​ຊູ​ອີກ​ຄັ້ງ.

ແອວ​ມາ 30:52–53, 57–58

ພິມ