Scripture Stories
ບ້ານ​ໃໝ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ


“ບ້ານ​ໃໝ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ບ້ານ​ໃໝ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

2 ນີ​ໄຟ 4–5

ບ້ານ​ໃໝ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ

ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ

ຮູບ​ພາບ
ຄອບ​ຄົວ​ຢູ່​ອ້ອມ​ຂ້າງ​ລີ​ໄຮ

ຄອບ​ຄົວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ ເລີ່ມ​ທະ​ວີ​ຄູນ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ລູກ​ຫລານ​ຂອງ​ພວກ​ເພິ່ນ​ໄດ້​ມີ​ລູກ​ຫລານ​ຂອງ​ຕົນ​ເອງ. ລີ​ໄຮ​ໄດ້​ເຖົ້າ​ແກ່​ລົງ. ກ່ອນ​ເພິ່ນ​ເສຍ​ຊີ​ວິດ, ເພິ່ນ​ໄດ້​ອວຍ​ພອນ​ຜູ້​ຄົນ​ໃນ​ຄອບ​ຄົວ​ຂອງ​ເພິ່ນ. ເພິ່ນ​ໄດ້​ບອກ​ພວກ​ເຂົາ​ວ່າ ເມື່ອ​ພວກ​ເຂົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຫລືອ​ພວກ​ເຂົາ.

2 ນີ​ໄຟ 4:3–12

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ກຳ​ລັງ​ຫລຽວ​ເບິ່ງ​ນີ​ໄຟ

ຫລັງ​ຈາກ​ລີ​ໄຮ​ໄດ້​ເສຍ​ຊີ​ວິດ​ໄປ, ນີ​ໄຟ​ໄດ້​ນຳ​ພາ​ຜູ້​ຄົນ. ເພິ່ນ​ໄດ້​ບອກ​ພວກ​ເຂົາ​ໃຫ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ. ເລ​ມັນ ແລະ ເລ​ມູ​ເອນ​ໃຈ​ຮ້າຍ. ພວກ​ເຂົາ​ຢາກ​ຂ້າ​ນີ​ໄຟ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ນຳ​ພາ​ແທນ.

2 ນີ​ໄຟ 4:13; 5:1–4

ຮູບ​ພາບ
ກຸ່ມ​ຜູ້​ຄົນ​ກຳ​ລັງ​ເດີນ​ທາງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໃຫ້​ນີ​ໄຟ​ໜີ​ໄປ​ກັບ​ຄອບ​ຄົວ​ຂອງ​ເພິ່ນ ແລະ ທຸກ​ຄົນ​ທີ່​ຢາກ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ພວກ​ເຂົາ​ໄດ້​ເດີນ​ທາງ​ເປັນ​ເວ​ລາ​ຫລາຍ​ມື້ ແລະ ໄດ້​ພົບ​ສະ​ຖານ​ທີ່​ໃໝ່​ເພື່ອ​ຢູ່​ອາ​ໄສ.

2 ນີ​ໄຟ 5:1, 5–8

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ປູກ​ພືດ​ພັນ

ຜູ້​ທີ່​ໄດ້​ໄປ​ກັບ​ນີ​ໄຟ​ຖືກ​ເອີ້ນ​ວ່າ ຊາວ​ນີ​ໄຟ, ແລະ ຜູ້​ທີ່​ບໍ່​ໄດ້​ໄປ​ຖືກ​ເອີ້ນ​ວ່າ ຊາວ​ເລ​ມັນ. ຊາວ​ນີ​ໄຟ​ໄດ້​ຂໍ​ໃຫ້​ນີ​ໄຟ​ນຳ​ພາ​ພວກ​ເຂົາ. ພວກ​ເຂົາ​ເຮັດ​ວຽກ​ໜັກ. ພວກ​ເຂົາ​ໄດ້​ປູກ​ພືດ​ພັນ, ລ້ຽງ​ສັດ, ແລະ ສ້າງ​ພຣະ​ວິ​ຫານ ແລະ ອາ​ຄານ​ອື່ນໆ. ປະ​ໂລ​ຫິດ ແລະ ຄູ​ສອນ​ໄດ້​ສິດ​ສອນ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຜູ້​ຄົນ​ມີ​ຄວາມ​ສຸກ.

2 ນີ​ໄຟ 5:9–11, 13–17, 26–27

ພິມ