Scripture Stories
ສາດ​ສະ​ດາ​ອີ​ເທີ


“ສາດ​ສະ​ດາ​ອີ​ເທີ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ອີ​ເທີ 6; 12–15

ສາດ​ສະ​ດາ​ອີ​ເທີ

ຄຳ​ເຕືອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕໍ່​ປະ​ຊາ​ຊາດ

ຮູບ​ພາບ
ຜູ້​ຄົນ​ທີ່​ມີ​ຄວາມ​ສຸກ​ຢູ່​ທີ່​ຕະ​ຫລາດ​ໃນ​ເມືອງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ນ້ອງ​ຊາຍ​ຂອງ​ຢາ​ເຣັດ ແລະ ຄອບ​ຄົວ​ມາ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ພວກ​ເຂົາ​ຖ່ອມ​ຕົວ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ກຸ່ມ​ຂອງ​ພວກ​ເຂົາ​ເຕີບ​ໂຕ​ເປັນ​ເວ​ລາ​ຫລາຍ​ປີ, ແລະ ພວກ​ເຂົາ​ຢາກ​ມີ​ກະ​ສັດ​ນຳ​ພາ​ພວກ​ເຂົາ. ນ້ອງ​ຊາຍ​ຂອງ​ຢາ​ເຣັດ​ໄດ້​ເຕືອນ​ພວກ​ເຂົາ​ວ່າ ການ​ມີ​ກະ​ສັດ​ສາ​ມາດ​ນຳ​ໄປ​ສູ່​ບັນ​ຫາ, ແຕ່​ລາວ​ຈະ​ໃຫ້​ພວກ​ເຂົາ​ເລືອກ​ເອົາ​ກະ​ສັດ.

ອີ​ເທີ 6:5, 12–18, 22–24, 27

ຮູບ​ພາບ
ຊາວ​ຢາ​ເຣັດ​ໃຈ​ຮ້າຍ ແລະ ຊີ້​ໜ້າ​ອີ​ເທີ

ເປັນ​ເວ​ລາ​ຫລາຍ​ຮ້ອຍ​ປີ, ຊາວ​ຢາ​ເຮັດ​ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ບາງ​ເທື່ອ​ກະ​ສັດ​ຂອງ​ພວກ​ເຂົາ​ໄດ້​ນຳ​ພາ​ພວກ​ເຂົາ​ເຮັດ​ສິ່ງ​ທີ່​ດີ, ແຕ່​ບາງ​ເທື່ອ​ກໍ​ບໍ່​ໄດ້​ເຮັດ​ສິ່ງ​ທີ່​ດີ. ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໄດ້​ເຕືອນ​ຜູ້​ຄົນ​ໃຫ້​ກັບ​ໃຈ. ເມື່ອ​ພວກ​ເຂົາ​ຮັບ​ຟັງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພຣະ​ອົງ​ໄດ້​ອວຍ​ພອນ​ພວກ​ເຂົາ. ສາດ​ສະ​ດາ​ຊາວ​ຢາ​ເຮັດ​ຄົນ​ສຸດ​ທ້າຍ​ຊື່​ວ່າ ອີ​ເທີ.

ອີ​ເທີ 7:23–27; 9:26–30; 10:16–17, 28; 11:1–8, 12–13, 20–22; 12:2

ຮູບ​ພາບ
ອີ​ເທີ​ນັ່ງ ແລະ ສິດ​ສອນ, ແລະ ບາງ​ຄົນ​ໃຈ​ຮ້າຍ

ຜູ້​ຄົນ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ເຈົ້າ. ແຕ່​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ​ອີ​ເທີ. ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ​ຈາກ​ຕອນ​ເຊົ້າ​ເຖິງ​ຕອນ​ຄ່ຳ. ເພິ່ນ​ໄດ້​ເວົ້າ​ວ່າ ໃຫ້​ເຊື່ອ​ໃນ​ພຣະ​ເຈົ້າ ແລະ ກັບ​ໃຈ ຖ້າ​ບໍ່​ດັ່ງ​ນັ້ນ ພວກ​ເຂົາ​ຈະ​ຖືກ​ທຳ​ລາຍ. ຖ້າ​ຫາກ​ພວກ​ເຂົາ​ມີ​ສັດ​ທາ, ພວກ​ເຂົາ​ສາ​ມາດ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ອີກ​ຄັ້ງ ແລະ ມີ​ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ເຮັດ​ສິ່ງ​ທີ່​ດີ. ຜູ້​ຄົນ​ບໍ່​ເຊື່ອ.

ອີ​ເທີ 11:22; 12:2–5; 13:2

ຮູບ​ພາບ
ອີ​ເທີ​ນັ່ງ​ຢູ່​ໃນ​ຖ້ຳ ແລະ ຂຽນ

ອີ​ເທີ​ໄດ້​ເບິ່ງ​ສິ່ງ​ທີ່​ຜູ້​ຄົນ​ເຮັດ. ເພິ່ນ​ໄດ້​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຖ້ຳ​ໃນ​ຕອນ​ກາງ​ເວັນ ແລະ ໄດ້​ຂຽນ​ສິ່ງ​ທີ່​ເພິ່ນ​ເຫັນ​ລົງ​ໄວ້. ຜູ້​ຄົນ​ບໍ່​ກັບ​ໃຈ ແລະ ເລີ່ມ​ຕົ້ນ​ຕໍ່​ສູ້​ກັນ​ແລະ​ກັນ.

ອີ​ເທີ 13:13–15

ຮູບ​ພາບ
ໂຄ​ຣິ​ອານ​ທະ​ເມີ​ຫລຽວ​ເບິ່ງ​ຂ້າງ​ໜ້າ

ອີ​ເທີ​ໄດ້​ເຫັນ​ວ່າ​ກະ​ສັດ​ຊາວ​ຢາ​ເຣັດ, ໂຄ​ຣິ​ອານ​ທະ​ເມີ, ໄດ້​​ຕໍ່​ສູ້​ກັບ​ຫລາຍ​ຄົນ​ທີ່​ຢາກ​ເປັນ​ກະ​ສັດ. ໂຄ​ຣິ​ອານ​ທະ​ເມີ​ໄດ້​ໃຊ້​ກອງ​ທັບ​ຂອງ​ເພິ່ນ​ເພື່ອ​ປົກ​ປ້ອງ​ຕົວ​ເອງ.

ອີ​ເທີ 12:1; 13:15–19

ຮູບ​ພາບ
ອີ​ເທີ​ກ່າວ​ກັບ​ໂຄ​ຣິ​ອານ​ທະ​ເມີ

ມື້​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ອີ​ເທີ​ໃຫ້​ເຕືອນ​ໂຄ​ຣິ​ອານ​ທະ​ເມີ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ກັບ​ໃຈ. ຖ້າ​ຫາກ​ພວກ​ເຂົາ​ກັບ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ຜູ້​ຄົນ ແລະ ຈະ​ປ່ອຍ​ໃຫ້​ໂຄ​ຣິ​ອານ​ທະ​ເມີ​ຮັກ​ສາ​ອາ​ນາ​ຈັກ​ຂອງ​ເພິ່ນ​ໄວ້. ຖ້າ​ບໍ່​ດັ່ງ​ນັ້ນ, ຜູ້​ຄົນ​ຈະ​ທຳ​ລາຍ​ກັນ​ແລະ​ກັນ. ໂຄ​ຣິ​ອານ​ທະ​ເມີ​ຈະ​ມີ​ຊີ​ວິດ​ຢູ່​ດົນ​ນານ​ພໍ​ທີ່​ຈະ​ໄດ້​ເຫັນ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເກີດ​ເປັນ​ຈິງ. ແລ້ວ​ເພິ່ນ​ຈະ​ຕາຍ​ເຊັ່ນ​ກັນ.

ອີ​ເທີ 13:20–21

ຮູບ​ພາບ
ຊີດ ແລະ ກອງ​ທັບ​ຂອງ​ລາວ​ຕໍ່​ສູ້​ກັບ​ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ, ແລະ ອີ​ເທີ​ຫລຽວ​ເບິ່ງ

ໂຄ​ຣິ​ອານ​ທະ​ເມີ ແລະ ຜູ້​ຄົນ​ຂອງ​ເພິ່ນ​ບໍ່​ໄດ້​ກັບ​ໃຈ. ຜູ້​ຄົນ​ໄດ້​ພະ​ຍາ​ຍາມ​ຂ້າ​ອີ​ເທີ, ແຕ່​ອີ​ເທີ​ໄດ້​ຫລົບ​ໜີ​ໄປ​ຫາ​ຖ້ຳ​ຂອງ​ເພິ່ນ. ຊາຍ​ຄົນ​ໜຶ່ງ​ຊື່ ຊີດ ໄດ້​ຕໍ່​ສູ້​ກັບ​ໂຄ​ຣິ​ອານ​ທະ​ເມີ. ຜູ້​ຄົນ​ໄດ້​ເລືອກ​ເຂົ້າ​ຮ່ວມ​ກອງ​ທັບ​ຂອງ​ຊີດ ຫລື ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ. ກອງ​ທັບ​ທັງ​ສອງ​ໄດ້​ສູ້​ຮົບ​ກັນ​ຫລາຍ​ຄັ້ງ. ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ໄດ້​ຕາຍ​ໄປ.

ອີ​ເທີ 13:22–25; 14:17–20; 15:2

ຮູບ​ພາບ
ກອງ​ທັບ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ຕໍ່​ສູ້​ກັບ​ກອງ​ທັບ​ຂອງ​ຊີດ, ແລະ ໂຄ​ຣິ​ອານ​ທະ​ເມີ​ຂຽນ​ຈົດ​ໝາຍ

ໂຄ​ຣິ​ອານ​ທະ​ເມີ​ຈື່​ສິ່ງ​ທີ່​ອີ​ເທີ​ເວົ້າ​ໄວ້. ເພິ່ນ​ໂສກ​ເສົ້າ​ທີ່​ຜູ້​ຄົນ​ຂອງ​ເພິ່ນ​ຢ່າງ​ຫລວງ​ຫລາຍ​ໄດ້​ຕາຍ​ໄປ. ເພິ່ນ​ຈື່​ວ່າ​ສາດ​ສະ​ດາ​ທັງ​ໝົດ​ໄດ້​ເຕືອນ​ວ່າ​ສິ່ງ​ນີ້​ຈະ​ເກີດ​ຂຶ້ນ. ເພິ່ນ​ເລີ່ມ​ກັບ​ໃຈ ແລະ ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຫາ​ຊີດ. ເພິ່ນ​ເວົ້າ​ວ່າ ເພິ່ນ​ຈະ​ຍົກ​ອາ​ນາ​ຈັກ​ໃຫ້ ຖ້າ​ຫາກ​ຜູ້​ຄົນ​ຂອງ​ເພິ່ນ​ຈະ​ຖືກ​ໄວ້​ຊີ​ວິດ. ແຕ່​ຊີດ​ຕ້ອງ​ການ​ທີ່​ຈະ​ຕໍ່​ສູ້.

ອີ​ເທີ 15:1–5

ຮູບ​ພາບ
ຊາຍ, ຍິງ, ແລະ ເດັກ​ນ້ອຍ​ໄດ້​ເດີນ​ຂະ​ບວນ​ໃນ​ຖາ​ນະ​ທະ​ຫານ, ແລະ ອີ​ເທີ​ຫລຽວ​ເບິ່ງ

ຜູ້​ຄົນ​ຂອງ​ໂຄ​ຣິ​ອານ​ທະ​ເມີ​ໃຈ​ຮ້າຍ ແລະ ຕ້ອງ​ການ​ທີ່​ຈະ​ຕໍ່​ສູ້. ຜູ້​ຄົນ​ຂອງ​ຊີດ​ກໍ​ໃຈ​ຮ້າຍ ແລະ ຕ້ອງ​ການ​ທີ່​ຈະ​ຕໍ່​ສູ້. ບໍ່​ມີ​ຄົນ​ໃດ​ຢາກ​ກັບ​ໃຈ. ອີ​ເທີ​ໄດ້​ເຫັນ​ທຸກ​ຄົນ​ໄປ​ສູ້​ຮົບ. ຫລາຍ​ຄົນ​ຕື່ມ​ອີກ​ໄດ້​ຕາຍ​ໄປ.

ອີ​ເທີ 15:6, 12–17

ຮູບ​ພາບ
ໂຄ​ຣິ​ອານ​ທະ​ເມີ​ຄຸ​ເຂົ່າ​ທ່າມ​ກາງ​ນ້ຳ​ຝົນ​ຈັບ​ຫອກ​ຢູ່

ໂຄ​ຣິ​ອານ​ທະ​ເມີ​ຢາກ​ຢຸດ​ສົງ​ຄາມ. ເພິ່ນ​ໄດ້​ຂໍ​ໃຫ້​ຊີດ​ຂຶ້ນ​ຄອງ​ອາ​ນາ​ຈັກ ແລະ ບໍ່​ໃຫ້​ທຳ​ຮ້າຍ​ຜູ້​ຄົນ​ຂອງ​ເພິ່ນ. ແຕ່​ທຸກ​ຄົນ​ຕ່າງ​ກໍ​ໃຈ​ຮ້າຍ. ພວກ​ເຂົາ​ບໍ່​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ອີ​ເທີ​ໄດ້​ເຫັນ​ວ່າ​ທຸກ​ຄົນ​ໄດ້​ຕໍ່​ສູ້​ກັນ​ຕໍ່​ໄປ ຈົນ​ກວ່າ​ໂຄ​ຣິ​ອານ​ທະ​ເມີ ເປັນ​ພຽງ​ຊາວ​ຢາ​ເຣັດ​ອີກ​ຄົນ​ທີ່​ຍັງ​ມີ​ຊີ​ວິດ​ຢູ່. ແລ້ວ ໂຄ​ຣິ​ອານ​ທະ​ເມີ​ໄດ້​ລົ້ມ​ລົງ​ໝົດ​ສະ​ຕິ​ໄປ.

ອີ​ເທີ 15:18–30, 32

ຮູບ​ພາບ
ອີ​ເທີ​ຄຸ​ເຂົ່າ ແລະ ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ຢູ່​ທີ່​ແທ່ນ​ບູ​ຊາ​ເທິງ​ເນີນ​ພູ​ສູງ, ແລະ ບັນ​ທຶກ​ໄດ້​ຖືກ​ຮັກ​ສາ​ໄວ້​ຢູ່​ໃນ​ຖ້ຳ​ໃກ້​ຄຽງ

ອີ​ເທີ​ໄດ້​ເຫັນ​ວ່າ​ທຸກ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ກ່າວ​ໄວ້​ໄດ້​ເກີດ​ເປັນ​ຈິງ. ອີ​ເທີ​ໄດ້​ສຳ​ເລັດ​ການ​ຂຽນ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ. ແລ້ວ​ເພິ່ນ​ໄດ້​ເຮັດ​ໃຫ້​ແນ່​ໃຈ​ວ່າ ຜູ້​ຄົນ​ຈະ​ສາ​ມາດ​ພົບ​ເຫັນ​ການ​ຂຽນ​ຂອງ​ເພິ່ນ​ຫລັງ​ຈາກ​ທີ່​ເພິ່ນ​ຈາກ​ໄປ​ແລ້ວ. ອີ​ເທີ​ໄດ້​ໄວ້​ວາງ​ໃຈ​ພຣະ​ເຈົ້າ ແລະ ຄອຍ​ຖ້າ​ການ​ທີ່​ຈະ​ໄດ້​ຢູ່​ກັບ​ພຣະ​ອົງ​ໃນ​ມື້​ໜຶ່ງ.

ອີ​ເທີ 15:33–34

ພິມ