Scripture Stories
ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ


“ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

3 ນີ​ໄຟ 1

ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ

ສັດ​ທາ​ໃນ​ຄຳ​ສອນ​ຂອງ​ສາດ​ສະ​ດາ

ຮູບ​ພາບ
ແມ່ ແລະ ພໍ່​ກັບ​ແອ​ນ້ອຍ ແລະ ລູກໆ​ຍ່າງ​ຢູ່​ໃນ​ເມືອງ

ມັນ​ເປັນ​ເວ​ລາ​ປະ​ມານ​ຫ້າ​ປີ​ນັບ​ຕັ້ງ​ແຕ່​ຊາ​ມູ​ເອນ​ຜູ້​ເປັນ​ສາດ​ສະ​ດາ​ໄດ້​ສິດ​ສອນ​ກ່ຽວ​ກັບ​ເຄື່ອງ​ໝາຍ​ຂອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຫລາຍ​ຄົນ​ໄດ້​ເຊື່ອ ແລະ ລໍ​ຖ້າ​ເຄື່ອງ​ໝາຍ​ເຫລົ່າ​ນັ້ນ. ຄົນ​ອື່ນໆ​ໄດ້​ເວົ້າ​ວ່າ​ຊາ​ມູ​ເອນ​ຜິດ ແລະ ເວ​ລາ​ສຳ​ລັບ​ເຄື່ອງ​ໝາຍ​ເຫລົ່າ​ນັ້ນ​ໄດ້​ລ່ວງ​ກາຍ​ໄປ​ແລ້ວ. ພວກ​ເຂົາ​ໄດ້​ເວົ້າ​ເຍາະ​ເຍີ້ຍ​ຜູ້​ທີ່​ເຊື່ອ ແລະ ເວົ້າ​ວ່າ​ພຣະ​ເຢ​ຊູ​ຈະ​ບໍ່​ສະ​ເດັດ​ມາ.

ຮີ​ລາ​ມັນ 14:2–7; 3 ນີ​ໄຟ 1:4–6

ຮູບ​ພາບ
ຄອບ​ຄົວ​ນັ່ງ​ຢູ່​ໃນ​ບ້ານ, ແລະ ພໍ່​ເວົ້າ

ຜູ້​ທີ່​ເຊື່ອ​ໄດ້​ມີ​ຄວາມ​ກັງ​ວົນ, ແຕ່​ພວກ​ເຂົາ​ມີ​ສັດ​ທາ. ພວກ​ເຂົາ​ສືບ​ຕໍ່​ລໍ​ຖ້າ​ເຄື່ອງ​ໝາຍ​ເຫລົ່າ​ນັ້ນ. ເຄື່ອງ​ໝາຍ​ຢ່າງ​ໜຶ່ງ​ແມ່ນ​ຄືນ​ໜຶ່ງ​ທີ່​ຈະ​ບໍ່​ມີ​ຄວາມ​ມືດ. ມັນ​ຈະ​ແຈ້ງ​ສະ​ຫວ່າງ​ຄື​ກັນ​ກັບ​ຕອນ​ກາງ​ເວັນ ເຖິງ​ແມ່ນ​ວ່າ​ດວງ​ອາ​ທິດ​ໄດ້​ຕົກ​ດິນ​ແລ້ວ​ກໍ​ຕາມ. ຄືນ​ທີ່​ບໍ່​ມີ​ຄວາມ​ມືດ​ຈະ​ເປັນ​ເຄື່ອງ​ໝາຍ​ວ່າ ພຣະ​ເຢ​ຊູ​ຈະ​ມາ​ກຳ​ເນີດ​ໃນ​ມື້​ຕໍ່​ມາ ໃນ​ແຜ່ນ​ດິນ​ໜຶ່ງ​ອີກ.

ຮີ​ລາ​ມັນ 14:2–4; 3 ນີ​ໄຟ 1:7–8

ຮູບ​ພາບ
ຄອບ​ຄົວ​ຢ້ານ​ກົວ​ຂະ​ນະ​ທີ່​ຖືກ​ດ່າ

ຜູ້​ຄົນ​ທີ່​ບໍ່​ເຊື່ອ​ໄດ້​ວາງ​ແຜນ. ພວກ​ເຂົາ​ໄດ້​ຕັ້ງ​ມື້​ໄວ້ ແລະ ເວົ້າ​ວ່າ​ຖ້າ​ຫາກ​ເຄື່ອງ​ໝາຍ​ນັ້ນ​ບໍ່​ເກີດ​ຂຶ້ນ​ພາຍ​ໃນ​ມື້​ນັ້ນ, ແລ້ວ​ຜູ້​ທີ່​ເຊື່ອ​ຈະ​ຖືກ​ຂ້າ.

3 ນີ​ໄຟ 1:9

ຮູບ​ພາບ
ນີ​ໄຟ​ເຫັນ​ຜູ້​ຄົນ​ປະ​ພຶດ​ບໍ່​ດີ​ຕໍ່​ຄອບ​ຄົວ

ຊາຍ​ຄົນ​ໜຶ່ງ​ຊື່ ນີ​ໄຟ ເປັນ​ສາດ​ສະ​ດາ​ໃນ​ເວ​ລາ​ນັ້ນ. ເພິ່ນ​ໂສກ​ເສົ້າ​ຫລາຍ​ທີ່​ບາງ​ຄົນ​ຢາກ​ຂ້າ​ຜູ້​ທີ່​ເຊື່ອ.

3 ນີ​ໄຟ 1:10

ຮູບ​ພາບ
ນີ​ໄຟ​ຄຸ​ເຂົ່າ​ອະ​ທິ​ຖານ

ນີ​ໄຟ​ໄດ້​ກົ້ມ​ຂາບ​ລົງ​ຢູ່​ພື້ນ​ດິນ ແລະ ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ເພື່ອ​ຜູ້​ທີ່​ເຊື່ອ ຜູ້​ທີ່​ກຳ​ລັງ​ຈະ​ຕາຍ​ຍ້ອນ​ສັດ​ທາ​ຂອງ​ພວກ​ເຂົາ. ເພິ່ນ​ໄດ້​ອະ​ທິ​ຖານ​ໝົດ​ມື້.

3 ນີ​ໄຟ 1:11–12

ຮູບ​ພາບ
ນີ​ໄຟ​ເກາະ​ມື ແລະ ອະ​ທິ​ຖານ

ໃນ​ການ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເພິ່ນ, ນີ​ໄຟ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ເຢ​ຊູ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ ເຄື່ອງ​ໝາຍ​ຈະ​ເກີດ​ຂຶ້ນ​ໃນ​ຄືນ​ນັ້ນ ແລະ ແລ້ວ​ພຣະ​ອົງ​ຈະ​ມາ​ກຳ​ເນີດ​ໃນ​ມື້​ຕໍ່​ມາ.

3 ນີ​ໄຟ 1:12–14

ຮູບ​ພາບ
ຜູ້​ຄົນ​ເບິ່ງ​ທ້ອງ​ຟ້າ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ

ຄືນ​ນັ້ນ​ມັນ​ບໍ່​ມີ​ຄວາມ​ມືດ ເຖິງ​ແມ່ນ​ວ່າ​ດວງ​ອາ​ທິດ​ໄດ້​ຕົກ​ດິນ​ແລ້ວ​ກໍ​ຕາມ. ຜູ້​ຄົນ​ທີ່​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ຊາ​ມູ​ເອນ​ມີ​ຄວາມ​ແປກ​ໃຈ​ຫລາຍ ຈົນ​ວ່າ​ພວກ​ເຂົາ​ໄດ້​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ. ພວກ​ເຂົາ​ຢ້ານ​ກົວ​ເພາະ​ພວກ​ເຂົາ​ບໍ່​ເຊື່ອ. ຜູ້​ຄົນ​ທີ່​ເຊື່ອ​ບໍ່​ໄດ້​ຖືກ​ຂ້າ.

3 ນີ​ໄຟ 1:15–19

ຮູບ​ພາບ
ຄອບ​ຄົວ​ຫລຽວ​ເບິ່ງ​ທ້ອງ​ຟ້າ​ສີ​ຄາມ​ທີ່​ຈາດ​ຈ້າ​ດ້ວຍ​ຄວາມ​ປະ​ຫລາດ​ໃຈ

ມື້​ຕໍ່​ມາ, ດວງ​ອາ​ທິດ​ໄດ້​ຂຶ້ນ​ອີກ​ຄັ້ງ ແລະ ມື້​ນັ້ນ​ກໍ​ແຈ້ງ​ສະ​ຫວ່າງ​ທັງ​ວັນ. ທຸກ​ຄົນ​ຮູ້​ວ່າ​ນັ້ນ​ເປັນ​ມື້​ທີ່​ພຣະ​ເຢ​ຊູ​ຈະ​ກຳ​ເນີດ.

3 ນີ​ໄຟ 1:19

ຮູບ​ພາບ
ຜູ້​ຄົນ​ຫລຽວ​ເບິ່ງ​ທ້ອງ​ຟ້າ ແລະ ເຫັນ​ດາວ​ດວງ​ໃໝ່

ຜູ້​ຄົນ​ໄດ້​ເຫັນ​ເຄື່ອງ​ໝາຍ​ໃໝ່. ດາວ​ດວງ​ໃໝ່​ໄດ້​ປະ​ກົດ​ຂຶ້ນ​ໃນ​ທ້ອງ​ຟ້າ. ເຄື່ອງ​ໝາຍ​ທຸກ​ຢ່າງ​ທີ່​ຊາ​ມູ​ເອນ​ໄດ້​ເວົ້າ​ໄວ້​ກຳ​ລັງ​ຈະ​ເກີດ​ເປັນ​ຈິງ. ຫລາຍ​ຄົນ​ຕື່ມ​ອີກ​ໄດ້​ເຊື່ອ​ໃນ​ພຣະ​ເຢ​ຊູ ແລະ ຮັບ​ບັບ​ຕິ​ສະ​ມາ.

ຮີ​ລາ​ມັນ 14:2–7; 3 ນີ​ໄຟ 1:20–23

ພິມ