Scripture Stories
ເລຍ​ໂຮ​ນາ ແລະ ຄັນ​ທະ​ນູ​ຫັກ


“ເລຍ​ໂຮ​ນາ ແລະ ຄັນ​ທະ​ນູ​ຫັກ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

1 ນີ​ໄຟ 16

ເລຍ​ໂຮ​ນາ ແລະ ຄັນ​ທະ​ນູ​ຫັກ

ການ​ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ນັ່ງ​ອ້ອມ​ກອງ​ໄຟ

ຄອບ​ຄົວ​ຂອງ​ລີ​ໄຮ ແລະ ອິດ​ຊະ​ມາ​ເອນ​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວ​ລາ​ຫລາຍ​ປີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ເຂົາ​ເຈົ້າ​ຜ່ານ​ໄປ​ທາງ​ດິນ​ແດນ​ທີ່​ດີ​ກວ່າ​ບ່ອນ​ອື່ນ. ເຂົາ​ເຈົ້າ​ຕ້ອງ​ໄດ້​ລ່າ​ສັດ ແລະ ເກັບ​ຕຸນ​ອາ​ຫານ​ໄປ​ຕະ​ຫລອດ​ທາງ. ມັນ​ເປັນ​ການ​ເດີນ​ທາງ​ທີ່​ຍາກ​ລຳ​ບາກ.

1 ນີ​ໄຟ 16:14; 17:1, 4

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ຫລຽວ​ເບິ່ງ​ຕາ​ເວັນ​ຂຶ້ນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ວ່າ​ຈະ​ນຳ​ຄອບ​ຄົວ​ນີ້​ໄປ​ຫາ​ດິນ​ແດນ​ທີ່​ດີ ຖ້າ​ຫາກ​ເຂົາ​ເຈົ້າ​ຮັກ​ສາ​ພຣະ​ບັນ​ຍັດ. ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ຈະ​ໄປ​ຊອກ​ຫາ​ດິນ​ແດນ​ນັ້ນ​ໄດ້​ຢູ່​ບ່ອນ​ໃດ, ແຕ່​ພຣະ​ອົງ​ຈະ​ນຳ​ພາ​ເຂົາ​ເຈົ້າ​ໄປ.

1 ນີ​ໄຟ 2:20; 10:13; 17:13–14

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ຈັບ​ເລຍ​ໂຮ​ນາ

ເຊົ້າ​ມື້​ໜຶ່ງ, ລີ​ໄຮ​ຕົກ​ໃຈ​ເມື່ອ​ພົບ​ເຫັນ​ລູກ​ກົມ​ທອງ​ເຫລືອງ​ຢູ່​ນອກ​ຜ້າ​ເຕັນ​ຂອງ​ເພິ່ນ. ລູກ​ກົມ​ໜ່ວຍ​ນີ້​ຖືກ​ເອີ້ນ​ວ່າ ເລຍ​ໂຮ​ນາ. ຢູ່​ຂ້າງ​ໃນ​ເລຍ​ໂຮ​ນາ, ມີ​ເຂັມ​ຊີ້​ບອກ​ເສັ້ນ​ທາງ​ທີ່​ກຸ່ມ​ນີ້​ຈະ​ຕ້ອງ​ເດີນ​ໄປ. ບາງ​ຄັ້ງ​ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຂ່າວ​ສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຢູ່​ເທິງ​ເລຍ​ໂຮ​ນາ. ນີ້​ຄື​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ເຂົາ​ເຈົ້າ.

1 ນີ​ໄຟ 16:10, 16, 26–29; ແອວ​ມາ 37:38

ຮູບ​ພາບ
ນີ​ໄຟ​ກັບ​ຄັນ​ທະ​ນູ​ຫັກ ແລະ ເລ​ມັນ​ກັບ​ເລ​ມູ​ເອນ​ກຳ​ລັງ​ເວົ້າ​ຈົ່ມ

ມີ​ມື້​ໜຶ່ງ ຂະ​ນະ​ທີ່​ນີ​ໄຟ​ກຳ​ລັງ​ລ່າ​ສັດ, ຄັນ​ທະ​ນູ​ໄດ້​ຫັກ. ຄອບ​ຄົວ​ບໍ່​ສາ​ມາດ​ຊອກ​ຫາ​ອາ​ຫານ​ເມື່ອ​ບໍ່​ມີ​ຄັນ​ທະ​ນູ. ພວກ​ອ້າຍ​ຂອງ​ນີ​ໄຟ​ໄດ້​ໃຈ​ຮ້າຍ​ໃຫ້​ເພິ່ນ ແລະ ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 16:18–21

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ຖື​ຄັນ​ທະ​ນູ​ຫັກ ແລະ ລີ​ໄຮ​ອາ​ລົມ​ເສຍ

ເຂົາ​ເຈົ້າ​ທຸກ​ຄົນ​ອ່ອນ​ແຮງ ແລະ ຫິວ​ເຂົ້າ. ບາງ​ຄົນ​ໂສກ​ເສົ້າ ແລະ ເວົ້າ​ຈົ່ມ. ເຂົາ​ເຈົ້າ​ຢ້ານ​ວ່າ​ເຂົາ​ເຈົ້າ​ຈະ​ຕາຍ​ຫິວ. ແມ່ນ​ແຕ່​ລີ​ໄຮ​ກໍ​ໄດ້​ເວົ້າ​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 16:19–22, 35

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ຖື​ໄມ້​ຄ້ອນ​ຕີ ແລະ ສິ່ວ

ນີ​ໄຟ​ໄດ້​ເຮັດ​ຄັນ​ທະ​ນູ ແລະ ລູກ​ທະ​ນູ​ອັນ​ໃໝ່​ຈາກ​ໄມ້. ເພິ່ນ​ມີ​ສັດ​ທາ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເພິ່ນ​ພົບ​ເຫັນ​ອາ​ຫານ.

1 ນີ​ໄຟ 16:23

ຮູບ​ພາບ
ລີ​ໄຮ ແລະ ນີ​ໄຟ​ກຳ​ລັງ​ຫລຽວ​ເບິ່ງ​ເລຍ​ໂຮ​ນາ

ນີ​ໄຟ​ໄດ້​ຖາມ​ລີ​ໄຮ​ວ່າ​ເພິ່ນ​ຄວນ​ໄປ​ທາງ​ໃດ​ເພື່ອ​ລ່າ​ສັດ. ລີ​ໄຮ​ໂສກ​ເສົ້າ​ທີ່​ເພິ່ນ​ໄດ້​ເວົ້າ​ຈົ່ມ. ເພິ່ນ​ໄດ້​ກັບ​ໃຈ ແລະ ໄດ້​ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ໃຫ້​ເບິ່ງ​ເລຍ​ໂຮ​ນາ. ຂ່າວ​ສານ​ໄດ້​ຖືກ​ຂຽນ​ໄວ້​ເທິງ​ເລຍ​ໂຮ​ນາ. ຄອບ​ຄົວ​ຮຽນ​ຮູ້​ວ່າ​ເລຍ​ໂຮ​ນາ​ທຳ​ງານ​ພຽງ​ແຕ່​ໃນ​ເວ​ລາ​ທີ່​ເຂົາ​ເຈົ້າ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ເທົ່າ​ນັ້ນ.

1 ນີ​ໄຟ 16:23–29

ຮູບ​ພາບ
ຄອບ​ຄົວ​ຂອງ​ລີ​ໄຮ​ກຳ​ລັງ​ຫລຽວ​ເບິ່ງ​ນີ​ໄຟ​ແບກ​ສັດ​ທີ່​ຫາ​ມາ​ໄດ້

ບາງ​ຄັ້ງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປ່ຽນ​ຂ່າວ​ສານ​ຢູ່​ເທິງ​ເລຍ​ໂຮ​ນາ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ລະ​ຫວ່າງ​ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ. ເລຍ​ໂຮ​ນາ​ໄດ້​ຊ່ວຍ​ນີ​ໄຟ​ໃຫ້​ຮູ້​ຈັກ​ບ່ອນ​ທີ່​ຈະ​ໄປ​ລ່າ​ສັດ. ເພິ່ນ​ໄດ້​ນຳ​ອາ​ຫານ​ມາ​ໃຫ້​ກິນ, ແລະ ເຂົາ​ເຈົ້າ​ທຸກ​ຄົນ​ດີ​ໃຈ. ເຂົາ​ເຈົ້າ​ໄດ້​ກັບ​ໃຈ ແລະ ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 16:28–32

ພິມ