Scripture Stories
ອິດ​ຊະ​ມາ​ເອນ ແລະ ຄອບ​ຄົວ​ຂອງ​ເພິ່ນ


“ອິດ​ຊະ​ມາ​ເອນ ແລະ ຄອບ​ຄົວ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

1 ນີ​ໄຟ 7

ອິດ​ຊະ​ມາ​ເອນ ແລະ ຄອບ​ຄົວ​ຂອງ​ເພິ່ນ

ການ​ເຂົ້າ​ຮ່ວມ​ການ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ

ຮູບ​ພາບ
ນີ​ໄຟ ແລະ ພວກ​ອ້າຍ​ກຳ​ລັງ​ຍ່າງ​ຢູ່​ໃກ້​ແມ່​ນ້ຳ​ຕອນ​ຕາ​ເວັນ​ໃກ້​ຈະ​ຕົກ​ດິນ

ຄອບ​ຄົວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ​ໄດ້​ອາ​ໄສ​ຢູ່​ຕາມ​ລຳ​ພັງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ມີ​ມື້​ໜຶ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ໃຫ້​ສົ່ງ​ພວກ​ລູກ​ຊາຍ​ຂອງ​ເພິ່ນ, ເລ​ມັນ, ເລ​ມູ​ເອນ, ແຊມ, ແລະ ນີ​ໄຟ, ໄປ​ເຢ​ຣູ​ຊາ​ເລັມ. ເຂົາ​ເຈົ້າ​ຖືກ​ສົ່ງ​ໄປ​ເພື່ອ​ຂໍ​ໃຫ້​ອິດ​ຊະ​ມາ​ເອນ ແລະ ຄອບ​ຄົວ​ຂອງ​ເພິ່ນ​ມາ​ເຂົ້າ​ຮ່ວມ​ນຳ​ເຂົາ​ເຈົ້າ. ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ທັງ​ສອງ​ຈະ​ສາ​ມາດ​ລ້ຽງ​ດູ​ລູກ​ເຕົ້າ​ນຳ​ກັນ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

1 ນີ​ໄຟ 7:1–3

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ເວົ້າ​ລົມ​ກັບ​ຄອບ​ຄົວ​ຂອງ​ອິດ​ຊະ​ມາ​ເອນ

ອິດ​ຊະ​ມາ​ເອນ ແລະ ຄອບ​ຄົວ​ຂອງ​ເພິ່ນ​ຢາກ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ເຂົາ​ເຈົ້າ​ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຢາກ​ໃຫ້​ເຂົາ​ເຈົ້າ​ເຂົ້າ​ຮ່ວມ​ກັບ​ຄອບ​ຄົວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ. ເຂົາ​ເຈົ້າ​ເລືອກ​ທີ່​ຈະ​ໜີ​ຈາກ​ເຢ​ຣູ​ຊາ​ເລັມ ແລະ ໄປ​ພົບ​ກັບ​ລີ​ໄຮ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

1 ນີ​ໄຟ 7:4–5

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ກຳ​ລັງ​ເວົ້າ

ໃນ​ເສັ້ນ​ທາງ, ບາງ​ຄົນ​ບໍ່​ຢາກ​ເຊື່ອ​ຟັງ​ອີກ​ແລ້ວ. ພວກ​ເຂົາ​ຢາກ​ກັບ​ຄືນ​ໄປ​ບ້ານ. ນີ​ໄຟ​ໄດ້​ຂໍ​ໃຫ້​ພວກ​ເຂົາ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 7:6–13

ຮູບ​ພາບ
ນີ​ໄຟ​ຖືກ​ມັດ​ໃສ່​ຕົ້ນ​ໄມ້

ນີ​ໄຟ​ໄດ້​ເວົ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ທຸກ​ສິ່ງ ຖ້າ​ຫາກ​ເຂົາ​ເຈົ້າ​ມີ​ສັດ​ທາ. ແຕ່​ເລ​ມັນ ແລະ ເລ​ມູ​ເອນ​ໃຈ​ຮ້າຍ. ພວກ​ເຂົາ​ໄດ້​ມັດ​ນີ​ໄຟ ແລະ ຢາກ​ປະ​ເພິ່ນ​ໄວ້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

1 ນີ​ໄຟ 7:12, 16

ຮູບ​ພາບ
ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ​ກຳ​ລັງ​ປົກ​ປ້ອງ​ນີ​ໄຟ

ນີ​ໄຟ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ. ເຊືອກ​ໄດ້​ຫລຸດ​ອອກ, ແລະ ນີ​ໄຟ​ໄດ້​ຢືນ​ຂຶ້ນ. ແຕ່​ເລ​ມັນ ແລະ ເລ​ມູ​ເອນ​ຍັງ​ຕ້ອງ​ການ​ທຳ​ຮ້າຍ​ເພິ່ນ​ຢູ່. ລູກ​ສາວ​ຄົນ​ໜຶ່ງ​ຂອງ​ອິດ​ຊະ​ມາ​ເອນ​ໄດ້​ປົກ​ປ້ອງ​ນີ​ໄຟ. ແມ່​ຂອງ​ນາງ ແລະ ອ້າຍ​ຂອງ​ນາງ​ຄົນ​ໜຶ່ງ​ກໍ​ໄດ້​ປົກ​ປ້ອງ​ເພິ່ນ​ຄື​ກັນ. ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ຟັງ​ຄວາມ​ເຂົາ​ເຈົ້າ ແລະ ໄດ້​ຢຸດ​ພະ​ຍາ​ຍາມ​ທຳ​ຮ້າຍ​ນີ​ໄຟ.

1 ນີ​ໄຟ 7:17–19

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ກຳ​ລັງ​ຄຸ​ເຂົ່າ​ຢູ່​ຕໍ່​ໜ້າ​ນີ​ໄຟ

ເລ​ມັນ ແລະ ເລ​ມູ​ເອນ​ຮູ້​ສຶກ​ເສຍ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຮັດ. ພວກ​ເຂົາ​ໄດ້​ຂໍ​ໃຫ້​ນີ​ໄຟ​ອະ​ໄພ​ໃຫ້​ພວກ​ເຂົາ. ນີ​ໄຟ​ໄດ້​ອະ​ໄພ​ໃຫ້​ພວກ​ອ້າຍ​ຂອງ​ເພິ່ນ. ແລ້ວ​ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ອະ​ທິ​ຖານ ແລະ ທູນ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອະ​ໄພ​ໃຫ້​ພວກ​ເຂົາ.

1 ນີ​ໄຟ 7:20–21

ຮູບ​ພາບ
ລີ​ໄຮ ແລະ ອິດ​ຊະ​ມາ​ເອນ​ກຳ​ລັງ​ເບິ່ງ​ຄອບ​ຄົວ​ຂອງ​ພວກ​ເພິ່ນ

ເຂົາ​ເຈົ້າ​ທັງ​ໝົດ​ໄດ້​ສືບ​ຕໍ່​ເດີນ​ທາງ​ຕໍ່​ໄປ ແລະ ໄດ້​ໄປ​ເຖິງ​ຜ້າ​ເຕັນ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ. ໃນ​ທີ່​ສຸດ, ສອງ​ຄອບ​ຄົວ​ກໍ​ໄດ້​ເຂົ້າ​ຮ່ວມ​ກັນ. ເຂົາ​ເຈົ້າ​ໄດ້​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ ແລະ ນະ​ມັດ​ສະ​ການ​ພຣະ​ອົງ.

1 ນີ​ໄຟ 7:21–22

ພິມ