Scripture Stories
ເຮືອ​ໃຫຍ່​ເພື່ອ​ຂ້າມ​ທະ​ເລ


“ເຮືອ​ໃຫຍ່​ເພື່ອ​ຂ້າມ​ທະ​ເລ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ເຮືອ​ໃຫຍ່​ເພື່ອ​ຂ້າມ​ທະ​ເລ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

1 ນີ​ໄຟ 17–18

ເຮືອ​ໃຫຍ່​ເພື່ອ​ຂ້າມ​ທະ​ເລ

ການ​ກຽມ​ພ້ອມ​ເພື່ອ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ

ຮູບ​ພາບ
ຄອບ​ຄົວ​ຢູ່​ແຄມ​ທະ​ເລ

ອຸ​ດົມ​ສົມ​ບູນ ແມ່ນ​ດິນ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ໝາກ​ໄມ້ ແລະ ນ້ຳ​ເຜິ້ງ. ມັນ​ເປັນ​ບ່ອນ​ທີ່​ໜ້າ​ຢູ່. ຄອບ​ຄົວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ​ໄດ້​ອາ​ໄສ​ຢູ່​ໃກ້​ທະ​ເລ ແລະ ມີ​ທຸກ​ສິ່ງ​ທີ່​ເຂົາ​ເຈົ້າ​ຕ້ອງ​ການ.

1 ນີ​ໄຟ 17:5–6

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ອະ​ທິ​ຖານ

ຫລັງ​ຈາກ​ຫລາຍ​ມື້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ນີ​ໄຟ​ໃຫ້​ໄປ​ຍັງ​ພູ​ເພື່ອ​ອະ​ທິ​ຖານ. ຢູ່​ທີ່​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເພິ່ນ​ໃຫ້​ສ້າງ​ເຮືອ​ໃຫຍ່ ເພື່ອ​ນຳ​ຄອບ​ຄົວ​ຂອງ​ເພິ່ນ​ຂ້າມ​ທະ​ເລ.

1 ນີ​ໄຟ 17:7–8

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ຫລຽວ​ເບິ່ງ​ກ້ອນ​ຫີນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ນີ​ໄຟ​ເຫັນ​ວິ​ທີ​ການ​ສ້າງ​ເຮືອ​ໃຫຍ່. ແຕ່​ນີ​ໄຟ​ບໍ່​ຮູ້​ວ່າ​ຈະ​ໄປ​ຊອກ​ຫາ​ໂລ​ຫະ​ໄດ້​ຢູ່​ໃສ​ເພື່ອ​ມາ​ເຮັດ​ເປັນ​ເຄື່ອງ​ມື. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ນີ​ໄຟ​ຮູ້​ວ່າ ຈະ​ໄປ​ຊອກ​ຫາ​ໂລ​ຫະ​ໄດ້​ຢູ່​ບ່ອນ​ໃດ.

1 ນີ​ໄຟ 17:8–10

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ເຮັດ​ວຽກ​ໜັກ​ຂະ​ນະ​ທີ່​ເລ​ມັນ ແລະ ເລ​ມູ​ເອນ​ເວົ້າ​ລົມ​ກັນ

ຕໍ່​ມາ, ນີ​ໄຟ​ໄດ້​ກໍ່​ໄຟ​ເພື່ອ​ເຮັດ​ເຄື່ອງ​ມື. ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ຫລຽວ​ເບິ່ງ​ນີ​ໄຟ​ນ້ອງ​ຊາຍ​ຂອງ​ພວກ​ເຂົາ. ພວກ​ເຂົາ​ບໍ່​ຢາກ​ຊ່ວຍ​ເພິ່ນ​ສ້າງ​ເຮືອ​ໃຫຍ່. ພວກ​ເຂົາ​ຄິດ​ວ່າ​ມັນ​ເປັນ​ແນວ​ຄິດ​ບໍ່​ດີ​ທີ່​ຈະ​ພະ​ຍາ​ຍາມ​ຂ້າມ​ນ້ຳ​ທະ​ເລ.

1 ນີ​ໄຟ 17:11, 16–18

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ໃຈ​ຮ້າຍ​ໃຫ້​ນີ​ໄຟ

ເລ​ມັນ ແລະ ເລ​ມູ​ເອນ​ບໍ່​ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ນີ​ໄຟ​ໃຫ້​ສ້າງ​ເຮືອ​ໃຫຍ່. ນີ​ໄຟ​ໄດ້​ຖາມ​ພວກ​ເຂົາ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຍັງ​ບໍ່​ມີ​ສັດ​ທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ເຕືອນ​ພວກ​ອ້າຍ​ຂອງ​ເພິ່ນ​ວ່າ ພວກ​ເຂົາ​ໄດ້​ເຫັນ​ທູດ​ສະ​ຫວັນ ແລະ ຮູ້​ເຖິງ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ. ເລ​ມັນ ແລະ ເລ​ມູ​ເອນ​ໃຈ​ຮ້າຍ​ທີ່​ສຸດ​ຈົນ​ຢາກ​ຂ້າ​ນີ​ໄຟ.

1 ນີ​ໄຟ 17:18–19, 45–48

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ຢູ່​ເທິງ​ພື້ນ​ດິນ

ແຕ່​ນີ​ໄຟ​ໄດ້​ເຕັມ​ໄປ​ດ້ວຍ​ອຳ​ນາດ​ຂອງ​ພຣະ​ເຈົ້າ. ນີ​ໄຟ​ໄດ້​ເຕືອນ​ເລ​ມັນ ແລະ ເລ​ມູ​ເອນ​ບໍ່​ໃຫ້​ແຕະ​ຕ້ອງ​ເພິ່ນ. ພວກ​ເຂົາ​ຢ້ານ ແລະ ບໍ່​ກ້າ​ແຕະ​ຕ້ອງ​ນີ​ໄຟ ເປັນ​ເວ​ລາ​ຫລາຍ​ມື້. ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ນີ​ໄຟ​ໃຫ້​ເດ່​ມື​ອອກ​ໄປ​ຫາ​ພວກ​ອ້າຍ​ຂອງ​ເພິ່ນ. ເມື່ອ​ນີ​ໄຟ​ເດ່​ມື​ອອກ​ໄປ​ຫາ​ພວກ​ເຂົາ, ພວກ​ເຂົາ​ໄດ້​ສັ່ນ​ສາຍ​ໂດຍ​ອຳ​ນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 17:48, 52–55

ຮູບ​ພາບ
ທຸກ​ຄົນ​ກຳ​ລັງ​ຊ່ວຍ​ກັນ​ສ້າງ​ເຮືອ​ໃຫຍ່

ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຊ່ວຍ​ສ້າງ​ເຮືອ​ໃຫຍ່. ນີ​ໄຟ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຄັ້ງ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ. ເຮືອ​ໃຫຍ່​ທີ່​ຄອບ​ຄົວ​ຂອງ​ນີ​ໄຟ​ໄດ້​ສ້າງ​ນັ້ນ​ສວຍ​ງາມ​ຫລາຍ. ຫລັງ​ຈາກ​ຫລາຍ​ມື້, ເຮືອ​ໃຫຍ່​ກໍ​ສຳ​ເລັດ, ແລະ ເຂົາ​ເຈົ້າ​ເຫັນ​ວ່າ​ມັນ​ດີ. ຄອບ​ຄົວ​ຂອງ​ນີ​ໄຟ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ເຫລືອ​ເຂົາ​ເຈົ້າ.

1 ນີ​ໄຟ 18:1–4

ພິມ