Scripture Stories
ຢາ​ໂຄບ ແລະ ເຊ​ເຣັມ


“ຢາ​ໂຄບ ແລະ ເຊ​ເຣັມ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ຢາ​ໂຄບ 7

ຢາ​ໂຄບ ແລະ ເຊ​ເຣັມ

ປະ​ຈັກ​ພະ​ຍານ​ຂອງ​ສາດ​ສະ​ດາ​ເຖິງ​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ສິດ​ສອນ​ພວກ​ເດັກ​ນ້ອຍ

ຢາ​ໂຄບ​ເປັນ​ສາດ​ສະ​ດາ​ທີ່​ໄດ້​ເຫັນ​ພຣະ​ເຢ​ຊູ​ຄຣິດ. ເພິ່ນ​ຕ້ອງ​ການ​ໃຫ້​ຜູ້​ຄົນ​ເຊື່ອ​ໃນ​ພຣະ​ເຢ​ຊູ. ຢາ​ໂຄບ​ໄດ້​ສິດ​ສອນ​ຜູ້​ຄົນ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ສິດ​ສອນ​ຜູ້​ຄົນ​ກ່ຽວ​ກັບ​ພຣະ​ເຢ​ຊູ.

2 ນີ​ໄຟ 11:2–3; ຢາ​ໂຄບ 1:1–8, 17–19

ຮູບ​ພາບ
ເຊ​ເຣັມ​ກຳ​ລັງ​ເວົ້າ​ກັບ​ຜູ້​ຄົນ

ມີ​ມື້​ໜຶ່ງ, ຊາຍ​ຄົນ​ໜຶ່ງ​ຊື່ ເຊ​ເຣັມ ໄດ້​ເລີ່ມ​ສິດ​ສອນ​ຜູ້​ຄົນ. ແຕ່​ເຊ​ເຣັມ​ໄດ້​ສິດ​ສອນ​ວ່າ​ພຣະ​ເຢ​ຊູ​ບໍ່​ມີ​ຈິງ. ເຊ​ເຣັມ​ເປັນ​ຄົນ​ເວົ້າ​ເກັ່ງ, ແລະ ຊາວ​ນີ​ໄຟ​ຫລາຍ​ຄົນ​ເຊື່ອ​ສິ່ງ​ທີ່​ລາວ​ເວົ້າ. ເປັນ​ເພາະ​ລາວ, ຫລາຍ​ຄົນ​ຈຶ່ງ​ຢຸດ​ເຊື່ອ​ໃນ​ພຣະ​ເຢ​ຊູ. ເຊ​ເຣັມ​ກໍ​ຕ້ອງ​ການ​ໃຫ້​ຢາ​ໂຄບ​ຢຸດ​ເຊື່ອ​ໃນ​ພຣະ​ເຢ​ຊູ​ເຊັ່ນ​ກັນ.

ຢາ​ໂຄບ 7:1–5

ຮູບ​ພາບ
ເຊ​ເຣັມ​ກຳ​ລັງ​ກ່າວ ແລະ ຊີ້​ໄປ​ຫາ​ຢາ​ໂຄບ

ເຊ​ເຣັມ​ໄດ້​ເວົ້າ​ວ່າ ບໍ່​ມີ​ໃຜ​ສາ​ມາດ​ຮູ້​ໄດ້​ວ່າ​ຈະ​ມີ​ຫຍັງ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ. ລາວ​ເວົ້າ​ສິ່ງ​ນີ້​ໝາຍ​ຄວາມ​ວ່າ ບໍ່​ມີ​ໃຜ​ຮູ້​ວ່າ​ພຣະ​ເຢ​ຊູ​ມີ​ຈິງ, ເພາະ​ພຣະ​ເຢ​ຊູ​ຍັງ​ບໍ່​ໄດ້​ມາ​ສູ່​ໂລກ​ເທື່ອ. ແຕ່​ຢາ​ໂຄບ​ເວົ້າ​ວ່າ ພຣະ​ຄຳ​ພີ ແລະ ສາດ​ສະ​ດາ​ທັງ​ໝົດ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ. ພຣະ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ຢາ​ໂຄບ​ເຫັນ​ວ່າ ພຣະ​ເຢ​ຊູ​ຈະ​ມາ​ສູ່​ໂລກ.

ຢາ​ໂຄບ 7:6–12

ຮູບ​ພາບ
ເຊ​ເຣັມ​ກຳ​ລັງ​ກ່າວ ແລະ ຍິ້ມ

ເຊ​ເຣັມ​ຍັງ​ຈະ​ບໍ່​ເຊື່ອ. ລາວ​ຕ້ອງ​ການ​ໃຫ້​ຢາ​ໂຄບ​ສະ​ແດງ​ໃຫ້​ລາວ​ເຫັນ​ເຄື່ອງ​ໝາຍ​ວ່າ ພຣະ​ເຢ​ຊູ​ມີ​ຈິງ.

ຢາ​ໂຄບ 7:13

ຮູບ​ພາບ
ຢາ​ໂຄບ​ກຳ​ລັງ​ຍົກ​ມື​ຂຶ້ນ

ຢາ​ໂຄບ​ໄດ້​ກ່າວ​ວ່າ ເຊ​ເຣັມ​ຮູ້​ວ່າ​ພຣະ​ເຢ​ຊູ​ຈະ​ມາ ແລະ ບໍ່​ຈຳ​ເປັນ​ຕ້ອງ​ມີ​ເຄື່ອງ​ໝາຍ. ແຕ່​ຢາ​ໂຄບ​ໄດ້​ກ່າວ​ວ່າ ພຣະ​ເຈົ້າ​ຈະ​ເຮັດ​ໃຫ້​ເຊ​ເຣັມ​ເປັນ​ລົມ ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ເຈົ້າ​ມີ​ອຳ​ນາດ ແລະ ພຣະ​ເຢ​ຊູ​ມີ​ຈິງ.

ຢາ​ໂຄບ 7:14

ຮູບ​ພາບ
ເຊ​ເຣັມ​ຊຸດ​ຕົວ​ລົງ​ຄຸ​ເຂົ່າ​ໃກ້​ຜູ້​ຄົນ

ທັນ​ໃດ​ນັ້ນ, ເຊ​ເຣັມ​ກໍ​ເກີດ​ບໍ່​ສະ​ບາຍ ແລະ ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ. ຫລັງ​ຈາກ​ຫລາຍ​ມື້, ລາວ​ຮູ້​ວ່າ​ລາວ​ກຳ​ລັງ​ຈະ​ຕາຍ. ລາວ​ບອກ​ຜູ້​ຄົນ​ວ່າ ລາວ​ໄດ້​ຖືກ​ຫລອກ​ລວງ​ໂດຍ​ຊາ​ຕານ. ລາວ​ເວົ້າ​ວ່າ ລາວ​ໄດ້​ຕົວະ​ພຣະ​ເຈົ້າ. ລາວ​ຮູ້​ຕະ​ຫລອດ​ເວ​ລາ​ວ່າ ພຣະ​ເຢ​ຊູ​ມີ​ຈິງ. ແລ້ວ​ເຊ​ເຣັມ​ໄດ້​ຕາຍ​ໄປ. ຜູ້​ຄົນ​ໄດ້​ອ່ານ​ພຣະ​ຄຳ​ພີ ແລະ ເຊື່ອ​ໃນ​ພຣະ​ເຢ​ຊູ.

ຢາ​ໂຄບ 7:15–23

ພິມ