Scripture Stories
ເອ​ໂນດ


“ເອ​ໂນດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ເອ​ໂນດ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

ເອ​ໂນດ 1

ເອໂນດ

ຄຳ​ອະ​ທິ​ຖານ​ທີ່​ຍິ່ງ​ໃຫຍ່​ຫາ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ເອ​ໂນດ​ກຳ​ລັງ​ລ່າ​ສັດ

ຢາ​ໂຄບ​ໄດ້​ມອບ​ແຜ່ນ​ຈາ​ລຶກ​ໃຫ້​ເອ​ໂນດ ລູກ​ຊາຍ​ຂອງ​ເພິ່ນ. ເອ​ໂນດ​ໄດ້​ຂຽນ​ໃສ່​ໃນ​ນັ້ນ​ຄື​ກັນ​ກັບ​ທີ່​ຢາ​ໂຄບ​ໄດ້​ເຮັດ. ມີ​ມື້​ໜຶ່ງ, ເອ​ໂນດ​ໄດ້​ໄປ​ລ່າ​ສັດ​ຢູ່​ໃນ​ປ່າ. ເພິ່ນ​ຈື່​ໄດ້​ວ່າ​ບິ​ດາ​ຂອງ​ເພິ່ນ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ຢາ​ໂຄບ​ໄດ້​ສິດ​ສອນ​ເອ​ໂນດ​ວ່າ​ການ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເພິ່ນ.

ຢາ​ໂຄບ 7:27; ເອ​ໂນດ 1:2–3

ຮູບ​ພາບ
ເອ​ໂນດ​ກຳ​ລັງ​ອະ​ທິ​ຖານ​ໃນ​ຕອນ​ກາງ​ເວັນ

ເອ​ໂນດ​ຢາກ​ຮູ້​ສຶກ​ຊື່ນ​ຊົມ​ດັ່ງ​ທີ່​ບິ​ດາ​ຂອງ​ເພິ່ນ​ໄດ້​ກ່າວ​ເຖິງ. ເພິ່ນ​ໄດ້​ຕັດ​ສິນ​ໃຈ​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ເພິ່ນ​ໄດ້​ອະ​ທິ​ຖານ​ໝົດ​ມື້ ແລະ ຈົນ​ເຖິງ​ຕອນ​ຄ່ຳ.

ເອ​ໂນດ 1:3–4

ຮູບ​ພາບ
ເອ​ໂນດ​ກຳ​ລັງ​ຫລຽວ​ຂຶ້ນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເອ​ໂນດ​ວ່າ ບາບ​ຂອງ​ເພິ່ນ​ໄດ້​ຖືກ​ອະ​ໄພ​ໃຫ້​ແລ້ວ. ເອ​ໂນດ​ຮູ້​ສຶກ​ດີ​ໃຈ​ຫລາຍ. ເອ​ໂນດ​ໄດ້​ຮັບ​ພອນ​ຍ້ອນ​ຄວາມ​ຊື່​ສັດ​ຂອງ​ເພິ່ນ​ໃນ​ພຣະ​ເຢ​ຊູ​ຄຣິດ.

ເອ​ໂນດ 1:3, 5–8

ຮູບ​ພາບ
ເອ​ໂນດ​ກຳ​ລັງ​ອະ​ທິ​ຖານ​ໃນ​ຕອນ​ຄ່ຳ

ເອ​ໂນດ​ຕ້ອງ​ການ​ໃຫ້​ຊາວ​ນີ​ໄຟ​ຮູ້​ສຶກ​ມີ​ຄວາມ​ສຸກ​ເຊັ່ນ​ກັນ. ເພິ່ນ​ໄດ້​ອະ​ທິ​ຖານ​ຕໍ່​ໄປ. ເພິ່ນ​ໄດ້​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ໃຫ້​ຊາວ​ນີ​ໄຟ​ຮູ້​ສຶກ​ຊື່ນ​ຊົມ​ເຊັ່ນ​ດຽວ​ກັນ.

ເອ​ໂນດ 1:9

ຮູບ​ພາບ
ເອ​ໂນດ​ເບິ່ງ​ຄື​ມີ​ຄວາມ​ສຸກ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ເອ​ໂນດ​ວ່າ ພຣະ​ອົງ​ຈະ​ສະ​ຖິດ​ຢູ່​ກັບ​ຊາວ​ນີ​ໄຟ ຖ້າ​ຫາກ​ພວກ​ເຂົາ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ເມື່ອ​ເອ​ໂນດ​ໄດ້​ຍິນ​ແນວ​ນີ້, ສັດ​ທາ​ຂອງ​ເພິ່ນ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ເລີ່ມ​ເຂັ້ມ​ແຂງ​ຫລາຍ​ຂຶ້ນ.

ເອ​ໂນດ 1:10–11

ຮູບ​ພາບ
ເອ​ໂນດ​ກຳ​ລັງ​ຂຽນ​ໃສ່​ແຜ່ນ​ຈາ​ລຶກ​ຄຳ

ເອ​ໂນດ​ໄດ້​ອະ​ທິ​ຖານ​ອີກ​ຄັ້ງ. ເພິ່ນ​ໄດ້​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ຊາວ​ເລ​ມັນ ແລະ ຮັກ​ສາ​ການ​ຂຽນ​ຢູ່​ໃນ​ແຜ່ນ​ຈາ​ລຶກ​ໃຫ້​ປອດ​ໄພ. ເພິ່ນ​ຢາກ​ໃຫ້​ຊາວ​ເລ​ມັນ​ສາ​ມາດ​ອ່ານ​ແຜ່ນ​ຈາ​ລຶກ ແລະ ເຊື່ອ​ໃນ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ເອ​ໂນດ​ວ່າ ຊາວ​ເລ​ມັນ​ຈະ​ໄດ້​ອ່ານ​ການ​ຂຽນ​ໃນ​ມື້​ໜຶ່ງ.

ເອ​ໂນດ 1:11–17

ພິມ