Scripture Stories
ພວກ​ຜູ້​ຍິງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ


“ພວກ​ຜູ້​ຍິງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

1 ນີ​ໄຟ 16–17

ພວກ​ຜູ້​ຍິງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ

ການ​ເດີນ​ໄປ​ກັບ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ພວກ​ຜູ້​ຍິງ​ກຳ​ລັງ​ເຮັດ​ວຽກ

ພວກ​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ​ໄດ້​ເດີນ​ທາງ​ໄປ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ການ​ເດີນ​ທາງ​ແມ່ນ​ຍາກ​ລຳ​ບາກ. ຫລັງ​ຈາກ​ຊົ່ວ​ໄລ​ຍະ​ໜຶ່ງ, ພວກ​ເຂົາ​ກໍ​ໄດ້​ແຕ່ງ​ງານ​ກັບ​ພວກ​ລູກ​ຊາຍ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ.

1 ນີ​ໄຟ 16:7; 17:1

ຮູບ​ພາບ
ພວກ​ລູກ​ສາວ​ໂສກ​ເສົ້າ​ຢູ່​ໃກ້​ຫລຸມ​ຝັງ​ສົບ​ຂອງ​ອິດ​ຊະ​ມາ​ເອນ

ມີ​ມື້​ໜຶ່ງ, ອິດ​ຊະ​ມາ​ເອນ​ໄດ້​ເສຍ​ຊີ​ວິດ​ໄປ. ພວກ​ລູກ​ສາວ​ຂອງ​ເພິ່ນ​ໂສກ​ເສົ້າ​ຫລາຍ. ພວກ​ເຂົາ​ຄິດ​ຮອດ​ພໍ່​ຂອງ​ພວກ​ເຂົາ. ພວກ​ລູກ​ສາວ​ເປັນ​ຫ່ວງ​ວ່າ ພວກ​ເຂົາ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ​ກໍ​ຈະ​ຕາຍ​ຄື​ກັນ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ພວກ​ເຂົາ​ໄດ້​ໃຈ​ຮ້າຍ​ໃຫ້​ລີ​ໄຮ ແລະ ນີ​ໄຟ, ແລະ ພວກ​ເຂົາ​ຢາກ​ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ.

1 ນີ​ໄຟ 16:34–36

ຮູບ​ພາບ
ເອື້ອຍ​ນ້ອງ​ພວກ​ເຂົາ​ກຳ​ລັງ​ປອບ​ໂຍນ​ກັນ​ແລະ​ກັນ

ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ກັບ​ໃຈ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ໄດ້​ອວຍ​ພອນ​ພວກ​ເຂົາ.

1 ນີ​ໄຟ 16:39

ຮູບ​ພາບ
ຊາ​ໄຣ​ຢາ​ກັບ​ລູກ​ນ້ອຍ

ພວກ​ຜູ້​ຍິງ​ໄດ້​ເກີດ​ລູກ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ຊາ​ໄຣ​ຢາ​ກໍ​ໄດ້​ມີ​ລູກ​ຊາຍ​ອີກ​ສອງ​ຄົນ, ຢາ​ໂຄບ ແລະ ໂຢ​ເຊັບ.

1 ນີ​ໄຟ 17:1; 18:7

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ເດີນ​ທາງ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ພວກ​ຜູ້​ຍິງ​ໃນ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ອວຍ​ພອນ​ພວກ​ເຂົາ​ໃຫ້​ມີ​ນ້ຳ​ນົມ​ຫລາຍ​ສຳ​ລັບ​ລູກ​ນ້ອຍ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ຊ່ວຍ​ພວກ​ຜູ້​ຍິງ​ໃຫ້​ເຂັ້ມ​ແຂງ​ຂຶ້ນ ຂະ​ນະ​ທີ່​ພວກ​ເຂົາ​ເດີນ​ທາງ.

1 ນີ​ໄຟ 17:1–3

ຮູບ​ພາບ
ແມ່​ກັບ​ລູກໆ​ຢູ່​ໃນ​ຜ້າ​ເຕັນ

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ນຳ​ພາ​ພວກ​ລູກ​ສາວ ແລະ ຄອບ​ຄົວ​ຂອງ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ກັບ​ຄອບ​ຄົວ​ເຫລົ່າ​ນັ້ນ​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ທຸກ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ເຮັດ​ໃຫ້​ຊີ້ນ​ທີ່​ຫາ​ມາ​ໄດ້​ມີ​ລົດ​ແຊບ, ແລະ ພຣະ​ອົງ​ໄດ້​ນຳ​ພາ​ພວກ​ເຂົາ.

1 ນີ​ໄຟ 17:3, 5, 12–14

ຮູບ​ພາບ
ຄອບ​ຄົວ​ຢູ່​ແຄມ​ທະ​ເລ

ຫລັງ​ຈາກ​ໄດ້​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ເປັນ​ເວ​ລາ​ແປດ​ປີ, ຄອບ​ຄົວ​ເຫລົ່າ​ນັ້ນ​ກໍ​ໄດ້​ໄປ​ເຖິງ​ທະ​ເລ. ພວກ​ຜູ້​ຍິງ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ. ດິນ​ແດນ​ຢູ່​ແຄມ​ທະ​ເລ​ນັ້ນ​ສວຍ​ງາມ​ຫລາຍ. ພວກ​ເຂົາ​ເອີ້ນ​ມັນ​ວ່າ ອຸ​ດົມ​ສົມ​ບູນ ຍ້ອນ​ມັນ​ເຕັມ​ໄປ​ດ້ວຍ​ໝາກ​ໄມ້ ແລະ ນ້ຳ​ເຜິ້ງ​ທີ່​ຈະ​ກິນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ຕຽມ​ທຸກ​ສິ່ງ​ໄວ້​ໃຫ້​ພວກ​ເຂົາ.

1 ນີ​ໄຟ 17:4–6

ພິມ