Scripture Stories
ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ


“ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ໂມ​ໄຊ​ຢາ 23–25

ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ

ຄວາມ​ເຂັ້ມ​ແຂງ​ຈາກ​ພຣະ​ເຈົ້າ​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກ

ຮູບ​ພາບ
ແອວ​ມາ ແລະ ຄົນ​ອື່ນໆ​ຫລຽວ​ເບິ່ງ​ບ້ານ​ເຮືອນ​ຂອງ​ພວກ​ເຂົາ

ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ອາ​ໄສ​ຢູ່​ໃນ​ແຜ່ນ​ດິນ​ທີ່​ສວຍ​ງາມ. ພວກ​ເຂົາ​ໄດ້​ປູກ​ພືດ​ພັນ ແລະ ສ້າງ​ບ້ານ​ເຮືອນ. ແອວ​ມາ​ເປັນ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ. ເພິ່ນ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ເພິ່ນ​ໃຫ້​ຮັກ​ກັນ​ແລະ​ກັນ. ຜູ້​ຄົນ​ໄດ້​ເຊື່ອ​ຟັງ​ແອວ​ມາ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ຄອບ​ຄົວ​ຂອງ​ພວກ​ເຂົາ​ໄດ້​ເຕີບ​ໂຕ, ແລະ ພວກ​ເຂົາ​ໄດ້​ສ້າງ​ເມືອງ.

ໂມ​ໄຊ​ຢາ 23:4–5, 15–20

ຮູບ​ພາບ
ແອວ​ມາ​ເວົ້າ​ກັບ​ຊາວ​ເລ​ມັນ

ມື້​ໜຶ່ງ, ກອງ​ທັບ​ຊາວ​ເລ​ມັນ​ໄດ້​ມາ. ພວກ​ເຂົາ​ຫລົງ​ທາງ. ຊາວ​ເລ​ມັນ​ໄດ້​ສັນ​ຍາ​ວ່າ​ຈະ​ບໍ່​ເຮັດ​ຫຍັງ​ໃຫ້​ຜູ້​ຄົນ​ຂອງ​ແອວ​ມາ ຖ້າ​ຫາກ​ແອວ​ມາ​ຊ່ວຍ​ບອກ​ທາງ​ກັບ​ບ້ານ​ໃຫ້​ພວກ​ເຂົາ. ແອວ​ມາ​ໄດ້​ບອກ​ທາງ​ໃຫ້​ຊາວ​ເລ​ມັນ​ເພື່ອ​ກັບ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ.

ໂມ​ໄຊ​ຢາ 23:25, 30, 36–37

ຮູບ​ພາບ
ອະ​ມິວ​ລອນ ແລະ ທະ​ຫານ​ຍາມ​ກຳ​ລັງ​ຫລຽວ​ເບິ່ງ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ

ຊາວ​ເລ​ມັນ​ບໍ່​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ. ກົງ​ກັນ​ຂ້າມ, ພວກ​ເຂົາ​ໄດ້​ຍຶດ​ເອົາ​ແຜ່ນ​ດິນ ແລະ ໄດ້​ຈັດ​ທະ​ຫານ​ເຝົ້າ​ຍາມ​ຜູ້​ຄົນ​ຂອງ​ແອວ​ມາ. ພວກ​ເຂົາ​ຍັງ​ໄດ້​ແຕ່ງ​ຕັ້ງ​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ອະ​ມິວ​ລອນ ໃຫ້​ເປັນ​ກະ​ສັດ​ຂອງ​ຜູ້​ຄົນ​ຂອງ​ແອວ​ມາ​ນຳ​ອີກ. ອະ​ມິວ​ລອນ​ເປັນ​ຜູ້​ນຳ​ຂອງ​ພວກ​ປະ​ໂລ​ຫິດ​ປອມ. ເພິ່ນ​ກັບ​ພວກ​ປະ​ໂລ​ຫິດ​ຂອງ​ເພິ່ນ​ໄດ້​ຂ້າ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ ແລະ ໄດ້​ເຮັດ​ຫລາຍ​ສິ່ງ​ທີ່​ບໍ່​ດີ.

ໂມ​ໄຊ​ຢາ 17:12–13; 23:31–32, 37–39; 24:9

ຮູບ​ພາບ
ອະ​ມິວ​ລອນ​ໃຈ​ຮ້າຍ

ອະ​ມິວ​ລອນ​ໄດ້​ໃຈ​ຮ້າຍ​ໃຫ້​ແອວ​ມາ. ເພິ່ນ​ໄດ້​ສັ່ງ​ໃຫ້​ຜູ້​ຄົນ​ຂອງ​ແອວ​ມາ​ທຳ​ງານ​ໜັກ ແລະ ໂຫດ​ຮ້າຍ​ກັບ​ພວກ​ເຂົາ. ມັນ​ຫຍຸ້ງ​ຍາກ​ສຳ​ລັບ​ຜູ້​ຄົນ​ຂອງ​ແອວ​ມາ.

ໂມ​ໄຊ​ຢາ 24:8–9

ຮູບ​ພາບ
ແອວ​ມາ​ອະ​ທິ​ຖານ, ແລະ ອະ​ມິວ​ລອນ​ໃຈ​ຮ້າຍ​ຢູ່​ຂ້າງ​ຫລັງ

ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ. ອະ​ມິວ​ລອນ​ໄດ້​ບອກ​ພວກ​ເຂົາ​ໃຫ້​ເຊົາ​ອະ​ທິ​ຖານ. ເພິ່ນ​ເວົ້າ​ວ່າ ຖ້າ​ຄົນ​ໃດ​ອະ​ທິ​ຖານ​ຄົນ​ນັ້ນ​ຈະ​ຖືກ​ຂ້າ.

ໂມ​ໄຊ​ຢາ 24:10–11

ຮູບ​ພາບ
ແອວ​ມາ ແລະ ຜູ້​ຍິງ​ຄົນ​ໜຶ່ງ​ຊ່ວຍ​ຊາຍ​ຊະ​ລາ​ຢືນ​ຂຶ້ນ

ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ຢຸດ​ອະ​ທິ​ຖານ​ອອກ​ສຽງ. ແທນ​ນັ້ນ, ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຢູ່​ໃນ​ໃຈ. ພຣະ​ເຈົ້າ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ. ພຣະ​ອົງ​ໄດ້​ປອບ​ໂຍນ​ພວກ​ເຂົາ ແລະ ສັນ​ຍາ​ທີ່​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຫລົບ​ໜີ​ໄປ. ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ວຽກ​ງານ​ໜັກ​ຂອງ​ພວກ​ເຂົາ​ງ່າຍ​ຂຶ້ນ. ຜູ້​ຄົນ​ມີ​ຄວາມ​ອົດ​ທົນ ແລະ ມີ​ຄວາມ​ສຸກ ຂະ​ນະ​ທີ່​ພວກ​ເຂົາ​ເຊື່ອ​ຟັງ​ພຣະ​ເຈົ້າ. ພວກ​ເຂົາ​ຮູ້​ວ່າ​ພຣະ​ອົງ​ກຳ​ລັງ​ຊ່ວຍ​ພວກ​ເຂົາ.

ໂມ​ໄຊ​ຢາ 24:12–15

ຮູບ​ພາບ
ແອວ​ມາ​ນຳ​ພາ​ຜູ້​ຄົນ​ຂອງ​ເພິ່ນ​ໜີ​ໄປ​ໃນ​ຕອນ​ກາງ​ຄືນ

ຜູ້​ຄົນ​ຂອງ​ແອວ​ມາ​ໄດ້​ໄວ້​ວາງ​ໃຈ​ພຣະ​ເຈົ້າ ແລະ ມີ​ສັດ​ທາ​ອັນ​ແຮງ​ກ້າ​ໃນ​ພຣະ​ອົງ. ມື້​ໜຶ່ງ, ພຣະ​ເຈົ້າ​ໄດ້​ບອກ​ພວກ​ເຂົາ​ວ່າ ມັນ​ເຖິງ​ເວ​ລາ​ທີ່​ຈະ​ໜີ. ຄືນ​ນັ້ນ, ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ກຽມ​ພ້ອມ. ພວກ​ເຂົາ​ໄດ້​ເຕົ້າ​ໂຮມ​ສັດ ແລະ ອາ​ຫານ​ຂອງ​ພວກ​ເຂົາ​ທັງ​ໝົດ. ໃນ​ຕອນ​ເຊົ້າ, ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ຊາວ​ເລ​ມັນ​ນອນ​ຫລັບ​ສະ​ໜິດ. ແລ້ວ​ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ໄດ້​ລັກ​ໜີ ແລະ ເດີນ​ທາງ​ໝົດ​ມື້.

ໂມ​ໄຊ​ຢາ 24:16–20

ຮູບ​ພາບ
ແອວ​ມາ ແລະ ຜູ້​ຄົນ​ຂອງ​ເພິ່ນ​ຫລຽວ​ເບິ່ງ​ເຊ​ຣາ​ເຮັມ​ລາ

ຄືນ​ນັ້ນ, ຜູ້​ຊາຍ, ຜູ້​ຍິງ, ແລະ ເດັກ​ນ້ອຍ​ທຸກ​ຄົນ​ໄດ້​ຂອບ​ພຣະ​ໄທ​ພຣະ​ເຈົ້າ. ພວກ​ເຂົາ​ຮູ້​ວ່າ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໄດ້. ພວກ​ເຂົາ​ໄດ້​ເດີນ​ທາງ​ຫລາຍມື້ ແລະ ໄດ້​ມາ​ເຖິງ​ແຜ່ນ​ດິນ​ເຊ​ຣາ​ເຮັມ​ລາ. ຊາວ​ນີ​ໄຟ​ໄດ້​ຕ້ອນ​ຮັບ​ພວກ​ເຂົາ, ແລະ ແອວ​ມາ​ໄດ້​ສິດ​ສອນ​ທຸກ​ຄົນ​ກ່ຽວ​ກັບ​ການ​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ຫລາຍ​ຄົນ​ເຊື່ອ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ.

ໂມ​ໄຊ​ຢາ 24:20–25; 25:14–24

ພິມ