Scripture Stories
ສາວ​ໃຊ້​ຊາວ​ນີ​ໄຟ


“ສາວ​ໃຊ້​ຊາວ​ນີ​ໄຟ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 50

ສາວ​ໃຊ້​ຊາວ​ນີ​ໄຟ

ການ​ຊ່ວຍ​ປົກ​ປ້ອງ​ຜູ້​ຄົນ​ຂອງ​ນາງ

ຮູບ​ພາບ
ໂມ​ຣິ​ອານ​ທັນ​ເຍິງ​ທວນ​ໄຟ ແລະ ກ່າວ​ກັບ​ຝູງ​ຊົນ, ໂດຍ​ມີ​ສາວ​ໃຊ້​ຢູ່​ໃກ້

ສາວ​ໃຊ້​ເປັນ​ຜູ້​ຮັບ​ໃຊ້​ຜູ້​ນຳ​ຊາວ​ນີ​ໄຟ​ຄົນ​ໜຶ່ງ​ຊື່ ໂມ​ຣິ​ອານ​ທັນ. ໂມ​ຣິ​ອານ​ທັນ​ໄດ້​ສ້າງ​ບັນ​ຫາ​ໃນ​ບັນ​ດາ​ຜູ້​ຄົນ. ລາວ​ໄດ້​ໂຈມ​ຕີ​ຊາວ​ນີ​ໄຟ​ກຸ່ມ​ໜຶ່ງ ແລະ ໄດ້​ພະ​ຍາ​ຍາມ​ຍຶດ​ເອົາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ. ແລ້ວ​ລາວ​ໄດ້​ວາງ​ແຜນ​ທີ່​ຈະ​ເດີນ​ທາງ​ໄປ​ພາກ​ເໜືອ​ກັບ​ຜູ້​ຄົນ​ຂອງ​ລາວ ເພື່ອ​ຍຶດ​ເອົາ​ແຜ່ນ​ດິນ​ຢູ່​ທີ່​ນັ້ນ.

ແອວ​ມາ 50:25–30

ຮູບ​ພາບ
ສາວ​ໃຊ້​ແລ່ນ​ໜີ​ຈາກ​ໂມ​ຣິ​ອານ​ທັນ​ໃນ​ຕອນ​ກາງ​ຄືນ

ມື້​ໜຶ່ງ, ໂມ​ຣິ​ອານ​ທັນ​ໄດ້​ໃຈ​ຮ້າຍ​ໃຫ້​ສາວ​ໃຊ້. ລາວ​ໄດ້​ປະ​ຕິ​ບັດ​ຕໍ່​ນາງ​ຢ່າງ​ທາ​ລຸນ ແລະ ທຳ​ຮ້າຍ​ນາງ. ສາວ​ໃຊ້​ໄດ້​ລັກ​ໜີ ແລະ ໄດ້​ແລ່ນ​ໄປ​ຫາ​ຄ້າຍ​ຂອງ​ແມ່​ທັບ​ໂມ​ໂຣ​ໄນ. ນາງ​ໄດ້​ບອກ​ໂມ​ໂຣ​ໄນ​ກ່ຽວ​ກັບ​ສິ່ງ​ບໍ່​ດີ​ທີ່​ໂມ​ຣິ​ອານ​ທັນ​ໄດ້​ເຮັດ. ໂມ​ໂຣ​ໄນ​ໄດ້​ເຊື່ອ​ນາງ.

ແອວ​ມາ 50:30–31

ຮູບ​ພາບ
ສາວ​ໃຊ້​ຊີ້​ໃສ່​ແຜນ​ທີ່ ແລະ ເວົ້າ​ກັບ​ແມ່​ທັບ​ໂມ​ໂຣ​ໄນ

ສາວ​ໃຊ້​ໄດ້​ເວົ້າ​ອີກ​ວ່າ ໂມ​ຣິ​ອານ​ທັນ​ຢາກ​ໄປ​ຍຶດ​ເອົາ​ແຜ່ນ​ດິນ​ຢູ່​ທາງ​ພາກ​ເໜືອ. ໂມ​ໂຣ​ໄນ​ເປັນ​ຫ່ວງ. ຊາວ​ນີ​ໄຟ​ອາດ​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ ຖ້າ​ຫາກ​ໂມ​ຣິ​ອານ​ທັນ​ຍຶດ​ເອົາ​ແຜ່ນ​ດິນ​ຢູ່​ທາງ​ພາກ​ເໜືອ. ມັນ​ອາດ​ເຮັດ​ໃຫ້​ຜູ້​ຄົນ​ສູນ​ເສຍ​ອິດ​ສະ​ລະ​ພາບ​ຂອງ​ພວກ​ເຂົາ.

ແອວ​ມາ 50:31–32

ຮູບ​ພາບ
ສາວ​ໃຊ້​ຫລຽວ​ເບິ່ງ​ໂມ​ໂຣ​ໄນ ແລະ ກອງ​ທັບ

ໂມ​ໂຣ​ໄນ​ໄດ້​ສົ່ງ​ກອງ​ທັບ​ໄປ​ເພື່ອ​ຢຸດ​ຢັ້ງ​ໂມ​ຣິ​ອານ​ທັນ. ຜູ້​ຄົນ​ຂອງ​ໂມ​ຣິ​ອານ​ທັນ​ໄດ້​ຕໍ່​ສູ້​ກັບ​ກອງ​ທັບ ແລະ ຜ່າຍ​ແພ້. ພວກ​ເຂົາ​ໄດ້​ສັນ​ຍາ​ວ່າ​ຈະ​ຢູ່​ຢ່າງ​ສັນ​ຕິ ແລະ ໄດ້​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ​ຂອງ​ພວກ​ເຂົາ. ເພາະ​ສາວ​ໃຊ້​ໄດ້​ເຕືອນ​ໂມ​ໂຣ​ໄນ, ເມືອງ​ນີ​ໄຟ​ຕ່າງໆ​ຈຶ່ງ​ປອດ​ໄພ.

ແອວ​ມາ 50:33, 35–36

ພິມ