Scripture Stories
ທີ​ອານ​ຄຳ


“ທີ​ອານ​ຄຳ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 51–52

ທີ​ອານ​ຄຳ

ການ​ປົກ​ປ້ອງ​ຜູ້​ຄົນ​ຂອງ​ລາວ

ຮູບ​ພາບ
ທີ​ອານ​ຄຳ​ເວົ້າ​ກັບ​ນາຍ​ທັບ​ໂມ​ໂຣ​ໄນ​ຢູ່​ໃນ​ຄ້າຍ

ທີ​ອານ​ຄຳ​ແມ່ນ​ຜູ້​ນຳ​ຄົນ​ໜຶ່ງ​ໃນ​ກອງ​ທັບ​ຂອງ​ນາຍ​ທັບ​ໂມ​ໂຣ​ໄນ. ລາວ​ພະ​ຍາ​ຍາມ​ຮັກ​ສາ​ເມືອງ​ນີ​ໄຟ​ຕ່າງໆ​ໃຫ້​ປອດ​ໄພ​ຈາກ​ຊາວ​ເລ​ມັນ.

ແອວ​ມາ 50:35; 52:19

ຮູບ​ພາບ
ອະ​ມາ​ລີ​ໄຄ​ຢາ ແລະ ທະ​ຫານ​ຊາວ​ເລ​ມັນ​ພ້ອມ​ດ້ວຍ​ອາ​ວຸດ

ອະ​ມາ​ລີ​ໄຄ​ຢາ​ແມ່ນ​ຊາວ​ນີ​ໄຟ​ຜູ້​ໄດ້​ກາຍ​ເປັນ​ກະ​ສັດ​ຊາວ​ເລ​ມັນ. ລາວ​ຕ້ອງ​ການ​ປົກ​ຄອງ​ເໜືອ​ຊາວ​ນີ​ໄຟ​ນຳ​ອີກ. ລາວ​ໄດ້​ໂຈມ​ຕີ​ຊາວ​ນີ​ໄຟ ແລະ ໄດ້​ຍຶດ​ເອົາ​ຫລາຍ​ຫົວ​ເມືອງ.

ແອວ​ມາ 47:1, 35; 48:1–4; 51:23–28

ຮູບ​ພາບ
ກອງ​ທັບ​ຊາວ​ນີ​ໄຟ​ກຳ​ລັງ​ເດີນ​ຂະ​ບວນ

ກອງ​ທັບ​ຂອງ​ທີ​ອານ​ຄຳ​ໄດ້​ໄປ​ຢຸດ​ກອງ​ທັບ​ຂອງ​ອະ​ມາ​ລີ​ໄຄ​ຢາ​ຈາກ​ການ​ໂຈມ​ຕີ​ເມືອງ​ນີ​ໄຟ​ຕ່າງໆ.

ແອວ​ມາ 51:28–30

ຮູບ​ພາບ
ກອງ​ທັບ​ປະ​ທະ​ກັນ​ຕອນ​ຕາ​ເວັນ​ຕົກ​ດິນ

ກອງ​ທັບ​ໄດ້​ຕໍ່​ສູ້​ກັນ​ໝົດ​ມື້. ທີ​ອານ​ຄຳ ແລະ ກອງ​ທັບ​ຂອງ​ລາວ​ໄດ້​ຕໍ່​ສູ້​ດ້ວຍ​ກຳ​ລັງ ແລະ ເກັ່ງ​ກ້າ​ຫລາຍ​ກວ່າ​ກອງ​ທັບ​ຂອງ​ອະ​ມາ​ລີ​ໄຄ​ຢາ. ແຕ່​ບໍ່​ມີ​ກອງ​ທັບ​ໃດ​ໄຊ​ຊະ​ນະ. ເມື່ອ​ມືດ​ແລ້ວ, ກອງ​ທັບ​ທັງ​ສອງ​ໄດ້​ຢຸດ​ການ​ຕໍ່​ສູ້ ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ພັກ​ຜ່ອນ.

ແອວ​ມາ 51:31—32

ຮູບ​ພາບ
ທີ​ອານ​ຄຳ​ນັ່ງ​ຢູ່​ໜ້າ​ກອງ​ໄຟ

ແຕ່​ທີ​ອານ​ຄຳ​ບໍ່​ໄດ້​ພັກ​ຜ່ອນ. ລາວ ແລະ ຂ້າ​ໃຊ້​ຂອງ​ລາວ​ໄດ້​ລັກ​ເຂົ້າ​ໄປ​ໃນ​ຄ້າຍ​ຂອງ​ອະ​ມາ​ລີ​ໄຄ​ຢາ.

ແອວ​ມາ 51:33

ຮູບ​ພາບ
ທີ​ອານ​ຄຳ​ຢືນ​ຢູ່​ໃຕ້​ແສງ​ຈັນ​ຢູ່​ທີ່​ຜ້າ​ເຕັນ​ຂອງ​ອະ​ມາ​ລີ​ໄຄ​ຢາ

ທີ​ອານ​ຄຳ​ລອບ​ເຂົ້າ​ໄປ​ໃນ​ຜ້າ​ເຕັນ​ຂອງ​ອະ​ມາ​ລີ​ໄຄ​ຢາ. ລາວ​ໄດ້​ຂ້າ​ອະ​ມາ​ລີ​ໄຄ​ຢາ​ກ່ອນ​ທີ່​ອະ​ມາ​ລີ​ໄຄ​ຢາ​ຈະ​ຕື່ນ​ຂຶ້ນ. ແລ້ວ​ທີ​ອານ​ຄຳ​ໄດ້​ໄປ​ຫາ​ຄ້າຍ​ຂອງ​ລາວ ແລະ ໄດ້​ບອກ​ທະ​ຫານ​ຂອງ​ລາວ​ວ່າ ໃຫ້​ກຽມ​ພ້ອມ​ທີ່​ຈະ​ຕໍ່​ສູ້.

ແອວ​ມາ 51:33–36

ຮູບ​ພາບ
ຊາວ​ເລ​ມັນ​ຕື່ນ​ຂຶ້ນ​ມາ ແລະ ຢ້ານ​ກົວ

ເມື່ອ​ຊາວ​ເລ​ມັນ​ໄດ້​ຕື່ນ​ຂຶ້ນ, ພວກ​ເຂົາ​ເຫັນ​ວ່າ​ອະ​ມາ​ລີ​ໄຄ​ຢາ​ໄດ້​ຕາຍ​ແລ້ວ. ພວກ​ເຂົາ​ກໍ​ໄດ້​ເຫັນ​ອີກ​ວ່າ ທີ​ອານ​ຄຳ ແລະ ກອງ​ທັບ​ຂອງ​ລາວ​ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້​ກັບ​ພວກ​ເຂົາ.

ແອວ​ມາ 52:1

ຮູບ​ພາບ
ຊາວ​ເລ​ມັນ​ແລ່ນ​ໜີ​ຈາກ​ກອງ​ທັບ​ຂອງ​ທີ​ອານ​ຄຳ

ຊາວ​ເລ​ມັນ​ຢ້ານ​ກົວ ແລະ ໄດ້​ແລ່ນ​ໜີ​ໄປ. ແຜນ​ຂອງ​ທີ​ອານ​ຄຳ​ໄດ້​ເຮັດ​ໃຫ້​ຊາວ​ເລ​ມັນ​ບໍ່​ກ້າ​ທີ່​ຈະ​ໂຈມ​ຕີ​ເມືອງ​ນີ​ໄຟ​ບ່ອນ​ອື່ນໆ​ອີກ. ບັດ​ນີ້​ທີ​ອານ​ຄຳ​ໄດ້​ເຮັດ​ໃຫ້​ເມືອງ​ນີ​ໄຟ​ຕ່າງໆ​ປອດ​ໄພ​ຫລາຍ​ຂຶ້ນ. ລາວ​ໄດ້​ເຮັດ​ວຽກ​ໜັກ​ເພື່ອ​ປົກ​ປ້ອງ​ຜູ້​ຄົນ​ຂອງ​ລາວ. ລາວ​ສາ​ມາດ​ຮັກ​ສາ​ເມືອງ​ນີ​ໄຟ​ຕ່າງໆ​ໃຫ້​ປອດ​ໄພ.

ແອວ​ມາ 52:2–10

ພິມ