Scripture Stories
ພະ​ຍຸ​ໃນ​ທະ​ເລ


“ພະ​ຍຸ​ໃນ​ທະ​ເລ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

“ພະ​ຍຸ​ໃນ​ທະ​ເລ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ

1 ນີ​ໄຟ 18

ພະ​ຍຸ​ໃນ​ທະ​ເລ

ການ​ຊອກ​ຫາ​ສັນ​ຕິ​ສຸກ​ໃນ​ພຣະ​ຜູ້​ເປັນ​ເຈົ້າ

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ນຳ​ອາ​ຫານ​ຂຶ້ນ​ເຮືອ​ໃຫຍ່

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ລີ​ໄຮ​ວ່າ ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຂຶ້ນ​ເຮືອ. ຄອບ​ຄົວ​ໄດ້​ທ້ອນ​ໂຮມ​ເອົາ​ອາ​ຫານ​ເພື່ອ​ໄວ້​ກິນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ. ແລ້ວ​ເຂົາ​ເຈົ້າ​ທຸກ​ຄົນ​ໄດ້​ຂຶ້ນ​ເຮືອ ແລະ ຂັບ​ເຮືອ​ມຸ້ງ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

1 ນີ​ໄຟ 18:5–8

ຮູບ​ພາບ
ຜູ້​ຄົນ​ກຳ​ລັງ​ກິນ​ດື່ມ​ຂະ​ນະ​ຢູ່​ໃນ​ເຮືອ

ຫລັງ​ຈາກ​ຫລາຍ​ມື້​ຢູ່​ໃນ​ທະ​ເລ, ບາງ​ຄົນ​ໄດ້​ເລີ່ມ​ສະ​ແດງ​ຄວາມ​ບໍ່​ເຄົາ​ລົບ ແລະ ຫຍາບ​ຄາຍ. ພວກ​ເຂົາ​ລືມ​ໄປ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊ່ວຍ​ພວກ​ເຂົາ.

1 ນີ​ໄຟ 18:9

ຮູບ​ພາບ
ເລ​ມູ​ເອນ, ນີ​ໄຟ, ແລະ ເລ​ມັນ​ຢູ່​ໃນ​ເຮືອ​ພ້ອມ​ກັບ​ພະ​ຍຸ​ກຳ​ລັງ​ມາ

ນີ​ໄຟ​ເປັນ​ຫ່ວງ​ວ່າ ພວກ​ເຂົາ​ອາດ​ເຮັດ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ພຣະ​ໄທ. ຖ້າ​ປາດ​ສະ​ຈາກ​ຄວາມ​ຊ່ວຍ​ເຫລືອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ເຮືອ​ຂອງ​ພວກ​ເຂົາ​ຈະ​ບໍ່​ປອດ​ໄພ. ນີ​ໄຟ​ໄດ້​ຂໍ​ໃຫ້​ພວກ​ອ້າຍ​ຂອງ​ເພິ່ນ​ຢຸດ​ຕິ.

1 ນີ​ໄຟ 18:10

ຮູບ​ພາບ
ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ມັດ​ນີ​ໄຟ​ໄວ້

ເລ​ມັນ ແລະ ເລ​ມູ​ເອນ​ໄດ້​ໃຈ​ຮ້າຍ​ໃຫ້​ນີ​ໄຟ. ພວກ​ເຂົາ​ໄດ້​ມັດ​ເພິ່ນ​ໄວ້ ແລະ ເວົ້າ​ຄຳ​ຫຍາບ​ຄາຍ​ກັບ​ເພິ່ນ. ພວກ​ເຂົາ​ບໍ່​ໄດ້​ເຊື່ອ​ຟັງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເລຍ​ໂຮ​ນາ​ໄດ້​ຢຸດ​ທຳ​ງານ. ບໍ່​ດົນ​ລົມ​ພະ​ຍຸ​ໃຫຍ່​ກໍ​ໄດ້​ເກີດ​ຂຶ້ນ. ຫລັງ​ຈາກ​ສາມ​ມື້​ໃນ​ພະ​ຍຸ, ພວກ​ເຂົາ​ທຸກ​ຄົນ​ຢ້ານ​ກົວ​ວ່າ​ຕົວ​ເອງ​ຈະ​ຈົມ​ນ້ຳ.

1 ນີ​ໄຟ 18:10–13

ຮູບ​ພາບ
ຜູ້​ຍິງ​ກຳ​ລັງ​ອ້ອນ​ວອນ​ເລ​ມັນ ແລະ ເລ​ມູ​ເອນ

ຄອບ​ຄົວ​ຂອງ​ນີ​ໄຟ​ໄດ້​ອ້ອນ​ວອນ​ຂໍ​ໃຫ້​ເລ​ມັນ​ແກ້​ເຊືອກ​ອອກ​ຈາກ​ນີ​ໄຟ. ແຕ່​ເລ​ມັນ ແລະ ເລ​ມູ​ເອນ​ຍັງ​ບໍ່​ໃຫ້​ຄົນ​ໃດ​ແກ້​ເຊືອກ​ອອກ​ຈາກ​ນີ​ໄຟ. ຊາ​ໄຣ​ຢາ ແລະ ລີ​ໄຮ​ໂສກ​ເສົ້າ ແລະ ໄດ້​ລົ້ມ​ປ່ວຍ. ພະ​ຍຸ​ຍັງ​ບໍ່​ຢຸດ.

1 ນີ​ໄຟ 18:17–19

ຮູບ​ພາບ
ນີ​ໄຟ​ກັບ​ເລຍ​ໂຮ​ນາ

ໃນ​ມື້​ທີ​ສີ່, ເລ​ມັນ ແລະ ເລ​ມູ​ເອນ​ຮູ້​ວ່າ ເຮືອ​ກຳ​ລັງ​ຈະ​ຈົມ​ນ້ຳ. ພວກ​ເຂົາ​ໄດ້​ກັບ​ໃຈ ແລະ ແກ້​ເຊືອກ​ອອກ​ຈາກ​ນີ​ໄຟ. ເມື່ອ​ນີ​ໄຟ​ອະ​ທິ​ຖານ, ພະ​ຍຸ​ກໍ​ຢຸດ. ເລຍ​ໂຮ​ນາ​ກໍ​ທຳ​ງານ​ອີກ​ຄັ້ງ. ນີ​ໄຟ​ໄດ້​ໃຊ້​ມັນ​ເພື່ອ​ຂັບ​ເຮືອ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ.

1 ນີ​ໄຟ 18:14–15, 20–22

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ອອກ​ຈາກ​ເຮືອ ແລະ ລີ​ໄຮ​ກຳ​ລັງ​ອະ​ທິ​ຖານ

ຫລັງ​ຈາກ​ຫລາຍ​ມື້, ຄອບ​ຄົວ​ໄດ້​ໄປ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

1 ນີ​ໄຟ 18:23

ພິມ