Scripture Stories
ພວກ​ອ້າຍ​ນ້ອງ​ນີ​ໄຟ ແລະ ລີ​ໄຮ


“ພວກ​ອ້າຍ​ນ້ອງ​ນີ​ໄຟ ແລະ ລີ​ໄຮ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ຮີ​ລາ​ມັນ 3–6

ພວກ​ອ້າຍ​ນ້ອງ​ນີ​ໄຟ ແລະ ລີ​ໄຮ

ໄດ້​ຍິນ​ສຽງ​ຈາກ​ຟ້າ​ສະ​ຫວັນ

ຮູບ​ພາບ
ພວກ​ອ້າຍ​ນ້ອງ​ນີ​ໄຟ ແລະ ລີ​ໄຮ​ສິດ​ສອນ​ຜູ້​ຄົນ, ແລະ ກອງ​ທັບ​ຊາວ​ເລ​ມັນ​ຢູ່​ໃກ້

ນີ​ໄຟ ແລະ ລີ​ໄຮ​ເປັນ​ອ້າຍ​ນ້ອງ​ກັນ ຜູ້​ທີ່​ຢາກ​ໃຫ້​ທຸກ​ຄົນ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ຢູ່​ໃນ​ສົງ​ຄາມ, ແຕ່​ພວກ​ອ້າຍ​ນ້ອງ​ເຂົາ​ເຈົ້າ​ຍັງ​ສິດ​ສອນ​ຜູ້​ຄົນ​ຈາກ​ທັງ​ສອງ​ກຸ່ມ. ມື້​ໜຶ່ງ​ຂະ​ນະ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ໄປ​ສິດ​ສອນ​ຜູ້​ຄົນ, ກອງ​ທັບ​ຊາວ​ເລ​ມັນ​ກຸ່ມ​ໜຶ່ງ​ໄດ້​ຈັບ​ເຂົາ​ເຈົ້າ​ເຂົ້າ​ຄຸກ.

ຮີ​ລາ​ມັນ 3:20–21, 37; 4:4–5, 14; 5:4–21

ຮູບ​ພາບ
ກອງ​ທັບ​ຊາວ​ເລ​ມັນ​ຍ່າງ​ໄປ​ຫາ​ຄຸກ​ທີ່​ນີ​ໄຟ ແລະ ລີ​ໄຮ​ຢູ່​ໃນ​ນັ້ນ

ຫລາຍ​ມື້​ຕໍ່​ມາ, ກອງ​ທັບ​ໄດ້​ມາ​ທີ່​ຄຸກ​ເພື່ອ​ທີ່​ຈະ​ຂ້າ​ນີ​ໄຟ ແລະ ລີ​ໄຮ.

ຮີ​ລາ​ມັນ 5:22

ຮູບ​ພາບ
ວົງ​ໄຟ ແລະ ແສງ​ສະ​ຫວ່າງ​ປົກ​ປ້ອງ​ນີ​ໄຟ ແລະ ລີ​ໄຮ, ທະ​ຫານ​ລົ້ມ​ລົງ, ແລະ ເມກ​ແຫ່ງ​ຄວາມ​ມືດ​ປະ​ກົດ​ຂຶ້ນ

ກ່ອນ​ຄົນ​ໃດ​ຈະ​ສາ​ມາດ​ທຳ​ຮ້າຍ​ນີ​ໄຟ ແລະ ລີ​ໄຮ, ວົງ​ໄຟ​ໄດ້​ປະ​ກົດ​ຂຶ້ນ​ອ້ອມ​ຮອບ​ເຂົາ​ເຈົ້າ. ໄຟ​ນັ້ນ​ບໍ່​ໄດ້​ໄໝ້​ເຂົາ​ເຈົ້າ. ກົງ​ກັນ​ຂ້າມ, ພຣະ​ເຈົ້າ​ໄດ້​ຮັກ​ສາ​ເຂົາ​ເຈົ້າ​ໃຫ້​ປອດ​ໄພ. ແລ້ວ​ແຜ່ນ​ດິນ​ໄດ້​ສັ່ນ​ຫວັ່ນ​ໄຫວ. ເບິ່ງ​ຄື​ວ່າ​ຝາ​ຄຸກ​ກຳ​ລັງ​ຈະ​ພັງ​ລົງ​ມາ. ບໍ່​ດົນ, ເມກ​ແຫ່ງ​ຄວາມ​ມືດ​ໄດ້​ປົກ​ຄຸມ​ຄົນ​ອື່ນໆ​ຢູ່​ໃນ​ຄຸກ. ຜູ້​ຄົນ​ຢ້ານ​ກົວ​ຫລາຍ.

ຮີ​ລາ​ມັນ 5:23–28

ຮູບ​ພາບ
ຜູ້​ຄົນ​ທີ່​ຢືນ​ຢູ່​ໃນ​ເມກ​ແຫ່ງ​ຄວາມ​ມືດ​ຫລຽວ​ເບິ່ງ​ເລົາ​ແສງ

ສຽງ​ໄດ້​ມາ​ຈາກ​ຂ້າງ​ເທິງ​ຂອງ​ເມກ​ແຫ່ງ​ຄວາມ​ມືດ​ນັ້ນ. ມັນ​ເປັນ​ສຽງ​ແຜ່ວ​ເບົາ, ຄື​ກັນ​ກັບ​ສຽງ​ສື່ມ, ແຕ່​ຜູ້​ຄົນ​ໄດ້​ຮູ້​ສຶກ​ມັນ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ. ມັນ​ແມ່ນ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ. ພຣະ​ເຈົ້າ​ໄດ້​ບອກ​ພວກ​ເຂົາ​ໃຫ້​ກັບ​ໃຈ.

ຮີ​ລາ​ມັນ 5:29–30, 46–47

ຮູບ​ພາບ
ຊາຍ ແລະ ຍິງ​ຫລຽວ​ຂຶ້ນ​ຜ່ານ​ເມກ​ແຫ່ງ​ຄວາມ​ມືດ​ທີ່​ກະ​ຈາຍ

ແຜ່ນ​ດິນ ແລະ ຄຸກ​ສັ່ນ​ຫວັ່ນ​ໄຫວ​ແຮງ​ຂຶ້ນ. ສຸ​ລະ​ສຽງ​ໄດ້​ດັງ​ຂຶ້ນ​ອີກ ແລະ ບອກ​ຜູ້​ຄົນ​ໃຫ້​ກັບ​ໃຈ. ຜູ້​ຄົນ​ບໍ່​ສາ​ມາດ​ເໜັງ​ຕີງ ເພາະ​ເມກ ແລະ ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຂົາ.

ຮີ​ລາ​ມັນ 5:31–34

ຮູບ​ພາບ
ອາ​ມີ​ນາ​ດາບ​ຊີ້​ໃສ່​ນີ​ໄຟ ແລະ ລີ​ໄຮ, ຜູ້​ຮຸ່ງ​ເຫລື້ອມ ແລະ ກຳ​ລັງ​ຫລຽວ​ຂຶ້ນ

ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ກຸ່ມ​ຝູງ​ຊົນ​ຊື່​ວ່າ ອາ​ມີ​ນາ​ດາບ. ລາວ​ເຄີຍ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຈົ້າ. ລາວ​ເຫັນ​ວ່າ​ໜ້າ​ຂອງ​ນີ​ໄຟ ແລະ ລີ​ໄຮ​ເລີ່ມ​ຮຸ່ງ​ແຈ້ງ​ຂຶ້ນ​ເລື້ອຍໆ. ເຂົາ​ເຈົ້າ​ເບິ່ງ​ຄື​ທູດ​ສະ​ຫວັນ. ເບິ່ງ​ຄື​ວ່າ​ເຂົາ​ເຈົ້າ​ກຳ​ລັງ​ເວົ້າ​ລົມ​ກັບ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ຟ້າ​ສະ​ຫວັນ. ອາ​ມີ​ນາ​ດາບ​ໄດ້​ບອກ​ໃຫ້​ທຸກ​ຄົນ​ຫລຽວ​ເບິ່ງ​ນີ​ໄຟ ແລະ ລີ​ໄຮ.

ຮີ​ລາ​ມັນ 5:35–39

ຮູບ​ພາບ
ຊາຍ ແລະ ຍິງ​ຫລາຍ​ຄົນ​ໄດ້​ຫລຽວ​ຂຶ້ນ​ຜ່ານ​ເມກ​ແຫ່ງ​ຄວາມ​ມືດ ແລະ ອະ​ທິ​ຖານ

ຜູ້​ຄົນ​ໄດ້​ຖາມ​ອາ​ມີ​ນາ​ດາບ​ວ່າ ພວກ​ເຂົາ​ຄວນ​ເຮັດ​ສິ່ງ​ໃດ​ເພື່ອ​ກຳ​ຈັດ​ເມກ​ແຫ່ງ​ຄວາມ​ມືດ​ນັ້ນ. ອາ​ມີ​ນາ​ດາບ​ໄດ້​ແບ່ງ​ປັນ​ສິ່ງ​ທີ່​ລາວ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ. ລາວ​ໄດ້​ບອກ​ຜູ້​ຄົນ​ໃຫ້​ກັບ​ໃຈ, ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ, ແລະ ອະ​ທິ​ຖານ​ຫາ​ພຣະ​ເຈົ້າ. ຜູ້​ຄົນ​ໄດ້​ເຊື່ອ​ຟັງ​ອາ​ມີ​ນາ​ດາບ. ພວກ​ເຂົາ​ໄດ້​ອະ​ທິ​ຖານ​ຈົນ​ກວ່າ​ຄວາມ​ມືດ​ໄດ້​ໜີ​ໄປ.

ຮີ​ລາ​ມັນ 5:40–42

ຮູບ​ພາບ
ຜູ້​ຄົນ​ອະ​ທິ​ຖານ​ຂະ​ນະ​ທີ່​ຖືກ​ອ້ອມ​ຮອບ​ດ້ວຍ​ແສງ ແລະ ໄຟ

ໄຟ​ຈາກ​ພຣະ​ເຈົ້າ​ໄດ້​ອ້ອມ​ຮອບ​ຜູ້​ຄົນ​ທັງ​ໝົດ ແລະ ບໍ່​ໄດ້​ໄໝ້​ພວກ​ເຂົາ. ຜູ້​ຄົນ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ດີ​ໃຈ​ຫລາຍ. ພວກ​ເຂົາ​ໄດ້​ເວົ້າ​ເຖິງ​ສິ່ງ​ມະ​ຫັດ​ສະ​ຈັນ​ຫລາຍ​ຢ່າງ. ສຸ​ລະ​ສຽງ​ໄດ້​ດັງ​ຂຶ້ນ​ອີກ​ຄັ້ງ. ສຽງ​ນັ້ນ​ບອກ​ພວກ​ເຂົາ​ໃຫ້​ສະ​ຫງົບ​ສຸກ ເພາະ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຢ​ຊູ. ເຫລົ່າ​ທູດ​ໄດ້​ມາ ແລະ ຢ້ຽມ​ຢາມ​ຜູ້​ຄົນ.

ຮີ​ລາ​ມັນ 5:43–49

ຮູບ​ພາບ
ນີ​ໄຟ ແລະ ລີ​ໄຮ​ອອກ​ຈາກ​ຄຸກ, ແລະ ຜູ້​ຄົນ​ຫລຽວ​ເບິ່ງ

ນີ​ໄຟ, ລີ​ໄຮ, ແລະ ຜູ້​ຄົນ​ທັງ​ໝົດ​ໄດ້​ອອກ​ຈາກ​ຄຸກ. ພວກ​ເຂົາ​ໄດ້​ບອກ​ຫລາຍ​ຄົນ​ຕະ​ຫລອດ​ທົ່ວ​ແຜ່ນ​ດິນ ເຖິງ​ສິ່ງ​ທີ່​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ​ໃນ​ມື້​ນັ້ນ. ຊາວ​ເລ​ມັນ​ສ່ວນ​ໃຫຍ່​ໄດ້​ເຊື່ອ ແລະ ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ. ພວກ​ເຂົາ​ໄດ້​ຢຸດ​ຕໍ່​ສູ້​ໃນ​ສົງ​ຄາມ. ແທນ​ນັ້ນ, ພວກ​ເຂົາ​ໄດ້​ຊ່ວຍ​ຜູ້​ຄົນ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ ແລະ ກັບ​ໃຈ.

ຮີ​ລາ​ມັນ 5:50–52; 6:1–6

ພິມ