Scripture Stories
ນີ​ໄຟ ແລະ ແຜ່ນ​ຈາ​ລຶກ​ທອງ​ເຫລືອງ


“ນີ​ໄຟ ແລະ ແຜ່ນ​ຈາ​ລຶກ​ທອງ​ເຫລືອງ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

1 ນີ​ໄຟ 4–5

ນີ​ໄຟ ແລະ ແຜ່ນ​ຈາ​ລຶກ​ທອງ​ເຫລືອງ

ການ​ຮຽນ​ຮູ້​ທີ່​ຈະ​ຕິດ​ຕາມ​ພຣະ​ວິນ​ຍານ

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ມຸ້ງ​ໄປ​ຫາ​ອາ​ຄານ ແລະ ພວກ​ອ້າຍ​ກຳ​ລັງ​ຊອມ​ເບິ່ງ

ເລ​ມັນ, ເລ​ມູ​ເອນ, ແຊມ, ແລະ ນີ​ໄຟ​ໄດ້​ກັບ​ໄປ​ເຢ​ຣູ​ຊາ​ເລັມ​ໃນ​ຕອນ​ກາງ​ຄືນ. ນີ​ໄຟ​ໄດ້​ໄປ​ຫາ​ເຮືອນ​ຂອງ​ລາ​ບານ ຂະ​ນະ​ທີ່​ພວກ​ອ້າຍ​ຂອງ​ເພິ່ນ​ລີ້​ຊ່ອນ​ຕົວ​ຢູ່​ນອກ​ກຳ​ແພງ.

1 ນີ​ໄຟ 4:4–5

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ຫລຽວ​ເບິ່ງ​ລາ​ບານ​ທີ່​ນອນ​ຟຸບ​ຢູ່​ເທິງ​ພື້ນ​ດິນ

ນີ​ໄຟ​ໄດ້​ໃຫ້​ພຣະ​ວິນ​ຍານ​ຊົງ​ນຳ​ເພິ່ນ. ເພິ່ນ​ບໍ່​ຮູ້​ວ່າ ເພິ່ນ​ຄວນ​ເຮັດ​ຫຍັງ, ແຕ່​ເພິ່ນ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເພິ່ນ​ໃຫ້​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ.

1 ນີ​ໄຟ 4:6

ຮູບ​ພາບ
ນີ​ໄຟ​ຈັບ​ດາບ​ຂອງ​ລາ​ບານ

ເມື່ອ​ນີ​ໄຟ​ເຂົ້າ​ໄປ​ໃກ້​ເຮືອນ​ຂອງ​ລາ​ບານ, ເພິ່ນ​ໄດ້​ເຫັນ​ລາ​ບານ​ນອນ​ຟຸບ​ຢູ່​ເທິງ​ພື້ນ​ດິນ. ລາ​ບານ​ເມົາ​ເຫລົ້າ. ນີ​ໄຟ​ໄດ້​ເຫັນ​ດາບ​ຂອງ​ລາ​ບານ ແລະ ຈັບ​ມັນ​ຂຶ້ນ​ມາ.

1 ນີ​ໄຟ 4:7–9

ຮູບ​ພາບ
ນີ​ໄຟ​ຫັນ​ໜີ​ຈາກ​ລາ​ບານ

ຂະ​ນະ​ທີ່​ນີ​ໄຟ​ຫລຽວ​ເບິ່ງ​ດາບ, ພຣະ​ວິນ​ຍານ​ໄດ້​ບອກ​ເພິ່ນ​ໃຫ້​ຂ້າ​ລາ​ບານ. ແຕ່​ນີ​ໄຟ​ບໍ່​ຢາກ​ຂ້າ​ລາວ. ພຣະ​ວິນ​ຍານ​ໄດ້​ບອກ​ນີ​ໄຟ​ວ່າ ຈະ​ດີ​ກວ່າ​ຖ້າ​ລາ​ບານ​ຕາຍ ແທນ​ທີ່​ຄອບ​ຄົວ​ຂອງ​ນີ​ໄຟ​ຈະ​ບໍ່​ມີ​ພຣະ​ຄຳ​ພີ. ເຂົາ​ເຈົ້າ​ຕ້ອງ​ການ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ທີ່​ຖືກ​ຂຽນ​ໄວ້​ຢູ່​ໃນ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ.

1 ນີ​ໄຟ 4:10–11, 13–17

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ອະ​ທິ​ຖານ

ນີ​ໄຟ​ຮູ້​ວ່າ​ລາ​ບານ​ໄດ້​ພະ​ຍາ​ຍາມ​ຂ້າ​ເພິ່ນ. ລາ​ບານ​ບໍ່​ພຽງ​ແຕ່​ໄດ້​ລັກ​ເອົາ​ຊັບ​ສົມ​ບັດ​ຂອງ​ເຂົາ​ເຈົ້າ​ເທົ່າ​ນັ້ນ ແຕ່​ຍັງ​ບໍ່​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

1 ນີ​ໄຟ 4:11

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ນຸ່ງ​ເສື້ອ​ຜ້າ​ຂອງ​ລາ​ບານ

ພຣະ​ວິນ​ຍານ​ໄດ້​ບອກ​ນີ​ໄຟ​ອີກ​ວ່າ​ໃຫ້​ຂ້າ​ລາ​ບານ. ນີ​ໄຟ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈັດ​ກຽມ​ທາງ​ໃຫ້​ເພິ່ນ ເພື່ອ​ຈະ​ໄດ້​ຮັບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ເພິ່ນ​ໄດ້​ເລືອກ​ເຊື່ອ​ຟັງ​ພຣະ​ວິນ​ຍານ. ນີ​ໄຟ​ໄດ້​ຂ້າ​ລາ​ບານ ແລະ ໄດ້​ເອົາ​ເຄື່ອງ​ນຸ່ງ​ຂອງ​ລາ​ບານ​ມາ​ໃສ່.

1 ນີ​ໄຟ 4:12–13, 17–19

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ເວົ້າ​ກັບ​ໂຊ​ຣຳ

ແລ້ວ​ນີ​ໄຟ​ໄດ້​ໄປ​ຫາ​ຄັງ​ສົມ​ບັດ​ຂອງ​ລາ​ບານ ແລະ ໄດ້​ພົບ​ກັບ​ໂຊ​ຣຳ ຄົນ​ໃຊ້​ຂອງ​ລາ​ບານ. ນີ​ໄຟ​ໄດ້​ກະ​ທຳ ແລະ ເວົ້າ​ຈາ​ແບບ​ລາ​ບານ.

1 ນີ​ໄຟ 4:20–23, 35

ຮູບ​ພາບ
ໂຊ​ຣຳ​ກຳ​ລັງ​ຫອບ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ

ນີ​ໄຟ​ໄດ້​ບອກ​ໂຊ​ຣຳ​ວ່າ ເພິ່ນ​ຕ້ອງ​ການ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ແລ້ວ​ນີ​ໄຟ​ໄດ້​ບອກ​ໂຊ​ຣຳ​ໃຫ້​ໄປ​ກັບ​ເພິ່ນ. ໂຊ​ຣຳ​ຄິດ​ວ່າ​ນີ​ໄຟ​ແມ່ນ​ລາ​ບານ, ສະ​ນັ້ນ​ລາວ​ຈຶ່ງ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ນີ​ໄຟ​ບອກ​ກ່າວ.

1 ນີ​ໄຟ 4:24–26

ຮູບ​ພາບ
ອ້າຍ​ນ້ອງ​ເຂົາ​ເຈົ້າ​ກຳ​ລັງ​ແລ່ນ​ໜີ​ຈາກ​ນີ​ໄຟ

ເມື່ອ​ນີ​ໄຟ ແລະ ໂຊ​ຣຳ​ໄດ້​ອອກ​ມາ​ຈາກ​ເມືອງ, ເລ​ມັນ, ເລ​ມູ​ເອນ, ແລະ ແຊມ​ຄິດ​ວ່າ​ນີ​ໄຟ​ແມ່ນ​ລາ​ບານ. ພວກ​ເຂົາ​ຢ້ານ ແລະ ກຳ​ລັງ​ຈະ​ແລ່ນ​ໜີ.

1 ນີ​ໄຟ 4:28

ຮູບ​ພາບ
ອ້າຍ​ນ້ອງ​ເຂົາ​ເຈົ້າ​ກຳ​ລັງ​ເວົ້າ​ລົມ​ກັນ ແລະ ໂຊ​ຣຳ​ກຳ​ລັງ​ຫລຽວ​ກັບ​ຄືນ​ຫລັງ

ນີ​ໄຟ​ໄດ້​ເອີ້ນ​ພວກ​ອ້າຍ​ຂອງ​ເພິ່ນ. ເມື່ອ​ພວກ​ເຂົາ​ຮູ້​ວ່າ​ນັ້ນ​ແມ່ນ​ນີ​ໄຟ, ພວກ​ເຂົາ​ຈຶ່ງ​ຢຸດ​ແລ່ນ. ແຕ່​ແລ້ວ​ໂຊ​ຣຳ​ເລີ່ມ​ຢ້ານ​ກົວ ແລະ ພະ​ຍາ​ຍາມ​ທີ່​ຈະ​ກັບ​ຄືນ​ໄປ​ເຢ​ຣູ​ຊາ​ເລັມ.

1 ນີ​ໄຟ 4:29–30

ຮູບ​ພາບ
ນີ​ໄຟ​ກຳ​ລັງ​ເວົ້າ​ກັບ​ໂຊ​ຣຳ

ນີ​ໄຟ​ໄດ້​ຢຸດ​ໂຊ​ຣຳ​ໄວ້. ເພິ່ນ​ໄດ້​ບອກ​ໂຊ​ຣຳ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ເຂົາ​ເຈົ້າ​ໃຫ້​ໄປ​ເອົາ​ແຜ່ນ​ຈາ​ລຶກ. ເພິ່ນ​ໄດ້​ເຊື້ອ​ເຊີນ​ໂຊ​ຣຳ​ໃຫ້​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ກັບ​ເຂົາ​ເຈົ້າ. ໂຊ​ຣຳ​ຮູ້​ວ່າ ລາວ​ສາ​ມາດ​ເປັນ​ອິດ​ສະ​ລະ, ບໍ່​ແມ່ນ​ຄົນ​ໃຊ້, ແລະ ໄດ້​ສັນ​ຍາ​ວ່າ​ຈະ​ໄປ​ກັບ​ນີ​ໄຟ ແລະ ຄອບ​ຄົວ​ຂອງ​ເພິ່ນ.

1 ນີ​ໄຟ 4:31–37

ຮູບ​ພາບ
ນີ​ໄຟ ແລະ ພວກ​ອ້າຍ ແລະ ໂຊ​ຣຳ​ກຳ​ລັງ​ທັກ​ທາຍ​ຊາ​ໄຣ​ຢາ ແລະ ລີ​ໄຮ

ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ກັບ​ໄປ​ຫາ​ລີ​ໄຮ ແລະ ຊາ​ໄຣ​ຢາ. ລີ​ໄຮ ແລະ ຊາ​ໄຣ​ຢາ​ດີ​ໃຈ​ຫລາຍ​ທີ່​ໄດ້​ເຫັນ​ພວກ​ລູກ​ຊາຍ​ຂອງ​ພວກ​ເພິ່ນ. ຊາ​ໄຣ​ຢາ​ຄິດ​ວ່າ​ພວກ​ລູກ​ຊາຍ​ຂອງ​ເພິ່ນ​ໄດ້​ຕາຍ​ແລ້ວ. ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົກ​ປັ​ກ​ຮັກ​ສາ​ພວກ​ລູກ​ຊາຍ​ຂອງ​ເພິ່ນ, ບັດ​ນີ້​ເພິ່ນ​ຈຶ່ງ​ໄວ້​ວາງ​ໃຈ​ວ່າ ຄອບ​ຄົວ​ຂອງ​ພວກ​ເພິ່ນ​ໄດ້​ຖືກ​ບັນ​ຊາ​ໃຫ້​ໜີ​ຈາກ​ເຢ​ຣູ​ຊາ​ເລັມ. ຄອບ​ຄົວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ​ໄດ້​ຖວາຍ​ເຄື່ອງ​ບູ​ຊາ​ເພື່ອ​ຂອບ​ພຣະ​ໄທ​ພຣະ​ຜູ້​ເປັນ​ເຈົ້າ.

1 ນີ​ໄຟ 4:38; 5:1–9

ຮູບ​ພາບ
ລີ​ໄຮ​ກຳ​ລັງ​ອ່ານ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ກັບ​ຄອບ​ຄົວ​ຂອງ​ເພິ່ນ

ລີ​ໄຮ​ອ່ານ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ. ເພິ່ນ​ເຫັນ​ວ່າ​ແຜ່ນ​ຈາ​ລຶກ​ມີ​ຄຳ​ສອນ​ຂອງ​ສາດ​ສະ​ດາ. ເພິ່ນ​ກໍ​ໄດ້​ຮຽນ​ຮູ້​ນຳ​ອີກ​ວ່າ ບັນ​ພະ​ບຸ​ລຸດ​ຄົນ​ໜຶ່ງ​ຂອງ​ເພິ່ນ​ແມ່ນ ໂຢ​ເຊັບ, ຜູ້​ທີ່​ຖືກ​ຂາຍ​ໄປ​ເອ​ຢິບ ໂດຍ​ພວກ​ອ້າຍ​ຂອງ​ເພິ່ນ​ດົນ​ນານ​ມາ​ແລ້ວ. ລີ​ໄຮ​ຮູ້​ວ່າ​ແຜ່ນ​ຈາ​ລຶກ​ທອງ​ເຫລືອງ​ສຳ​ຄັນ​ຫລາຍ​ຂະ​ໜາດ​ໃດ. ເພິ່ນ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ຄອບ​ຄົວ​ຂອງ​ເພິ່ນ​ມີ​ພຣະ​ບັນ​ຍັດ.

1 ນີ​ໄຟ 5:10–22

ພິມ