Scripture Stories
ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ


“ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍ​ມອນ

ພຣະ​ເຢ​ຊູ​ຄຣິດ ແລະ ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ອາ​ເມ​ຣິ​ກາ

ຮູບ​ພາບ
ພຣະ​ເຢ​ຊູ​ໃນ​ແສງ​ສະ​ຫວ່າງ​ຂອງ​ສະ​ຫວັນ

ພຣະ​ຄຳ​ພີ​ມໍ​ມອນ​ແມ່ນ​ພຣະ​ຄຳ​ພີ. ມັນ​ສິດ​ສອນ​ກ່ຽວ​ກັບ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ອົງ​ທີ່​ອາ​ເມ​ຣິ​ກາ​ດົນ​ນານ​ມາ​ແລ້ວ. ຈາກ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ສາ​ມາດ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ. ມັນ​ສິດ​ສອນ​ເຮົາ​ເຖິງ​ວິ​ທີ​ທີ່​ຈະ​ມີ​ສັນ​ຕິ​ສຸກ​ໃນ​ຕອນ​ນີ້ ແລະ ວິ​ທີ​ທີ່​ເຮົາ​ຈະ​ສາ​ມາດ​ຢູ່​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ອີກ​ຄັ້ງ​ໃນ​ມື້​ໃດ​ມື້​ໜຶ່ງ.

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ; ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; 3 ນີ​ໄຟ 11

ຮູບ​ພາບ
ສາດ​ສະ​ດາ ແລະ ແມ່​ຄົນ​ໜຶ່ງ​ກັບ​ລູກໆ

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຖືກ​ຂຽນ​ໂດຍ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ. ພວກ​ເພິ່ນ​ໄດ້​ຂຽນ​ໃສ່​ແຜ່ນ​ໂລ​ຫະ​ທີ່​ເອີ້ນ​ວ່າ ແຜ່ນ​ຈາ​ລຶກ. ເລື່ອງ​ລາວ ແລະ ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ຊ່ວຍ​ເຮົາ​ໃຫ້​ມີ​ສັດ​ທາ​ໃນ​ພຣະ​ເຢ​ຊູ. ພວກ​ເພິ່ນ​ໄດ້​ຂຽນ​ກ່ຽວ​ກັບ​ຜູ້​ຄົນ​ຫລາຍ​ກຸ່ມ​ຜູ້​ໄດ້​ມີ​ຊີ​ວິດ​ຢູ່​ໃນ​ອາ​ເມ​ຣິ​ກາ​ດົນ​ນານ​ມາ​ແລ້ວ.

ໜ້າ​ວິ​ເຄາະ​ສະ​ບັບ​ຂອງ​ພຣະຄຳ​ພີ​ມໍ​ມອນ; ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ

ຮູບ​ພາບ
ນີ​ໄຟ ແລະ ຄອບ​ຄົວ​ຢູ່​ໃນ​ເຮືອ

ກຸ່ມ​ໜຶ່ງ​ທີ່​ໜີ​ຈາກ​ເຢ​ຣູ​ຊາ​ເລັມ​ໄດ້​ໄປ​ຫາ​ອາ​ເມ​ຣິ​ກາ ປະ​ມານ 600 ປີ ກ່ອນ​ພຣະ​ເຢ​ຊູ​ໄດ້​ມາ​ກຳ​ເນີດ. ພວກ​ເຂົາ​ໄດ້​ກາຍ​ເປັນ​ສອງ​ປະ​ຊາ​ຊາດ​ຄື ຊາວ​ເລ​ມັນ ແລະ ຊາວ​ນີ​ໄຟ.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; 1 ນີ​ໄຟ 1:4

ຮູບ​ພາບ
ຊາວ​ຢາ​ເຣັດ​ກຳ​ລັງ​ໜີ​ຈາກ​ຫໍ​ຄອຍ

ກ່ອນ​ໜ້າ​ນັ້ນ, ມີ​ກຸ່ມ​ໜຶ່ງ​ອີກ​ໄດ້​ໜີ​ຈາກ​ຫໍ​ຄອຍ​ບາ​ເບນ​ໄປ​ຫາ​ອາ​ເມ​ຣິ​ກາ. ພວກ​ເຂົາ​ຖືກ​ເອີ້ນ​ວ່າ​ຊາວ​ຢາ​ເຣັດ.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; ອີ​ເທີ 1:33–43

ຮູບ​ພາບ
ຊາ​ມູ​ເອນ​ກຳ​ລັງ​ສິດ​ສອນ​ກ່ຽວ​ກັບ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ

ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໄດ້​ສິດ​ສອນ​ຜູ້​ຄົນ. ເມື່ອ​ຜູ້​ຄົນ​ຮັບ​ຟັງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ, ພຣະ​ອົງ​ໄດ້​ຊ່ວຍ​ພວກ​ເຂົາ. ສາດ​ສະ​ດາ​ໄດ້​ສິດ​ສອນ​ກ່ຽວ​ກັບ​ພຣະ​ເຢ​ຊູ ແລະ ໄດ້​ກ່າວ​ວ່າ ພຣະ​ອົງ​ຈະ​ມາ​ກຳ​ເນີດ​ທີ່​ເຢ​ຣູ​ຊາ​ເລັມ. ຊາວ​ນີ​ໄຟ ແລະ ຊາວ​ເລ​ມັນ​ໄດ້​ຮຽນ​ຮູ້​ວ່າ​ພຣະ​ເຢ​ຊູ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ຫລັງ​ຈາກ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ.

2 ນີ​ໄຟ 1:20; 25:12–14; 26:1, 3, 9; ໂມ​ໄຊ​ຢາ 3:5–11; ແອວ​ມາ 7:9–13; ຮີ​ລາ​ມັນ 3

ຮູບ​ພາບ
ພຣະ​ເຢ​ຊູ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ກັບ​ພວກ​ເດັກ​ນ້ອຍ

ພຣະ​ເຢ​ຊູ​ໄດ້​ສະ​ເດັດ​ມາ​ຕາມ​ທີ່​ສາດ​ສະ​ດາ​ໄດ້​ເວົ້າ​ໄວ້. ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ສິ້ນ​ພຣະ​ຊົນ ແລະ ຟື້ນ​ຄືນ​ພຣະ​ຊົນ​ແລ້ວ, ພຣະ​ອົງ​ໄດ້​ໄປ​ຢ້ຽມ​ຢາມ​ຜູ້​ຄົນ. ພຣະ​ອົງ​ໃຫ້​ແຕ່​ລະ​ຄົນ​ສຳ​ຜັດ​ຮອຍ​ຕະ​ປູ​ຢູ່​ໃນ​ພຣະ​ຫັດ ແລະ ໃນ​ພຣະ​ບາດ​ຂອງ​ພຣະ​ອົງ. ພວກ​ເຂົາ​ຮູ້​ວ່າ​ພຣະ​ເຢ​ຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ຜູ້​ຄົນ​ໄດ້​ຂຽນ​ມັນ​ໄວ້. ພວກ​ເຂົາ​ໄດ້​ເວົ້າ​ກ່ຽວ​ກັບ​ການ​ມາ​ຢ້ຽມ​ຢາມ​ຂອງ​ພຣະ​ເຢ​ຊູ​ເປັນ​ເວ​ລາ​ຫລາຍ​ປີ.

3 ນີ​ໄຟ 11:7–15, 31–41; 16:4; 4 ນີ​ໄຟ 1:1–6, 13–22

ຮູບ​ພາບ
ມໍ​ມອນ​ກັບ​ແຜ່ນ​ຈາ​ລຶກ​ຄຳ

ມໍ​ມອນ​ໄດ້​ເປັນ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່ ບໍ່​ເທົ່າ​ໃດ​ຮ້ອຍ​ປີ​ຫລັງ​ຈາກ​ພຣະ​ເຢ​ຊູ​ໄດ້​ໄປ​ຢ້ຽມ​ຢາມ. ໃນ​ຊ່ວງ​ຊີ​ວິດ​ຂອງ​ມໍ​ມອນ, ຜູ້​ຄົນ​ໄດ້​ຢຸດ​ຕິດ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ. ມໍ​ມອນ​ມີ​ການ​ຂຽນ​ຂອງ​ສາດ​ສະ​ດາ​ຜູ້​ທີ່​ມີ​ຊີ​ວິດ​ຢູ່​ກ່ອນ​ເພິ່ນ. ເພິ່ນ​ໄດ້​ລວມ​ການ​ຂຽນ​ຂອງ​ພວກ​ເພິ່ນ​ເຂົ້າ​ໃນ​ແຜ່ນ​ຈາ​ລຶກ​ຊຸດ​ດຽວ​ກັນ. ແຜ່ນ​ຈາ​ລຶກ​ເຫລົ່າ​ນີ້​ໄດ້​ກາຍ​ມາ​ເປັນ​ພຣະ​ຄຳ​ພີ​ມໍ​ມອນ!

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; ຄຳ​ຂອງ​ມໍ​ມອນ 1:2–9; ມໍ​ມອນ 1:2–4, 13–17

ຮູບ​ພາບ
ໂມ​ໂຣ​ໄນ​ກຳ​ລັງ​ຝັງ​ແຜ່ນ​ຈາ​ລຶກ​ຄຳ

ກ່ອນ​ມໍ​ມອນ​ເສຍ​ຊີ​ວິດ, ເພິ່ນ​ໄດ້​ມອບ​ແຜ່ນ​ຈາ​ລຶກ​ໃຫ້ ໂມ​ໂຣ​ໄນ ລູກ​ຊາຍ​ຂອງ​ເພິ່ນ. ໃນ​ຊ່ວງ​ຊີ​ວິດ​ຂອງ​ໂມ​ໂຣ​ໄນ, ຜູ້​ຄົນ​ໄດ້​ເຮັດ​ສິ່ງ​ທີ່​ຊົ່ວ​ຮ້າຍ. ພວກ​ເຂົາ​ຢາກ​ຂ້າ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ພຣະ​ເຢ​ຊູ. ໂມ​ໂຣ​ໄນ​ຢາກ​ຊ່ວຍ​ຜູ້​ຄົນ​ໃນ​ອະ​ນາ​ຄົດ, ສະ​ນັ້ນ​ເພິ່ນ​ຈຶ່ງ​ໄດ້​ຂຽນ​ໃສ່​ໃນ​ແຜ່ນ​ຈາ​ລຶກ​ຕື່ມ​ອີກ ແລະ ໄດ້​ຝັງ​ມັນ​ໄວ້ ເພື່ອ​ປ້ອງ​ກັນ​ມັນ​ໃຫ້​ປອດ​ໄພ.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; ຄຳ​ຂອງ​ມໍ​ມອນ 1:1–2; ມໍ​ມອນ 8:1–4, 14–16; ໂມ​ໂຣ​ໄນ 1

ຮູບ​ພາບ
ທູດ​ໂມ​ໂຣ​ໄນ​ກຳ​ລັງ​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ ສະ​ມິດ

ຫລາຍ​ປີ​ຈາກ​ນັ້ນ, ໃນ​ປີ 1823, ໂມ​ໂຣ​ໄນ​ໄດ້​ມາ​ຫາ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ໃນ​ຖາ​ນະ​ທູດ​ສະ​ຫວັນ. ໂມ​ໂຣ​ໄນ​ໄດ້​ບອກ​ໂຈ​ເຊັບ​ວ່າ ແຜ່ນ​ຈາ​ລຶກ​ຢູ່​ໃສ. ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຈົ້າ, ໂຈ​ເຊັບ​ໄດ້​ແປ​ສິ່ງ​ທີ່​ຖືກ​ຂຽນ​ໄວ້​ຢູ່​ໃນ​ແຜ່ນ​ຈາ​ລຶກ.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1

ຮູບ​ພາບ
ເອື້ອຍ​ກັບ​ນ້ອງ​ກຳ​ລັງ​ອ່ານ​ພຣະ​ຄຳ​ພີ

ພຣະ​ເຈົ້າ​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ ເພື່ອ​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ​ສິ່ງ​ໃດ​ຖືກ​ຕ້ອງ. ເມື່ອ​ເຈົ້າ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ເຈົ້າ​ສາ​ມາດ​ອະ​ທິ​ຖານ ແລະ ຖາມ​ພຣະ​ເຈົ້າ ວ່າ​ມັນ​ເປັນ​ຄວາມ​ຈິງ​ຫລື​ບໍ່. ໃນ​ວິ​ທີ​ດຽວ​ກັນ, ເຈົ້າ​ສາ​ມາດ​ຮູ້​ວ່າ ພຣະ​ເຢ​ຊູ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ວ່າ​ພຣະ​ອົງ​ຮັກ​ເຈົ້າ.

ຄຳ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ; ໂມ​ໂຣ​ໄນ 10:3–5

ພິມ