Scripture Stories
ນາຍ​ທັບ​ໂມ​ໂຣ​ໄນ ແລະ ເຊ​ຣາ​ເຮັມ​ນາ


“ນາຍ​ທັບ​ໂມ​ໂຣ​ໄນ ແລະ ເຊ​ຣາ​ເຮັມ​ນາ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 43–44

ນາຍ​ທັບ​ໂມ​ໂຣ​ໄນ ແລະ ເຊ​ຣາ​ເຮັມ​ນາ

ສົງ​ຄາມ ແລະ ຄຳ​ສັນ​ຍາ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ສັນ​ຕິ

ຮູບ​ພາບ
ເຊ​ຣາ​ເຮັມ​ນາ​ນຳ​ພາ​ກອງ​ທັບ​ຂອງ​ລາວ

ເຊ​ຣາ​ເຮັມ​ນາ​ແມ່ນ​ຜູ້​ນຳ​ຂອງ​ກອງ​ທັບ​ຊາວ​ເລ​ມັນ. ລາວ​ຕ້ອງ​ການ​ປົກ​ຄອງ​ຊາວ​ນີ​ໄຟ ແລະ ໃຫ້​ພວກ​ເຂົາ​ຮັບ​ໃຊ້​ຜູ້​ຄົນ​ຂອງ​ລາວ. ເຊ​ຣາ​ເຮັມ​ນາ​ໄດ້​ນຳ​ພາ​ກອງ​ທັບ​ຂອງ​ລາວ​ໄປ​ໂຈມ​ຕີ​ຊາວ​ນີ​ໄຟ.

ແອວ​ມາ 43:3–8

ຮູບ​ພາບ
ກອງ​ທັບ​ຊາວ​ນີ​ໄຟ​ຫລຽວ​ເບິ່ງ​ກອງ​ທັບ​ຊາວ​ເລ​ມັນ

ຊາວ​ນີ​ໄຟ​ຕ້ອງ​ການ​ທີ່​ຈະ​ປົກ​ປ້ອງ​ບ້ານ​ເຮືອນ, ຄອບ​ຄົວ, ແລະ ສາດ​ສະ​ໜາ​ຂອງ​ພວກ​ເຂົາ. ພວກ​ເຂົາ​ຮູ້​ວ່າ​ພວກ​ເຂົາ​ຈະ​ບໍ່​ສາ​ມາດ​ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ ຖ້າ​ຫາກ​ຊາວ​ເລ​ມັນ​ໄດ້​ປົກ​ຄອງ​ພວກ​ເຂົາ. ຊາວ​ນີ​ໄຟ​ໄດ້​ເລືອກ​ທີ່​ຈະ​ຕໍ່​ສູ້​ສັດ​ຕູ​ຂອງ​ພວກ​ເຂົາ.

ແອວ​ມາ 43:9–10, 14–15

ຮູບ​ພາບ
ໂມ​ໂຣ​ໄນ​ຫລຽວ​ເບິ່ງ​ຂ້າງ​ໜ້າ ໂດຍ​ມີ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຢູ່​ຂ້າງ​ຫລັງ

ຊາຍ​ຄົນ​ໜຶ່ງ​ຊື່ ໂມ​ໂຣ​ໄນ ເປັນ​ນາຍ​ທັບ​ຂອງ​ກອງ​ທັບ​ຊາວ​ນີ​ໄຟ. ໂມ​ໂຣ​ໄນ​ໄດ້​ເບິ່ງ​ວ່າ​ກອງ​ທັບ​ຂອງ​ເພິ່ນ​ກຽມ​ພ້ອມ​ແລ້ວ​ທີ່​ຈະ​ຕໍ່​ສູ້.

ແອວ​ມາ 43:16–17

ຮູບ​ພາບ
ນາຍ​ທັບ​ໂມ​ໂຣ​ໄນ ແລະ ທະ​ຫານ​ຊາວ​ນີ​ໄພ​ກຽມ​ພ້ອມ​ທີ່​ຈະ​ຕໍ່​ສູ້

ທະ​ຫານ​ຂອງ​ໂມ​ໂຣ​ໄນ​ໄດ້​ເອົາ​ອາ​ວຸດ​ມາ​ນຳ, ແລະ ໂມ​ໂຣ​ໄນ​ໄດ້​ມອບ​ເຄື່ອງ​ປ້ອງ​ກັນ ແລະ ໂລ່​ທີ່​ທົນ​ທານ​ໃຫ້​ພວກ​ເຂົາ ເພື່ອ​ປົກ​ປ້ອງ​ພວກ​ເຂົາ.

ແອວ​ມາ 43:18–19

ຮູບ​ພາບ
ຊາວ​ເລ​ມັນ​ຫລຽວ​ເບິ່ງ​ກອງ​ທັບ​ຊາວ​ນີ​ໄຟ ແລະ ເບິ່ງ​ໜ້າ​ຢ້ານ​ກົວ

ໂມ​ໂຣ​ໄນ​ໄດ້​ນຳ​ພາ​ກອງ​ທັບ​ຂອງ​ເພິ່ນ​ໄປ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ. ແຕ່​ເມື່ອ​ຊາວ​ເລ​ມັນ​ໄດ້​ເຫັນ​ຊາວ​ນີ​ໄຟ​ທີ່​ມີ​ເຄື່ອງ​ປ້ອງ​ກັນ ແລະ ໂລ່, ພວກ​ເຂົາ​ບໍ່​ກ້າ​ທີ່​ຈະ​ຕໍ່​ສູ້. ຊາວ​ເລ​ມັນ​ພຽງ​ແຕ່​ນຸ່ງ​ເສື້ອ​ຜ້າ​ບາງໆ ແລະ ບໍ່​ມີ​ເຄື່ອງ​ປ້ອງ​ກັນ​ເພື່ອ​ປົກ​ປ້ອງ​ພວກ​ເຂົາ.

ແອວ​ມາ 43:19–21

ຮູບ​ພາບ
ທະ​ຫານ​ຊາວ​ເລ​ມັນ​ແລ່ນ​ເຂົ້າ​ໄປ​ໃນ​ປ່າ

ຊາວ​ເລ​ມັນ​ໄດ້​ໜີ​ໄປ. ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ແອບ​ເຂົ້າ​ໄປ​ໃນ​ດິນ​ແດນ​ບ່ອນ​ອື່ນ​ຂອງ​ແຜ່ນ​ດິນ​ນີ​ໄຟ. ພວກ​ເຂົາ​ຄິດ​ວ່າ​ໂມ​ໂຣ​ໄນ​ຈະ​ບໍ່​ຮູ້​ວ່າ​ພວກ​ເຂົາ​ໄດ້​ໄປ​ບ່ອນ​ໃດ.

ແອວ​ມາ 43:22

ຮູບ​ພາບ
ນັກ​ສືບ​ຊາວ​ນີ​ໄຟ​ຫລຽວ​ເບິ່ງ​ທະ​ຫານ​ຊາວ​ເລ​ມັນ​ທີ່​ກຳ​ລັງ​ແລ່ນ

ແຕ່​ບໍ່​ດົນ​ຫລັງ​ຈາກ​ຊາວ​ເລ​ມັນ​ໄດ້​ໜີ​ໄປ, ໂມ​ໂຣ​ໄນ​ກໍ​ໄດ້​ສົ່ງ​ນັກ​ສືບ​ໃຫ້​ຕິດ​ຕາມ​ພວກ​ເຂົາ​ໄປ.

ແອວ​ມາ 43:23

ຮູບ​ພາບ
ທະ​ຫານ​ຊາວ​ນີ​ໄຟ​ເຊື່ອ​ຟັງ​ແອວ​ມາ

ແລ້ວ​ໂມ​ໂຣ​ໄນ​ໄດ້​ສົ່ງ​ຂ່າວ​ສານ​ໄປ​ຫາ​ສາດ​ສະ​ດາ​ແອວ​ມາ. ເພິ່ນ​ຢາກ​ໃຫ້​ແອວ​ມາ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ຊາວ​ເລ​ມັນ​ກຳ​ລັງ​ວາງ​ແຜນ​ທີ່​ຈະ​ເຮັດ​ຫຍັງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ແອວ​ມາ​ວ່າ ຊາວ​ເລ​ມັນ​ກຳ​ລັງ​ວາງ​ແຜນ​ໂຈມ​ຕີ​ແຜ່ນ​ດິນ​ບ່ອນ​ອ່ອນ​ແອ​ທີ່​ເອີ້ນ​ວ່າ ແມນ​ທາຍ. ໂມ​ໂຣ​ໄນ​ໄດ້​ເຊື່ອ​ຟັງ​ແອວ​ມາ. ເພິ່ນ​ໄດ້​ນຳ​ພາ​ກອງ​ທັບ​ຂອງ​ເພິ່ນ​ໄປ​ຕໍ່​ສູ້​ກັບ​ຊາວ​ເລ​ມັນ.

ແອວ​ມາ 43:23–33

ຮູບ​ພາບ
ທະ​ຫານ​ຊາວ​ເລ​ມັນ ແລະ ທະ​ຫານ​ຊາວ​ນີ​ໄຟ​ຕໍ່​ສູ້​ກັນ

ກອງ​ທັບ​ໄດ້​ຕໍ່​ສູ້. ຊາວ​ເລ​ມັນ​ເຂັ້ມ​ແຂງ​ຫລາຍ ແລະ ໃຈ​ຮ້າຍ. ຊາວ​ນີ​ໄຟ​ເລີ່ມ​ຢ້ານ​ກົວ​ຊາວ​ເລ​ມັນ ແລະ ກຳ​ລັງ​ຈະ​ແລ່ນ​ໜີ. ແຕ່​ໂມ​ໂຣ​ໄນ​ໄດ້​ເຕືອນ​ພວກ​ເຂົາ​ເຖິງ​ຄອບ​ຄົວ ແລະ ສັດ​ທາ​ຂອງ​ພວກ​ເຂົາ, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ຕໍ່​ສູ້​ຕໍ່​ໄປ.

ແອວ​ມາ 43:34–37, 43–48

ຮູບ​ພາບ
ໂມ​ໂຣ​ໄນ​ໄດ້​ເດ່​ມື​ອອກ​ໄປ​ເພື່ອ​ຢຸດ​ການ​ຕໍ່​ສູ້

ຊາວ​ນີ​ໄຟ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຂົາ ແລະ ໄດ້​ປະ​ທານ​ພະ​ລັງ​ທີ່​ຍິ່ງ​ໃຫຍ່​ໃຫ້​ພວກ​ເຂົາ. ບັດ​ນີ້​ຊາວ​ເລ​ມັນ​ເກີດ​ຄວາມ​ຢ້ານ​ກົວ. ພວກ​ເຂົາ​ຖືກ​ປິດ​ລ້ອມ ແລະ ບໍ່​ສາ​ມາດ​ຫລົບ​ໜີ​ໄປ​ໄດ້. ເມື່ອ​ໂມ​ໂຣ​ໄນ​ໄດ້​ເຫັນ​ວ່າ​ຊາວ​ເລ​ມັນ​ຢ້ານ​ກົວ, ເພິ່ນ​ຈຶ່ງ​ໄດ້​ບອກ​ທະ​ຫານ​ຂອງ​ເພິ່ນ​ໃຫ້​ຢຸດ​ການ​ຕໍ່​ສູ້. ໂມ​ໂຣ​ໄນ​ບໍ່​ຢາກ​ຂ້າ​ຊາວ​ເລ​ມັນ.

ແອວ​ມາ 43:49–53; 44:1–2

ຮູບ​ພາບ
ໂມ​ໂຣ​ໄນ​ກ່າວ​ກັບ​ຊາວ​ເລ​ມັນ

ໂມ​ໂຣ​ໄນ​ໄດ້​ບອກ​ເຊ​ຣາ​ເຮັມ​ນາ​ວ່າ​ຊາວ​ເລ​ມັນ​ສາ​ມາດ​ໄປ​ໄດ້ ຖ້າ​ຫາກ​ພວກ​ເຂົາ​ສັນ​ຍາ​ວ່າ​ຈະ​ບໍ່​ຕໍ່​ສູ້​ກັບ​ຊາວ​ນີ​ໄຟ​ອີກ​ຕໍ່​ໄປ. ເຊ​ຣາ​ເຮັມ​ນາ​ໃຈ​ຮ້າຍ ແລະ ພະ​ຍາ​ຍາມ​ຕໍ່​ສູ້​ຕໍ່​ໄປ, ແຕ່​ລາວ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ທະ​ຫານ​ຂອງ​ໂມ​ໂຣ​ໄນ​ໄດ້. ແລ້ວ​ເຊ​ຣາ​ເຮັມ​ນາ ແລະ ກອງ​ທັບ​ຂອງ​ລາວ​ຈຶ່ງ​ໄດ້​ສັນ​ຍາ​ວ່າ​ຈະ​ດຳ​ລົງ​ຊີ​ວິດ​ຢ່າງ​ສັນ​ຕິ, ແລະ ໂມ​ໂຣ​ໄນ​ກໍ​ໄດ້​ປ່ອຍ​ພວກ​ເຂົາ​ໄປ.

ແອວ​ມາ 44:1–20

ພິມ