Scripture Stories
ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ


“ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ,” ເລື່ອງ​ພຣະ​ຄຳ​ພີ​ມໍ​ມອນ (2023)

ແອວ​ມາ 23–27

ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ

ຜູ້​ຄົນ​ທີ່​ໄດ້​ເລືອກ​ຮັກ​ສັດ​ຕູ​ຂອງ​ພວກ​ເຂົາ

ຮູບ​ພາບ
ອຳ​ໂມນ​ສິດ​ສອນ​ຜູ້​ຄົນ​ຢູ່​ກ້ອງ​ຕົ້ນ​ໄມ້

ຊາວ​ເລ​ມັນ​ຫລາຍ​ຄົນ​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ເຈົ້າ ຈາກ​ອຳ​ໂມນ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ. ຊາວ​ເລ​ມັນ​ເຫລົ່າ​ນີ້​ມີ​ສັດ​ທາ​ອັນ​ແຮງ​ກ້າ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ພວກ​ເຂົາ​ມີ​ຊື່​ໃໝ່, ສະ​ນັ້ນ​ພວກ​ເຂົາ​ຈຶ່ງ​ເອີ້ນ​ຕົນ​ເອງ​ວ່າ ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ ແທນ​ຄຳ​ວ່າ​ຊາວ​ເລ​ມັນ.

ແອວ​ມາ 23:3–7, 16–17

ຮູບ​ພາບ
ຄອບ​ຄົວ​ກຳ​ລັງ​ຟັງ​ອຳ​ໂມນ​ສິດ​ສອນ

ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ປ່ຽນ​ແປງ​ເພາະ​ສັດ​ທາ​ຂອງ​ພວກ​ເຂົາ​ໃນ​ພຣະ​ເຈົ້າ. ພວກ​ເຂົາ​ໄດ້​ກັບ​ໃຈ​ຈາກ​ສິ່ງ​ທີ່​ບໍ່​ດີ​ທີ່​ພວກ​ເຂົາ​ເຄີຍ​ເຮັດ. ພວກ​ເຂົາ​ຮູ້​ວ່າ​ພຣະ​ເຈົ້າ​ຮັກ​ພວກ​ເຂົາ ແລະ ໄດ້​ອະ​ໄພ​ໃຫ້​ພວກ​ເຂົາ.

ແອວ​ມາ 24:8–14

ຮູບ​ພາບ
ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໂຍນ​ອາ​ວຸດ​ລົງ​ໃນ​ຂຸມ

ຊາວ​ເລ​ມັນ​ໄດ້​ໃຈ​ຮ້າຍ ແລະ ກຽມ​ພ້ອມ​ທີ່​ຈະ​ໂຈມ​ຕີ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ. ແທນ​ທີ່​ຈະ​ຕໍ່​ສູ້, ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ເຮັດ​ຄຳ​ສັນ​ຍາ​ກັບ​ພຣະ​ເຈົ້າ. ພວກ​ເຂົາ​ເວົ້າ​ວ່າ ພວກ​ເຂົາ​ຈະ​ບໍ່​ທຳ​ຮ້າຍ​ຜູ້​ຄົນ​ອີກ. ເພື່ອ​ສະ​ແດງ​ສິ່ງ​ນີ້, ພວກ​ເຂົາ​ໄດ້​ຝັງ​ອາ​ວຸດ​ຂອງ​ພວກ​ເຂົາ. ພວກ​ເຂົາ​ໄດ້​ເລືອກ​ຮັກ​ສັດ​ຕູ​ຂອງ​ພວກ​ເຂົາ ແທນ​ທີ່​ຈະ​ທຳ​ຮ້າຍ ຫລື ຂ້າ​ພວກ​ເຂົາ.

ແອວ​ມາ 24:1–19; 26:31–34

ຮູບ​ພາບ
ຊາວ​ເລ​ມັນ​ທີ່​ໃຈ​ຮ້າຍ​ຈັບ​ອາ​ວຸດ​ຢູ່

ຊາວ​ເລ​ມັນ​ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະ​ເຈົ້າ​ໄດ້​ໂຈມ​ຕີ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ.

ແອວ​ມາ 24:20

ຮູບ​ພາບ
ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ສອງ​ຄົນ​ຄຸ​ເຂົ່າ​ອະ​ທິ​ຖານ

ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ມີ​ສັດ​ທາ​ວ່າ ຖ້າ​ຫາກ​ພວກ​ເຂົາ​ຖືກ​ຂ້າ, ພວກ​ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ. ພວກ​ເຂົາ​ໄດ້​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ເຈົ້າ ແລະ ບໍ່​ໄດ້​ຕໍ່​ສູ້​ກັບ​ຊາວ​ເລ​ມັນ.

ແອວ​ມາ 24:16, 21

ຮູບ​ພາບ
ຊາວ​ເລ​ມັນ​ຢຸດ​ໂຈມ​ຕີ

ແທນ​ທີ່​ຈະ​ຕໍ່​ສູ້, ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ອະ​ທິ​ຖານ. ເມື່ອ​ຊາວ​ເລ​ມັນ​ໄດ້​ເຫັນ​ສິ່ງ​ນີ້, ພວກ​ເຂົາ​ຫລາຍ​ຄົນ​ໄດ້​ຢຸດ​ໂຈມ​ຕີ. ພວກ​ເຂົາ​ຮູ້​ສຶກ​ບໍ່​ດີ​ກັບ​ການ​ຂ້າ​ຜູ້​ຄົນ. ຊາວ​ເລ​ມັນ​ເຫລົ່າ​ນັ້ນ​ກໍ​ໄດ້​ເລືອກ​ທີ່​ຈະ​ບໍ່​ທຳ​ຮ້າຍ​ຜູ້​ຄົນ​ອີກ. ພວກ​ໄດ້​ເຂົ້າ​ຮ່ວມ​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ.

ແອວ​ມາ 24:21–27; 25:13–16

ຮູບ​ພາບ
ອຳ​ໂມນ ແລະ ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ເດີນ​ທາງ

ເມື່ອ​ເວ​ລາ​ຜ່ານ​ໄປ, ຫລາຍ​ຄົນ​ໄດ້​ມາ​ໂຈມ​ຕີ. ອຳ​ໂມນ ແລະ ພວກ​ອ້າຍ​ນ້ອງ​ຂອງ​ລາວ​ໂສກ​ເສົ້າ​ທີ່​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ຮັບ​ທຸກ​ທໍ​ລະ​ມານ. ເຂົາ​ເຈົ້າ​ໄດ້​ຂໍ​ໃຫ້​ກະ​ສັດ​ພາ​ຜູ້​ຄົນ​ຂອງ​ເພິ່ນ​ໄປ​ອາ​ໄສ​ຢູ່​ກັບ​ຊາວ​ນີ​ໄຟ. ກະ​ສັດ​ໄດ້​ກ່າວ​ວ່າ​ພວກ​ເຂົາ​ຈະ​ໄປ​ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ໃຫ້​ເຮັດ​ເຊັ່ນ​ນັ້ນ. ອຳ​ໂມນ​ໄດ້​ອະ​ທິ​ຖານ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ​ພວກ​ເຂົາ​ຄວນ​ໄປ ແລະ ວ່າ​ພຣະ​ອົງ​ຈະ​ຮັກ​ສາ​ພວກ​ເຂົາ​ໃຫ້​ປອດ​ໄພ.

ແອວ​ມາ 27:2–15

ຮູບ​ພາບ
ຊາວ​ນີ​ໄຟ​ທັກ​ທາຍ​ຜູ້​ຄົນ​ອານ​ໄທ-ນີ​ໄຟ-ລີ​ໄຮ

ຊາວ​ນີ​ໄຟ​ໄດ້​ມອບ​ພື້ນ​ທີ່​ໃຫ້​ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ອາ​ໄສ​ຢູ່ ແລະ ປົກ​ປ້ອງ​ພວກ​ເຂົາ. ໃນ​ການ​ຕອບ​ສະ​ໜອງ, ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ມອບ​ອາ​ຫານ​ໃຫ້​ຊາວ​ນີ​ໄຟ. ຊາວ​ອານ​ໄທ-ນີ​ໄຟ-ລີ​ໄຮ​ໄດ້​ມີ​ສັດ​ທາ​ອັນ​ຍິ່ງ​ໃຫຍ່ ແລະ ຮັກ​ພຣະ​ເຈົ້າ. ພວກ​ເຂົາ​ຊື່​ສັດ​ກັບ​ທຸກ​ຄົນ ແລະ ຮັກ​ສາ​ຄຳ​ສັນ​ຍາ​ວ່າ​ຈະ​ບໍ່​ຕໍ່​ສູ້​ອີກ. ພວກ​ເຂົາ​ຊື່​ສັດ​ຕະ​ຫລອດ​ຊົ່ວ​ຊີ​ວິດ​ຂອງ​ພວກ​ເຂົາ.

ແອວ​ມາ 27:20–30

ພິມ